ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ໄທ
2016-09-05 11:12:53  cri 
ວັນ​ທີ 4 ກັນຍາ​ນີ້​ຢູ່​ເມືອງ​ຫັງ​ໂຈ່​ວ ​ແຂວງ​ເຈີ້​ຈ່ຽງ ສປ ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ​ໃນ​ນາມ​ເປັນ​ຜູ້ນຳ​ປະ​ເທດ​ແຂກ​ມີ​ກຽດ.

ໂອກາດ​ດັ່ງກ່າວ, ທ່ານ​ສີ​ຈິ້ນຜິ​ງ ຊີ້​ໃຫ້​ເຫັນ​ວ່າ: ຈີນ​ແລະ​ໄທ​ສະໜິດ​ກັນ​ເໝືອນ​ດັ່ງ​ຄົນ​ໃນ​ຄອບຄົວ​ດຽວ​ກັນ. ຈີນ​ໃຫ້​ຄວາມ​ສຳຄັນ​ສູງຕໍ່​ການ​​​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ຈີນ-​ໄທ ທັງ​ຍິນ​ດີ​ຮ່ວມ​ກັນ​ໄທ​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ທີ່​ທ່ານ​ປຣະຍຸດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວ​ໃນ​ຖານະ​ເປັນ​ຜູ້ນຳ​ປະ​ເທດ​ປະທານ​ກຸ່ມ 77 ປະ​ເທດນັ້ນສ່ອງ​ແສງ​ໃຫ້​​ເຫັນ​ເຖິງການ​ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ຕໍ່ຈີນ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ແລະຈີນ​ຫວັງ​ຮ່ວມ​ກັບ​ໄທ​ພະຍາຍາມ​ພ້ອມ​ກັນ​ຊຸກຍູ້​ກອງ​ປະຊຸມ​ໃຫ້​ປະສົບ​ຜົນສຳ​ເລັດ.

ທ່ານ​ປຣະຍຸດ ຈັນ​ໂອຊາກ່າວ​ສະ​ແດງຄວາມ​ຂອບ​ໃຈຈີນ​ທີ່​ໄດ້​ເຊື້ອ​ເຊີນ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວ, ບັນດາ​ປະ​ເທດກຳລັງ​ພັດທະນາ​ລ້ວນ​ແຕ່ຍ້ອງຍໍ​ຊົມ​ເຊີຍ​​ສູງ​ຕໍ່​ຈີນ​ທີ່​​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ກຸ່ມ 20 ປະ​ເທດ​ກັບ​ກຸ່ມ 77 ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ