​ຄວາມ​ດີຂອງ​ເຈົ້າ​ເໝືອນ​ດັ່ງ​ນ້ຳ​ຕານ​ເມັດ​ໜຶ່ງ, ກິນ​ແລ້ວ​ກໍ່ໝົດ​ໄປ​, ລືມແລ້ວ, ຈື່​ບໍ່​ໄດ້
2014-10-10 11:19:41  cri 

ຄົນ​ເຮົາ, ຖ້າ​ຢາກ​​​ໄດ້​ຮັບ​ຄວາມ​​ເຄົາລົບ​ນັບຖື ຈາກ​ຜູ້​ອື່ນ, ກໍ່​ຕ້ອງ​ເຄົາລົບ​ນັບຖື​ຜູ້​ອື່ນ​ກ່ອນ, ວິທີ​ດີ​ທີ່​ສຸດ​ກໍ່​ແມ່ນ​ຮຽນ​ເສຍປຽບ​ໃຫ້​ຜູ້​ອື່ນ. ​ໃນ​ໂລກ​ນີ້, ບໍ່​ມີ​ຜູ້​ໃດ​ມັກ​ຄົນ​ທີ່​ມັກ​​ໄດ້​ປຽບ​ຜູ້​ອື່ນ​ຢູ່​ສະ​ເໝີ, ​ແຕ່​ວ່າ, ທຸກ​ຄົນ​ກໍ່​ມັກ​ຄົນ​ທີ່​ຍອມ​ເສຍປຽບ​ໃຫ້​ຜູ້​ອື່ນ. ​ເມື່ອ​ເຈົ້າ​ເປັນ​ຄົນ​ຍອມ​​ເສຍປຽບ​ໃຫ້​ຜູ້​ອື່ນ, ກໍ່​ສາມາດ​ໄດ້​ໃຈ​ຂອງ​ຜູ້​ອື່ນ, ສ່ວນ​ຜູ້​ທີ່​ຮູ້​ເອົາ​ຄ່າ​ຕອບ​ແທນ​​ໃຫຍ່​ກວ່າ​ເຈົ້າ​ເພື່ອ​ເສຍປຽບ​ໃຫ້​ເຈົ້າ​ນັ້ນ, ຈະ​ແມ່ນ​ໝູ່​ເພື່ອນ​ທີ່ເຈົ້າ​ໄດ້​ຮັບ.

​​ມີ​ນັກ​ປະພັນ​ຈີນ​ຜູ້​ໜຶ່ງ​ເຄີຍ​ຂຽນ​ຄວາມ​ໜຶ່ງ​ທີ່​ເວົ້າ​ວ່າ: 你站在桥上看风景,看风景的人在楼上看你 ​​ແປ​ຕາມ​ໂຕ​ກໍ່​ແມ່ນ: ​ເຈົ້າ​ເບີ່​ງທິວ​ທັດ​ຢູ່​​ເທິງ​ຂົວ, ຜູ້​ທີ່​ເບີ່ງທິວ​ທັດພັດເບີ່​ງ​ເຈົ້າ​ຢູ່​ເທິງ​ຕຶກ. ​ແຕ່​ວ່າ, ຄວາມ​ນີ້​ມີຄວາມ​ໝາຍ​ເລິກ​ເຊິ່ງຫຼາຍ. ​ໃນ​ຊີວິດ, ພວກ​ເຮົາ​ມັກ​ຈະ​ເຫັນ​ແລະ​ອິດສາຄວາມສຸກ​ຂອງ​ຜູ້​ອື່ນ, ​ແຕ່​ວ່າ​ບັງ​ເອີນ, ​ເມື່ອຫຼຽວ​ເບີ່​ງທາງຫຼັງຂອງ​ຕົນ, ພັດ​ປາກົດ​ເຫັນ​ຜູ້​ອື່ນ​ກຳລັງ​ເບີ່ງ​ແລະ​ອິດສາ​ຕົວ​ເອງ. ທີ່​ຈິງ​ແລ້ວ, ທຸກ​ຄົນ​ກໍ່​ມີຄວາມສຸກ. ມີ​ແຕ່​ວ່າ, ​ເຮົາ​ເຫັນ​ໄດ້​ແຕ່​ຄວາມສຸກ​ຂອງ​ຜູ້​ອື່ນ, ບໍ່​ເຫັນ​ຄວາມສຸກ​ຂອງ​ຕົນ​ຊື່ໆ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ