ທ່ານປູ​ຕິນ​ຍ້ອງ​ຍໍ​ທ່ານ​ສີ​ຈິ້ນ​ຜິງ​ແມ່ນ​ເພື່ອນ​ທີ່​ດີ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້
2018-06-06 11:08:42  cri 

ກ່ອນ​ຈະ​ເດີນ​ທາງ​ໄປ​ນະ​ຄອນ​ຊິງ​ຕາວ ສ​ປ ຈີນ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮແລະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ, ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ໃຫ້​ສຳ​ພາດ​ຕໍ່​ທ່ານ​ເຊີ້ນ​ໄຫ​ຊົງ ຜູ້​ອຳນວຍ​ການສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໃນ​ວັນ​ທີ 31 ພຶ​ດ​ສະ​ພາ​ຜ່ານ​ມາ​ນີ້, ​ໃນ​ນັ້ນ​ໄດ້​ເວົ້າ​ເຖິງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ຈີນ​ແລະ​ພາບ​ອະ​ນາ​ຄົດຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຫຼັງ​ຮັບ​ຮອງ​ປະ​ເທດ​ສະ​ມາ​ຊິກ​ໃໝ່.

    ນີ້​ແມ່ນ​ທ່ານ​ປູ​ຕິນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຣັ​ດ​ເຊຍ​ຊຸດ​ໃໝ່​ໃນ​ຕົ້ນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ​ທັງ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຈີນ​ຢູ່​​ວັງ​ເຄ​ຣັມ​ແລງເປັນ​ຄັ້ງ​ທຳ​ອິດ. ​ກ່ອນ​ອື່ນ​ໝົດ, ທ່ານ​ປູ​ຕິນ​ໄດ້​ສະ​ແດງ​ຄວາມອວຍ​ພອນ​​ອັນ​ດີ​ງາມ​ທີ່​ສຸດ​ຕໍ່​ປະ​ຊາ​ຊົນ​ຈີນ, ​ອວຍ​ພອນ​ໃຫ້​​ທຸກຄອບ​ຄົວ​ຈີນ​ຈົ່ງ​ມີ​ຄວາມ​ສຸກ​ແລະ​ມີສຸ​ຂະ​ພາບ​ແຂງ​ແຮງ.   

ທ່ານ​ປູ​ຕິນ​ກ່າວ​ວ່າ, ຣັດ​ເຊຍ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ກັບ​ຈີນ​ທີ່​ເປັນ​ຄູ່​ຮ່ວມ, ປະ​ເທດ​ພັນ​ທະ​ມິດ​ແລະ​ເພື່ອນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້. ຣັດ​ເຊຍ​ແລະ​ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃກ້​ຄຽງ, ໄດ້​ສ້າງ​ການ​ພົວ​ພັນ​​ໜຶ່ງ​ດຽວ​ໃນ​ໂລກ​ປັດ​ຈຸ​ບັນ​ບົນ​ພື້ນ​ຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. "ສັນ​ຍາ​ຮ່ວມ​ມື​​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງ​ທີ່​ດີ​ຕໍ່​ກັນ" ທີ່​ຣັດ​ເຊຍ​ແລະ​ຈີນ​ລົງ​ນາມ​ເມື່ອ​ປີ 2001ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ຄວາ​ມ​ເປັນ​ເອ​ກະ​​ພາບ​ກັນຫຼາຍ​ຢ່າງ​ໃນ​ດ້ານ​ການ​ສ້າງ​ສາ​ປະ​ເທດ​ຕົນ​ແລະ​ການ​ປະ​ພຶດ​ຕໍ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕົນ​ແລະ​ອື່ນໆ, ເຮັດ​ໃຫ້​ຣັດ​ເຊຍ​ແລະ​ຈີນ​ເຊື່ອມ​ຈອດ​ກັນ.

    "ຖ້າ​ວ່າ​ໃຊ້​ຄຳ​ເວົ້າ​ຂອງ​ປະ​ທານ​ສີ​ຈິ້ນ​ຜິງ​ໃນ​ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ກໍ​ຄື, ສິ່ງ​ໃດ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ? ຄຳ​ຕອບ​ຂອງ​ປະ​ທານ​ປະ​ເທດ​ຈີນ​ກໍ​ຄື: ການ​ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ການ​ທີ່​ບັນ​ລຸ​ເປົ້າ​ໝາຍ​ສາ​ມາດ​ໃຊ້​ວິ​ທີ​ແລະ​ຮູບ​ການ​ຢ່າງ​ຫຼວງ​ຫຼາຍ, ແຕ່​ວ່າ​ພວກ​ເຮົາ​ມີ​ເປົ້າ​ໝາຍ​ຄື​ກັນ. ຢູ່​ຣັດ​ເຊຍ, ນອກ​ຈາກ​ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລ້ວ, ພວກ​ເຮົາ​ບໍ່​ມີ​ເປົ້າ​ໝາຍ​ອື່ນ. ສະ​ນັ້ນ​ພວກ​ເຮົາ​ກຳ​ລັງ​ພິ​ຈາ​ລະ​ນາ​ຈະ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ຈີນ​ແນວ​ໃດ, ເຮັດ​ແນວ​ໃດ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຫຼົ່າ​ນີ້​ແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງນອກ, ນຳ​ໃຊ້​ການ​ປະ​ດິດ​ສ້າງ​ໃໝ່​ແບບ​ທັນ​ສະ​ໄໝ, ເສດ​ຖະ​ກິດ​ຕີ​ຈີ​ດອນ, ເຕັກ​ນິກພັນ​ທຸ​ກຳ, ສັງ​ຄົມ​ແລະ​ປະ​ເທດ​ທີ່​ທັນ​ສະ​ໄໝ​ແລະ​ກົມ​ກຽ​ວ​ແລະ​ການ​ປັບ​ປຸງ​ເສດ​ຖະ​ກິດ​ເປັນ​ຂົງ​ເຂດ​ສຳ​ຄັນ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ເສດ​ຖະ​ກິດ​ແບບ​ໃໝ່. ສະ​ນັ້ນ, ພວກ​ເຮົາ​ມີ​ຈຸດ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ຖະ​ແນມ​ແຕ່​ທຳ​ຄວາມ​ພະ​ຍາ​ຍາມ​ແລ້ວ, ກໍ​ຈະ​ໄດ້​ຮັບ​ຜົນ​ງານ​ໃໝ່."


ປີ​ນີ້​ເປັນ​ປີ​ຄົບ​ຮອບ 5 ປີ​ແຫ່ງ​​ການ​ສະ​ເໜີຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​​ຂອງຈີນ. ເດືອນ​ພຶດ​ສະ​ພາ​ປີ 2015, ປະ​ມຸກ​ລັດ​ຈີນ​-ຣັດ​ເຊຍ​ໄດ້​ລົງ​ນາມ​ໃນ​ຖ​ະ​ແຫຼງ​ການ​ຮ່ວມ ເຊິ່ງ​ເປັນ​ການ​ເປີດ​ຂະ​ບວນ​ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຂອງ​​​ຈີນ​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ​ຂອງ​ຣັດ​ເຊຍ. ໃນ​ໄລ​ຍະ 3 ປີ​ຜ່ານ​ມາ,ການ​ຮ່ວມ​ມື​ໃນ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້ມີ​ປະ​ສິດ​ທິ​ຜົນ​ໃນ​ເບື້ອງ​ຕົ້ນໂດຍ​ສາ​ມາດ​ສ້າງ​ຜົນ​ງານ​ອັນ​ອຸ​ດົມ​ສົມ​ບູນ​ໃນ​ການ​ຮ່ວມ​ມື​ໂຄງ​ການ​ໃຫຍ່​ໃໝ່​ໃນ​ຂົງ​ເຂດ​ພະ​ລັງ​ງານ, ຄົມ​ມະ​ນາ​ຄົມ,ການ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ​ແລະ​ອື່ນໆ.

   ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ, ທ່ານ​ປູ​ຕິນ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​​​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງວ່າ: ນີ້​ເປັນ​ຂໍ້​ລິ​ເລີ່ມ​ສຳ​ຄັນ​ທີ່​ມີ​ຄຸນ​ປະ​ໂຫຍດ​ແລະ​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ. ທ່ານ​ປູ​ຕິນ​ເນັ້ນ​ວ່າ: ຣັດ​ເຊຍ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ມາ​ໂດຍ​ຕະຫຼອດ,ການ​ທີ່​ຣັດ​ເຊຍຈີນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນ​າ​ກໍ​ຈະ​ສາ​ມາດ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຫຼາຍ​ຂຶ້ນ​ຕື່ມ. ປີ2017ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ​ຄື​ບັນ​ລຸ​ເຖິງ 87 ຕື້​ໂດ​ລາ​ສະ​ຫະ​ລັດ, ທ່ານ​ປູ​ຕິນ​ເຫັນ​ວ່າຄວນ​ສືບ​ຕໍ່​ຮັກ​ສາການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ.

    ຍັງ​ອີກ​ບໍ່​ເທົ່າ​ໃດ​ມື້, ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິ່ງ​ຕາວ​ ເຊິ່ງ​ເປັນ​ກອງ​ປະ​ຊຸມ​ສະ​ພາມົນ​ຕີ​ປະ​ມຸກ​ລັດ​ຄັ້ງ​ທຳ​ອິດ​ພາຍຫຼັງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຂະ​ຫຍາຍ​ສະ​ມາ​ຊິກ. ທ່ານ​ປູ​ຕິນ​ຢືນ​ຢັນ​ວ່າ ອົງ​ການ​ຮ່ວມ​ມື​ຊຽງ​ໄຮພາຍຫຼັງ​​ທີ່ຂະ​ຫຍາຍ​ຕົວ​ໄດ້​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ລະ​ດັບ​ໂລກ, ທ່ານ​ມີ​ຄວາມ​ໝັ້ນ​ໃຈ​​ຢ່າງ​ລົ້ນ​ເຫຼືອຕໍ່​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ນີ້. ຂະ​ນະ​ດຽວ​ກັນ, ທ່ານ​ກໍ​ກ່າວ​ເນັ້ນ​ວ່າ:     "ແນ່ນອນ​ແລ້ວ,ພວກ​ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ເພື່ອຕ້ານ​ຢັນ​ກັບ​ປະ​ເທດ​ອື່ນ,ແຕ່​ກໍ​ເພື່ອ​ຮັບ​ປະ​ກັນ​ການ​ຮ່ວມ​ມື​ຮອບ​ດ້ານ​ຄົບ​ວົງ​ຈອນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ແລະ​ລະ​ຫວ່າງ​ປະ​ເທດ​ອື່ນໆ ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ຮ່ວມ​ມື, ບໍ່​ວ່າ​ປະ​ເທດ​ເຫຼົ່ານັ້ນ​ຈະ​ຕັ້ງ​ຢູ່​ບ່ອນ​ໃດ​ຢູ່​ທະ​ວີບ​ໃດ​ກໍ​ຕາມ,ການ​ຮ່ວມ​ສຳ​ພັນ​ກັບ​ກຳ​ລັງ​ທີ່​ເຂັ້ມ​ແຂງ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ ກໍ​ຈະ​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຕົນ​ເອງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແລະ​ຈະ​ກາຍ​ເປັນ​ປັດ​ໄຈ​ທີ່​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ສະ​ຖາ​ນະ​ການ​ຂອງ​ໂລກ​ໂດຍ​ບໍ່​ຕ້ອງ​ສົງ​​ໄສ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ນີ້​ຈະ​ເປັນ​ປັດ​ໄຈ​ທີ່​ມີ​ຜົນ​ສະ​ທ້ອນ​ທາງ​ບວກ."

ກ່ອນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ນະຄອນ​ຊິ່ງຕາວ, ທ່ານ​ປູ​ຕິນ​ຈະ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​​ເຊື້ອເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ. ນັບ​ແຕ່​ປີ 2013 ​ເປັນຕົ້ນມາ, ປະມຸກ​ລັດ​ສອງ​ທ່ານ​ມີ​ການ​ແລກປ່ຽນ​ກັນ​ຢ່າງ​ສະໜິດ​ແໜ້ນ ​ແລະ​ການ​ພົບ​ປະລະ​ຫວ່າງຜູ້ນຳ​ສອງ​ທ່ານ​ທີ່​ມີ​ມາ​ເຖິງ 20 ກວ່າ​ເທື່ອ​ນັ້ນກໍ​ເປັນ​ຈຸດ​ສົນ​ໃຈ​ຂອງ​ທົ່ວ​ໂລກ. ​ໃນ​ການ​ສຳພາດ​ເທື່ອ​ນີ້, ທ່ານ​ປູ​ຕິນ ​ໄດ້​ຫວນ​ຄືນ​ແລະເວົ້າ​ເຖິງ​ຂໍ້ລະອຽດ ​ແລະ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ໄປມາຫາສູ່​ກັບ​ທ່ານ​ສີ​ຈິ້ນ​ຜິ​ງ ທີ່​ເປັນ​ເພື່ອນ​ເກົ່າ​ຂອງ​ຕົນວ່າ: ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແມ່ນ​ຜູ້ນຳ​ພຽງ​ທ່ານ​ດຽວ​ທີ່​ຮ່ວມ​ສະຫຼອງວັນ​ເກີດ​ຂອງ​ຂ້າພະ​ເຈົ້າ ຂ້າພະ​ເຈົ້າສອງ​ຄົນ​ຮ່ວມ​ດື່ມ​ເຫຼົ້າ​ໂວ​ນກາ 1 ຈອກ, ປາດ​ເອົາ​ໄສ້ກອກ​ໜ້ອຍ​ໜຶ່ງ. ​ເວົ້າສຳລັບ​ຕົນ​ແລ້ວ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ເປັນຄູ່​ຮ່ວມ​ມື​ທີ່​ດີ ​ແລະ ​ເພື່ອນ​ມິດ​ທີ່​ໄວ້​​ເນື້ອ​ເຊື່ອໃຈ​ໄດ້.​

    ເວລາ​ນັ້ນ, ຫຼັງຈາກພວກ​​ເ​ຮົາ​​ສຳ​ເລັດ​ວຽກ​ງານ​ໝົດ​ມື້, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ກໍ​ມາ​ຮ່ວມ​ສະຫຼອງວັນ​ເກີດ​ຂອງຂ້າພະ​ເຈົ້າ. ທ່ານ​ສີ​ຈິ້ນ​ຜິ​ງ ​ເປັນ​ຄົນ​ອ່ອນ​ນ້ອມຖ່ອມຕົວ​ແລະ​ເຂົ້າຫາ​ໄດ້​ທຸກ​ຄົນ, ຈິງ​ໃຈ​ຕໍ່​ທຸກ​ຄົນ ຂະນະ​ດຽວ​ກັນ​ກໍ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ທີ່​ສຸດ. ທ່ານ​ຄື​ກັນ​ກັບ​ຜູ້ນຳຫຼາຍໆ​ປະ​ເທດ ຄື ພະຍາຍາມ​ໃຫ້​ວຽກ​ງານ​ຕ່າງໆ​ໄດ້​ຮັບ​ຜົນຫຼາຍທີ່​ສຸດ ສະ​ແຫວ​ງຫາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕົນ. ທ່ານ​ເປັນ​ບຸກຄົນ​ດີ​ເດັ່ນ ​ໂດຍ​ມັກ​ວິ​ເຄາະ​ບັນຫາ​ຕ່າງໆ ສະນັ້ນ, ການ​ຫາລື​ກັບ​ທ່ານ​ກ່ຽວ​ກັບ​ຫົວ​ຂໍ້​ສາກົນ ​ແລະ​ບັນຫາ​ເສດຖະກິດ​ກໍ​​ເປັນ​ເລື່ອງ​ທີ່ມີ​ຄວາມ​ໝາຍສຳຄັນ.​

    ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວປີ 2016, ທ່ານ​ປູ​ຕິນ ​ໄດ້​ນຳ​ເອົາ​ກະ​ແລມຈາກຣັດ​ເຊຍ​ຫີບ​ໜຶ່ງ​ສົ່ງ​ໃຫ້​ທ່ານ​ສີ​ຈິ້ນ​ຜິ​ງ ​ເລື່ອງ​ເລັກໆ​ນ້ອຍໆ ​ແຕ່ກໍ​ອົບ​ອຸ່ນ​ເຊິ່ງ​ເລື່ອງ​ນີ້​ກໍ​ເປັນ​ເລື່ອງ​ທີ່​ວົງ​ການ​ພາຍ​ນອກ​ມັກ​ເວົ້າ​ເຖິງ​ເລື້ອຍໆ ​ແລະສຳລັບ​ຄຳ​ຖາມ​ທີ່​ວ່າ ການຈະ​ເດີນທາງ​ຢ້ຽມຢາມ​ຈີນ​ອີກເທື່ອໜຶ່ງ​ຈະ​ມີ​ຂອງຂວັນ​ພິ​ເສດ​ຫຍັງ​ບໍ? ທ່ານ​ປູ​ຕິນຍີ້ມ ​ແລະ​ຕອບ​ວ່າ: ມີ​ແນ່ນອນ ​ແຕ່​ຍັງ​ເປັນຄວາມ​ລັບ​ຢູ່".​    ໃນ​ການ​ສຳພາດ​ເທື່ອ​ນີ້, ທ່ານ​ເຊີ້​ນ​ໄຫ​ຊົງ ຜູ້ອຳນວຍການ​ໃຫຍ່​ສະຖານີ​ວິທະຍຸ-​ໂທລະພາບ​ສູນ​ກາງ​ຈີນ ​ໃຫ້​ຮູ້​ວ່າ: ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ພວມ​ຈັດ​ກິດຈະກຳ "​ໃຜ​ເປັນ​ແຟນຄລັບຂອງ​ປູ​ຕິນ" ​ໃນ​ຄໍ​ລຳ "ຂ່າວ​ເດັ່ນຈີນ-ຣັດ​ເຊຍ" ຂອງ​ສື່​ສັງຄົມ​ອອນ​ລາຍ ​ແລະ​ພາຍ​ໃນ​ໜຶ່ງ​ອາທິດ​ກໍ​ມີຜູ້​ໃຊ້​ອິນ​ເຕີ​ເນັດ​ຈີນ 10 ລ້ານ​ກວ່າ​ຄົນ​ສະ​ແດງ​ຄວາມ​ຄິດ​ເຫັນ. ຂະນະ​ທີ່​ທ່ານ​ເຊີ້​ນ​ໄຫ​ຊົງ ກໍ​ຕາງໜ້າ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຈີນ​ຕັ້ງບັນຫາ​ມ່ວນໆຫຼາຍບັນຫາ​ນຳ​ຜູ້ນຳ​ສູງ​ສຸດ​ຂອງຣັດ​ເຊຍ​ຜູ້​ນີ້ ​ແລະ​ທ່ານ​ປູ​ຕິນ ກໍ​ຕອບ​ທຸກໆຄຳ​ຖາມ​ດ້ວຍ​ຄວາມ​ຍິນ​ດີ:

ຖາມ: ທ່ານ​ເຫັນ​ວ່າ, ທີມ​ໃດ​ຈະ​ເປັນ​​ຜູ້​ຊະ​ນະໃນ​ຄັ້ງ​ນີ້?ຕອບ: ຄຳ​ຖາມ​ນີ້​ຕອບ​ຍາກ, ມີຫຼາຍ​ທີມ​ຈະ​ສາ​ມາດ​ເປັນ​​ຜູ້​ຊະ​ນະໄດ້​ຄື​ກັນ, ເຊັ່ນວ່າ: ທີມ​ອາກ​ຊັງ​ຕິນ ແລະ ທີມ​ເບ​ຣ​ຊິນ​ຈາກ​ອາ​ເມ​ລິ​ກາ​ລາ​ຕິນ. ເຮົາ​ກໍ​ຮູ້​ດີ​ວ່າ, ທີມ​ເຢຍ​ລະ​ມັນຫຼິ້ນ​ໄດ້​ດີຫຼາຍ​ໃນ​ຄັ້ງ​ຜ່ານ​ມາ, ເຂົາ​ເຈົ້າ​ໄດ້​ສະ​ແດງ​​ສີ​ຕີນ​ຂອງ​ນັກ​ກິ​ລາ​ເຕະ​ບານ​ທີ່​ດີ​ເດັ່ນ​ອອກ​ມາ​ໃນ​ຄັ້ງ​ຜ່ານ​ມາ. ນອກ​ນີ້, ທີມ​ແອ​ສ​ປາຍ ແລະ ທີມ​ອື່ນ​ກໍ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຄື​ກັນ.ຖາມ: ທ່ານ​ມັກ​ນັກ​ກິ​ລາ​ເຕະ​ບານ​ຄົນ​ໃດ​ທີ່​ສຸດ?ຕອບ: ໃນ​ໝູ່​ນັກ​ກິ​ລາ​ຣັດ​ເຊຍ ແລະ ອະ​ດີດ​ສ​ະ​ຫະ​ພາບ​ໂຊວຽດ, ຂ້າ​ພະ​ເຈົ້າ​ມັກ​ທ່ານເລັບ ຢາ​ຊິນ Lev Yashin ທີ່​ສຸດ. ໃນ​ໝູ່ນັກ​ກິ​ລາ​ຕ່າງ​ປະ​ເທດ​ນີ້, ​ຂ້າ​ພະ​ເຈົ້າ​ມັກ​ທ່ານ​ເປ​ເລ​ທີ່​ສຸດ ແລະ ​ຂ້າ​ພະ​ເຈົ້າ​ກໍ​ມັກທ່ານ​ເດຍ​ໂກ ມາ​ຣາ​ໂດ​ນາ Diego Armando Maradona ​ເຊັ່ນ​ກັນ.ຖາມ: ປັດ​ຈຸ​ບັນ, ທ່ານ​ຍັງຫຼິ້ນ​ກິ​ລາ​ຫຍັງ​ແດ່? ມື້​​ໜຶ່ງຫຼິ້ນ​ດົນ​ປານ​ໃດ?ຕອບ: ທຸກ​ມື້, ຂ້າ​ພະ​ເຈົ້າ​ຈະ​ອອກ​ກຳ​ລັງ​ກາຍ 2 ຊົ່ວ​ໂມງ ຫາ 2 ຊົ່ວ​ໂມງ​ເຄິ່ງ, ຫຼິ້ນ​ເຟັດ​ເນັ​ສ, ລອຍ​ນ້ຳ, ຖ້າ​ມີ​ຜູ້​ຝຶກ​ຮ່ວມ, ກໍ​ຈະ​ຝຶກ​ຢູ​ໂດ, ແຕ່​ບໍ່​ຝຶກ​ຢູ​ໂດ​ດຸ​ປານ​ໃດ. ແຕ່​ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ກໍຫຼິ້ນ​ຣອກ​ກີ້​ນ້ຳ​ກ້ອນ. ມີ​ແຕ່ຫຼິ້​ນ​ບາງ​ຄັ້ງ​ຄາວ, ຍັງ​ບໍ່​ຊ່າງຫຼິ້ນ​ປານ​ໃດ.ໃນ​ການ​ສຳ​ພາດ​ທີ່​ເປັນ​ເວ​ລາ​ເຄິ່ງ​ຊົ່ວ​ໂມງ​ປາຍ, ທ່ານ​ປູ​ຕິນ​ຍັງ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ເດັ່ນ ເຊັ່ນ: ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ປະ​ເທດ​ຕາ​ເວັນ​ຕົກ, ​ບັນ​ຫາ​ແຫຼມ​ເກົາຫຼີ ແລະ ອື່ນ​ໆ. ກ່ຽວ​ກັບ​ບັນ​ຫາ​ປະ​ເທດ​ຕາ​ເວັນ​ຕົກ​ຂວ້ຳ​ບາດ​ຣັດ​ເຊຍ​ທາງ​ເສດ​ຖະ​ກິດ, ທ່ານ​ປູ​ຕິນ​ກ່າວ​ວ່າ, ທຸກ​ນະ​ໂຍ​ບາຍ​ທີ່​ຈຳ​ກັດ​ແບບ​ຜິດ​ກົດ​ໝາຍ ແລະ ທຳ​ລາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ນັ້ນ​ຈະ​ຖືກ​ດັບ​ສູນໄປ​ເທື່ອ​ລະ​ກ້າວ. ທ່ານ​ຫວັງ​ໃຫ້​ການ​ພົວ​ພັນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​​ກັບ​ຄືນ​ສູ່ຄວາມ​ເປັນ​ປົກ​ກະ​ຕິ​ດ້ວຍ​ຮູບ​ການ​ໃດ​ໜຶ່ງ. ເມື່ອ​ເວົ້າ​ເຖິງ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ທ່ານ​ກ່າວ​ວ່າ, ຣັດ​ເຊຍ​ມີຫຼັກ​ໝັ້ນ​ຄ້າຍ​ຄື​ກັນ ຫຼືວ່າ​ມີຫຼັກ​ໝັ້ນ​ດຽວ​ກັນ​ກັບ​ຈີນ​ໃນ​ບັນ​ຫາ​ນີ້, ນັ້ນ​ກໍ​ຄື​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ເພື່ອຫຼຸດ​ຜ່ອນ​ສະ​ຖາ​ນະ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ພາກ​ພື້ນ.
 


 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ