ການ​ປ່ຽນ​ແປງ​ໃໝ່​ຢູ່​ອ້ອມ​ຂ້າງ​ພວກ​ເຮົາ 5 ປີ​ຜ່ານ​ມາ--ຊື້​ສິນ​ຄ້າ​ໂດຍ​ບໍ່​ຈຳ​ເປັນ​ອອກ​ເຮືອນ
2017-10-20 17:11:02  cri 

ປີ 2015, ເຂດ​ທົດ​ລອງ​ສັງ​ລວມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເມືອງ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ ແລະ​ມາ​ຮອດປີ 2016 ກໍ​ໄດ້​ເພີ່ມ​ຂຶ້ນອີກ 12 ແຫ່ງ​ຢູ່ນະ​ຄອນ​ທຽນ​ສິນ, ນະ​ຄອນ​ຊຽງ​ໄຮ ແລະເມືອງ​ເຈີ້ງ​ໂຈ່ວ​ເປັນ​ຕົ້ນ. ຈາກ​ການ​ຂະ​ຫຍາຍ​ຕົວ​ຄື​ດັ່ງ​ກ່າວ​ເຮັດ​ໃຫ້ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ນຳ​ເຂົ້າ​ຂ້າມ​ຊາດຂອງ​ຈີນ​ເພີ່ມ​ຂຶ້ນ​ດັ່ງ​ປີ 2016 ບັນ​ລຸ​ເຖິງ 1.200 ຕື້ຢວນ ແລະ​ຖື​ວ່າ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ນຳ​ເຂົ້າ​ຂ້າມ​ຊາດ​ຂອງ​ຈີນ​ເຖິງ​ລະ​ດັບ​ພັນ​ຕື້. ຈາກ​ນີ້​ຈຶ່ງ​ຄາດ​ວ່າ​ປີ 2017 ຈະ​ບັນ​ລຸ​ເຖິງ 1.854 ຕື້ 300 ລ້ານຢວນ ໂດຍ​ຈະ​ເພີ່ມ​ຂຶ້ນ 54,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ