ຣຸ້ຍຊ່າງແຂວງຈ່ຽງຊີ່ແມ່ນທ່າເຮືອສຳຄັນແຫ່ງໜຶ່ງໃນຕອນກາງແມ່ນ້ຳຢາງຊີກຽງ, ໃນເມື່ອກ່ອນເຄີຍເປັນສະພາບທີ່ບໍ່ໜ້າເບິ່ງໜ້າຊົມເທົ່າໃດ. ໃນເວລາ 5 ປີຜ່ານມາ, ໂດຍຜ່ານການປັບປຸງສິ່ງແວດລ້ອມຄືນໃໝ່ຂອງແມ່ນ້ຳຢາງຊີກຽງ, ສິ່ງແວດລ້ອມຢູ່ສອງຝັ່ງແມ່ນ້ຳຢາງຊີກຽງໄດ້ມີໂສມໜ້າໃໝ່ແລ້ວ. ເຈົ້າໜ້າທີ່ທ້ອງຖິ່ນໄດ້ແນະນຳ “ວິທີບວກແລະລົບ” ຂອງມາດຕະການປັບປຸງ: ມ້າງທ່າເຮືອຜິດກົດໝາຍ 24 ແຫ່ງ, ມ້າງຄອກລ້ຽງສັດຜິດກົດໝາຍ 355 ແຫ່ງ, ເລີ່ມປັບປຸງລະບົບນ້ຳ, ຫຼຸດຈຳນວນວິສາຫະກິດບໍ່ແຮ່ທີ່ສ້າງມົນລະພິດຈາກ 46 ແຫ່ງໃຫ້ຍັງເຫຼືອ 12 ແຫ່ງ. ພ້ອມກັນນັ້ນ, ເລີ່ມປະຕິບັດໂຄງການຟື້ນຟູຊີວະພາບທີ່ມີມູນຄ່າ 200 ລ້ານຢວນຢ່າງຮອບດ້ານ, ວາງແຜນສ້າງເຂດແຄມແມ່ນ້ຳຢາງຊີກຽງທີ່ມີຄວາມຍາວ 19,5 ກິໂລແມັດ.