ຊີວະ​ປະຫວັດ​ຫຍໍ້​ຂອງທ່ານ ​ເຈືອງ ສົມບູນ​ຂັນ
2014-05-19 20:17:00  cri 
ສະຫາຍ ​ເຈືອງ ສົມບູນ​ຂັນ ​ເກີດ​ເມື່ອ​ວັນ​ທີ່ 5 ມີນາ ປີ 1955, ​ໃນ​ຄອບຄົວ​ຊາວນາ ທີ່​ບ້ານ ສະໝັນ, ​ເມືອງ ​ໂພນ​ທອງ, ​ແຂວງ ຈຳປາ​ສັກ, ​ເປັນ​ບຸດ​ຂອງ​ທ່ານ ສີ​ແກ້ວ ​ແລະ ນາງ ຄ່ອງ, ມີ​ອ້າຍ​ເອື້ອຍ​ນ້ອງ​ຄີງ​ນຳ​ກັນ 5ຄົນ. ສະຫາຍ​ໄດ້​ສ້າງ​ຄອບຄົວ​ກັບ​ນາງ ດາລາ​ວັນ ພອນ​ແກ້ວ ​ແລະ ມີ​ລູກ​ນຳ​ກັນ 3ຄົນ, ຍິງ 1ຄົນ, ຊາຍ 2ຄົນ. ປະຈຸ​ບັນ​ຢູ່​ບ້ານ ​ຄຳຮຸ່ງ, ​ເມືອງ ​ໄຊ​ທານີ, ນະຄອນຫຼວງວຽງຈັນ. ສະຫາຍ​ເລີ່​ມ​ເຄື່ອນ​ໄຫວ​​ເຮັດ​ການ​ປະຕິວັດ​ໃນ​ວັນ​ທີ 2 ທັນວາ ປີ 1975, ​ເຂົ້າ​ພັກ​ສຳຮອງ​ວັນ​ທີ 10/05/1985 ​ເຂົ້າ​ພັກ​ສົມບູນ​ວັນ​ທີ 9/5/1986.
ຊີວິດ ​ແລະ ການ​​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ສະຫາຍ​ ​ເຈືອງ ສົ​ມບູນຂັນ​ມີ​ດັ່ງ​ນີ້:
ສະຫາຍ ​ເຈືອງ ສົມບູນ​ຂັນ​ເລີ່​ມ​ເຄື່ອນ​ໄຫວ​ປະ​ຕີ​ວັດ​ນັບ​ແຕ່​ອາຍຸ​ຍັງ​ໄວໜຸ່ມ, ​ເປັນ​ນັກຮຽນ, ​ເປັນ​ພະນັກງານ​ຊາວໜຸ່ມ  ທີ່​ເຮັດ​ວຽກບຸກລຸກ​ຂົນ​ຂວາ​ຍຍຶດອຳນາດ​ຢູ່​ເຂດ​ເມືອງ ​ໂພນ​ທອງ.
·        ປີ 1977-1978     ສະຫາຍ ​ເຈືອງ ສົມບູນ​ຂັນ​ໄດ້​ເ​ປັນ​ນັກຮຽນກຽມພາສາ ຢູ່​ເມືອງ ກີ​ແອ​ຟ, ສະຫະພາບ​ໂຊ​ຫວຽດ.
·        ປີ 1982           ​ເປັນ​ເລຂາ​ຄະນະ​ຊາວໜຸ່ມ ປະຊາຊົນ​ປະຕິວັດ​ລາວ ​ແລະ ​ເປັນ​ປະທານ​ສະມາຄົມ​ນັກ​ສຶກສາລາ​ວປະຈຳ​ເມືອງ ມິນ​ສ, ລັດ​ເບ​ໂລ​ຣຸດຊີ, ສະຫະພາບ​ໂຊ​ຫວຽດ.
·        ປີ 1983           ​ເປັນ​ຜູ້​ແປ​ພາສາ​ຢູ່​ໂຮງຮຽນພັກ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ແຫ່ງ​ສະຫະພາບ​​ໂຊຫວຽດ ສຳລັບ​ພະນັກງານ​ການ​ນຳ​ຂອງ​ລາວ, ​ໃນ​ເວລານັ້ນ ສະຫາຍ ​ເຈືອງ ສົມບູນ​ຂັນ ​ໄດ້​ຖືກ​ມອບໝາຍຈາກ​ຄະນະ​ພັກ​ໃຫ້​ໄປ​ເປັນ​ເລຂາ​ຊາວໜູ່ມປະຊາຊົນ​ປະຕິວັດ​ລາວ ຂອງ​ເມືອງ ມົດສກູ ທັງ​ເປັນ​ກຳມະການ​ຄະນະ​ບໍລິຫານ​ງານຊາວໜູ່ມປະຊາຊົນ​ປະຕິວັດ​ລາວ ທົ່ວ​ສະຫະ​ພາບ​ໂຊ​ຫວຽດ.
·        ວັນ​ທີ 7/10/1987  ພາຍຫຼັງສິ້ນສຸດ​ການ​ປະຕິບັດໜ້າທີ່ຢູ່​ສະຫະພາບ​ໂຊ​ຫວຽດ​ແລ້ວ ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອາຈານ​ສອນ​ຢູ່​ໂຮງຮຽນຊັ້ນ​ສູງ​ພັກ ​ແລະ ລັດ​ທີ່​ທ່າ​ງ່ອນ.
·        ປີ 1987-1992     ​ເຮັດ​ວຽກຢູ່​ກົມ​ເລຂານຸການ​ຂອງ​ການ​ນຳ, ສັງ​ກັດ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ​ເປັນ​ພະນັກງານ​ຄົ້ນຄວ້າ​ລວມດ້ານ​ທິດ​ສະ​ດີ ​ແລະ ບັນຫາ​ຕ່າງໆ.
-         ​ເປັນ​ຮອງ​ຫົວໜ້າກົມ.
-         ​ເປັນ​ຫົວໜ້າກົມ, ທັງ​ເປັນ​ເລຂາ​ສະ​ເພາະ​ຂອງ ທ່ານ ​ໄກ​ສອນ ພົມວິຫານ
·        ​ແຕ່​ປີ 1992-1997 ຖືກ​ແຕ່ງ​ຕັ້ງ​ເປັນ​ຮອງ​ຫົວໜ້າຫ້ອງ​ວ່າການ​ສູນ​ກາງ​ພັກ.
-         ​ເປັນ​ຮອງ​ເລຂາ​ຄະນະ​ພັກ.
-         ​ເປັນ​ຮອງ​ລັດຖະມົນຕີ, ​ເປັນ​ຮອງ​ຫົວໜ້າຫ້ອງ​ວ່າການ​ສຳນັກງານປະທານ​ປະ​ເທດ​ໄລຍະໜຶ່ງ.
·        ປີ 1998           ຖືກ​ແຕ່ງ​ຕັ້ງ​ເປັນ​ຮອງ​ລັດຖະມົນຕີ, ​ເປັນ​ຫົວໜ້າຫ້ອງ​ວ່າການ​     ສຳນັກງານ​ນາຍົກລັດຖະມົນຕີ.
·        ​ແຕ່​ເດືອນ 4/1998 ​ເຖິງ​ເດືອນ 8/1999 ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ, ​ເປັນ​ຮອງ​ເລຂາ​ຄະນະ​ພັກ​ ກະຊວງ​ການ​ເງິນ-ທະນາຄານ.
·        ​ເດືອນ 10/1999 ຖືກ​ແຕ່ງ​ຕັ້ງ​ເປັນ​ຮອງ​ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາ​ງພັກ, ​ເປັນ​ກຳມະການ​ໃນ​ຄະນະ​ພັກ.
·        ວັນ​ທີ 26 ກັນຍາ ປີ 2005     ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ລັດຖະມົນຕີ​ຊ່ວຍ​ວ່າການ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ທັງ​ເປັນ​ຫົວໜ້າຫ້ອງວ່າການສຳນັກງານ​ນາຍົກລັດຖະມົນຕີ.
·        ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ ​​​VIII ຂອງພັກ ປີ 2006 ໄດ້ຖືກເລືອກຕັ້ງໃຫ້ເປັນກຳມະການ ສູນກາງພັກ, ເປັນເລຂາຄະນະພັກ, ເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາວິທະຍາສາດແຫ່ງຊາດ, ເປັນຮອງຫົວໜ້າ, ທັງເປັນຜູ້ປະຈຳການຄະນະຊີ້ນຳວຽກງານ 3 ສ້າງຂັ້ນສູນກາງຈົນເຖິງມື້ສຸດທ້າຍ.
ສະຫາຍ ເຈືອງ ສົມບູນຂັນ ໄດ້ເຕີບໃຫຍ່ຂຶ້ນຈາກຂະບວນການນັກຮຽນນັກສຶກສາ, ເປັນຜູ້ມີນຳ້ໃຈຫ້າວຫັນປະຕິວັດ, ມີຄວາມກ້າວຫານ, ເປັນຜູ້ທີ່ມີຄຸນສົມບັດດີ, ມີມານະຈິດບຸກ ບືນຕໍ່ໜ້າທີ່ວຽກງານ. ສະຫາຍ ແມ່ນໜຶ່ງໃນພະນັກງານເຂດໃຕ້ຂອງລາວທີ່ຖືກຄັດເລືອກໃຫ້ໄປຮຽນການເມືອງຢູ່ເມືອງ ກີແອຟ, ສະຫະພາບໂຊຫວຽດ. ຍ້ອນເປັນຜູ້ຮຽນດີ, ຮຽນເກ່ງ, ສະຫາຍຈຶ່ງຖືກມອບໝາຍໃຫ້ເປັນຄູສອນການເມືອງ, ເປັນພະນັກງານໂຄສະນາອົບ ຮົມ ແລະ ເປັນພະນັກງານການນຳ. ສະຫາຍພ້ອມດ້ວຍໝູ່ຄະນະໄດ້ປະກອບສ່ວນໃນການ ປັບປຸງບູລະນະວຽກງານໃນຂົງເຂດທິດສະດີການເມືອງ-ການປົກຄອງ, ວຽກງານແນວຄິດ ເຊິ່ງບັນດາວຽກດັ່ງກ່າວເປັນວຽກທີ່ຫຍຸ້ງຍາກ, ແຕ່ສະຫາຍກໍ່ມີຄວາມບຸກບືນອົດທົນຜ່ານຜ່າ, ສະຫາຍໄດ້ຮ່ວມກັບໝູ່ຄະນະນຳພາຈັດຕັ້ງປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ສະຫາຍ​ກໍ່​ເປັນ​ຜູ້ໜຶ່ງທີ່​ມີ​ຄວາມ​ຫ້າວຫັນ​ໃນ​ການ​ຄົ້ນຄວ້າ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ເຂົ້າ​ໃນ​ການ​ປັບປຸງ​ບູລະນະ​ບັນ​ດາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ລັດ.
  ສະຫາຍ ​ເຈືອງ ສົມບູນ​ຂັນ ​ໄດ້​ເຕີບ​ໃຫຍ່​ຈາກ​ພະນັກງານ​ວິຊາ​ການ ຈົນ​ກ້າວ​ຂຶ້ນ​ເປັນ​ພະນັກງານ​ການ​ນຳ​ຂອງ​ພັກ ​ແລະ ລັ​ດ. ສະຫາຍ​ໄດ້​ອຸທິດ​ເຫື່ອ​​ແຮງ​, ສະຕິ​ປັນຍາ​ຂອງ​ຕົນ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ ​ເພື່ອ​ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ງປະຊາຊົນ​ລາວ​ບັນດາ​ເຜົ່າ, ສະຫາຍ​ມີ​ຄວາມ​ສາມາດ​ໃນ​ການ​ນຳພາ, ​ເປັນ​ຜູ້​ທີ່​ມັກ​ສຶກສາຄົ້ນຄວ້າ​ຄວາມ​ຮູ້​ດ້ານ​ຕ່າງໆ,  ມີ​ຄວາມ​ກະຕືລື​ລົ້ນ​ໃນ​ການ​ປະຕິບັດໜ້າທີ່​ວຽກງານ​ທີ່​ໄດ້​ຮັບ​ມອບໝາຍ, ​ເປັນ​ຜູ້ໜຶ່ງທີ່​ເອົາ​ໃຈ​ໃສ່​ຝຶກ​ຝົນຫຼໍ່ຫຼອມຕົນ​ເອງ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ທ່ຽງທຳ, ມີ​ນ້ຳ​ໃຈ​ເສຍສະຫຼະ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ລວມຂອງ​ປະ​ເທດ​ຊາດ.​ ສະຫາຍ ​ເຈືອງ ສົມບູນ​ຂັນ ຍາ​ມ​ໃດ​ກໍ່​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ, ​ໃກ້ຊິດຕິດ​ແທດ​ກັບ​ພະນັກງານ ​ແລະ ປະຊາຊົນ. ພ້ອມ​ກັນ​ນັ້ນ, ສະຫາຍ ​ເຈືອງ ສົມບູນ​ຂັນ ກໍ່​ເປັນ​ຜູ້​ກຳ​ແໜ້ນ​ແນວທາງ​ຕ່າງ​ປະ​ເທດ​ຂອງ​ພັກ. ສະຫາຍ ມີ​ເພື່ອນ​ມິດສາ​ກົນ​ຢູ່​ກວ້າງຂວາງ.
  ສະຫາຍ ​ເຈືອງ ສົມບູນ​ຂັນ ​ແມ່ນ​ພະນັກງານ​ທີ່​ມີ​ແບບ​ແຜນ​ວິທີ​ເຮັດ​ວຽກ ​ແລະ ມີ​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ງ່າ​ຍດາຍ ​ແລະ ປະຢັດ. ມີ​ຄຸນສົມບັດ​ສິນ​ທຳ​ປະຕິ​ວັດ, ມີ​ຄວາມ​ສາມັກຄີ​​ເປັນ​​ເອກະພາບພາຍ​ໃນ​ພັກ, ພາຍ​ໃນ​ກົມ​ກອງ, ​ເປັນ​ຜູ້​ຍຶດໝັ້ນ​ໃນຫຼັກການ​ນຳພາ​ຂອງ​ພັກ, ຍຶດໝັ້ນ​ໃນ​ອຸດ​ົມ​ການການ​ປະຕິວັດ​ອັນ​ສູງ​ສົ່ງ. ສະຫາຍ​ໄດ້​ເປັນ​ແບບຢ່າງ​ອັນ​ດີ​ໃຫ້​ແກ່​ພະນັກງານ-​ສະມາຊິກ​ພັກ; ສະຫາຍ​ຍັງ​ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ຄອບຄົວ, ລູກຫຼານ​ໃຫ້​ກາຍ​ເປັນ​ຜູ້​ທີ່​ດີ, ມີ​ຄວາມ​ຮູ້​ຄວາມ​ສາມາດ.
ລວມຄວາມ​ວ່າ ຕະຫຼອດ​​ໃນ​ໄລຍະຫຼາຍສິບ​ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ ​ເຖິງ​ຈະ​ຢູ່​ໃນ​ຖານະ ​ແລະ ໜ້າທີ່​ໃດ, ຈະ​ແມ່ນ​ວຽກງານໜັກໜ່ວງ, ຫຍຸ້ງຍາກ​ສັບສົນ​ປານ​ໃດ​ກໍ່ຕາມ, ສະຫາຍ ​ເຈືອງ ສົມບູນ​ຂັນ ກໍ່​ໄດ້​ມີ​ຄວາມ​ອົດທົນ​ຜ່ານ​ຜ່າ​ມີ​ຄວາມ​ຮັບຜິດຊອບ​ສູງ, ມີ​ມານະ​ຈິດ​ປະຕິວັດໜຽວ​ແໜ້ນ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ​ຕໍ່​ລັດ​ຕໍ່​ປະ​ເທດ​ຊາດ ​ເຊິ່ງ​ໄດ້​ສະ​ແດງ​ແຈ້ງ​ເຖິງ​ທາດ​ແທ້​ຂອງ​ພະນັກງານ​ປະຕິວັດ​ທີ່​ແທ້​ຈິງ.
ດ້ວຍ​ຜົນງານ ​ແລະ ຄຸນງາມຄວາມດີ​ຂອງ​ສະຫາຍ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າ​ງສາ​ພັດທະນາ​ປະ​ເທດ​ຊາດ, ສະຫາຍ ​ເຈືອງ ສົມບູນ​ຂັນ ຈຶ່ງ​ໄດ້​ຮັບ ການ​ຍ້ອງຍໍ​ຈາກ​ພັກ ​ແລະ ລັດ​ເຮົາ ກໍ​ຄື​ຈາກ​ປະ​ເທດ​ເພື່ອນ​ມິດ ດ້ວຍ​ຮູບ​ການ​ຍ້ອງຍໍ​ປະ​ເພດ​ຕ່າງໆດັ່ງ​ນີ້:
-      ຫຼຽນ​ໄຊ​ອິດສະຫຼະ ຊັ້ນ I      1 ໜ່ວຍ
-      ຫຼຽນ​ໄຊ​ແຮງ​ງານ ຊັ້ນ I         3ໜ່ວຍ
-      ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II          4 ໜ່ວຍ
-      ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III       2 ໜ່ວຍ
-      ຫຼຽນ​ໄຊ​ເອກະລາດ​ຂອງ ສສ. ຫວຽດນາມ 1 ໜ່ວຍ
-      ​ໃບ​ຍ້ອງຍໍ​ຂອງ​ສະພາ​ຄຸ້ມ​ຄອງ​ນັກ​ສຶກສາ​ຕ່າງປະ​ເທດ​ຂອງ​ລັດ ​ເບ​ໂລຣຸດ​ເຊີ, ສະຫະພາບ​​ໂຊ​ຫວຽດ 1 ​ໃບ
-      ​ໃບ​ຍ້ອງຍໍ​ຂອງ​ສະພາ​ວິທະຍາສາດ ມະຫາວິທະຍາ​ໄລຂອງ​ລັດ​ເບ​ໂລຣຸດ​​ເຊີ, ສະຫະພາບ​​ໂຊ​ຫວຽດ 1 ​ໃບ
-      ນອກຈາກ​ນັ້ນຍັງ​​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກຂັ້ນ​ຕ່າງໆຢູ່​ພາຍ​ໃນ​ປະ​ເທດ​ອີກ​ຈຳນວນໜຶ່ງ.
ສະຫາຍ ​ເຈືອງ ສົມບູນ​ຂັນ ​ໄດ້​ເສຍ​ຊີ​ວິດ​ດ້ວຍ​ອຸບັດ​ຕິ​ເຫດ ​ເຮືອບິນ​ຕົກ​ໃນ​ເວລາ​ໄປ​ປະຕິບັດໜ້າທີ່​ທີ່ ​ແຂວງ​ຊຽງຂວາງ, ​ໃນ​ເວລາ 6​ ​ໂມງ 23 ນາທີ ຂອງ​ວັນ​ທີ 17 ພຶດສະພາ ປິ 2014 ລວມອາຍຸ​ໄດ້ 59 ປີ.
 
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ