ອ່ານ​ຂ່າວ​ລະ​ອຽດ APP

ເຄື່ອງ​ປັ້ນ​ດິນ​ເຜົາ​ລາ​ຊະ​ວົງ​ຖັງ​ກັບ​ຄືນ​ສູ່​ບ້ານ​ເກີດ

cri2018-08-14 17:18:29

ປີ 1998 ຢູ່​ເຂດ​ທະ​ເລ​ເທິງເກາະເບ​ລີ​ທູງ​ປະ​ເທ​ດ​ອິນ​ໂດ​ເນ​ເຊຍໄດ້​ພົບ​ເຮືອ​ໃບ​ອາ​ຣັບ​ທີ່​ບັນ​ທຸກ​ສິນ​ຄ້າ​ລາ​ຊະ​ວົງ​ຖັງ​ຂອງ​ຈີນ. ສິນ​ຄ້າ67.000 ອັນ​ທີ່​ເກັບ​ຂຶ້ນ​ມານັ້ນ ມີ​ເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ຜະ​ລິດ​ຢູ່​ໂຮງ​ຜະ​ລິດ​ເມືອງ​ຊາງ​ຊ່າ56.000 ກວ່າ​ອັນ. ວັດ​ຖຸ​ບູ​ຮານ​ເຫຼົ່າ​ນີ້ ປັດ​ຈຸ​ບັນ, ​ສ່ວນຫຼາຍ​ເກັບ​ຮັກ​ສາ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ອາ​ລະ​ຍະ​ທຳ​ອາ​ຊີ​ສິງ​ກະ​ໂປ.ເພື່ອ​ເຮັດ​ໃຫ້​ວັດ​ຖຸ​ບູ​ຮານ​ເຫຼົ່າ​ນີ້​ກັບ​ຄືນ​ສູ່​ບ້ານ​ເກີດ, ຫ້ອງ​ການ​ຄຸ້ມ​ຄອງ​ບ່ອນ​ເກົ່າ​ຂອງ​ໂຮງ​ປັ້ນ​ດິນ​ເຜົາ​ຂອງ​ລັດ​ນະ​ຄອນ​ຊາງ​ຊ່າໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດຢັ້ງເພື່ອ​ທວງ​ຄືນ, ໃນ​ທີ່​ສຸດ, ວັດ​ຖຸ​ບູ​ຮານ162 ຊຸດ​ໄດ້​ຖືກ​ສົ່ງກັບ​ຄືນ​ສູ່​ນະ​ຄອນ​ຊ່າງ​ຊ່າ​ໃນ​ວັນ​ທີ 10 ພະ​ຈິກ​ປີ​ຜ່ານ​ມາ.ວັດ​ຖຸ​ບູ​ຮານ​ທີ່​​ຖືກ​ສົ່ງ​ຄືນ​ມາ​ເຫຼົ່າ​ນີ້​ມີ​ຄຸນ​ຄ່າ​ສຳ​ຄັນ​ຕໍ່​ການ​ຄົ້ນ​ຄວ້າ​ເຄື່ອງ​ປັ້ນ​ດິນ​ເຜົາ​ລາ​ຊະ​ວັງ​ຖັງ​ຂອງ​ຈີນ.

Not Found!(404)