ເສດຖະກິດ​ຂອງ​ໂລກ​​ພວມ​ຢູ່​ໃນ​ໄລຍະ​ຫົວລ້ຽວຫົວ​ຕໍ່
2016-09-04 16:41:30  cri 
ວັນ​ທີ4ກັນຍາ​ນີ້, ​ໃນ​ເວລາ​ກ່າວ​ປາ​ໄສ​ຢູ່​ກອງ​ປະຊຸມ​ສຸດ​ຍອດG20ຫັງ​ໂຈ່​ວ, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ພະລັງຊຸກຍູ້​ການ​ເຕີບ​ໂຕ​ຈາກ​ຄວາມ​ກ້າວໜ້າ​ຂອງວິທະຍາສາດ​ເຕັກ​ນິກຮອບ​ຜ່ານ​ມານັ້ນ​ໄດ້​ອ່ອນ​ລົງເປັນ​ກ້າວໆ, ​ແຕ່ການ​ປະຕິ​ຮູບ​ດ້ານວິທະຍາສາດ​ເຕັກ​ນິກແລະ​ອຸດສາຫະກຳ​ຮອບ​ໃໝ່​ຍັງ​ບໍ່​ທັນ​ເປັນ​ທ່າ​ອ່ຽງລວມ.ຂະນະ​ທີ່​ກຸ່ມ​ເສດຖະກິດ​ສຳຄັ​ນ​ໄດ້​ເຂົ້າ​ສູ່​ສັງຄົມຄົນ​ສູງ​ອາຍຸ ​ຕາມ​ລຳດັບ, ອັດຕາ​ການເຕີບ​ໂຕ​ຂອງ​ປະຊາກອນຫຼຸດ​ລົງ, ​ເຊິ່ງ​​ໄດ້​ສ້າງ​ຄວາມ​ກົດ​ດັນ​ແກ່​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຕ່າງໆ. ​ເສດຖະກິດໂລກາ​ພິວັດ​​ ​ພົບ​ກັບ​ອຸປະສັກ, ລັດທິ​ປົກ​ປ້ອງ​ການ​ຄ້າ​ແລະ​ທ່າ​ອ່ຽງ​ປົກ​ປ້ອງພາຍ​ໃນກໍຟື້ນ​ຕົວ​ຄືນ​ໃໝ່, ​ໂຄງ​ປະກອບ​ເສດຖະກິດຫຼາຍ​ຝ່າຍ​ຖືກ​ຜົນ​ກະທົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ