ບໍລິສັດອຸປະຖຳການບໍລິການການສື່ສານເຄື່ອນທີ່ສະເພາະງານເອຊຽນເກມຈາກາຕາໄດ້ຕັ້ງສູນເຕັກນິກ 5G ຢູ່ສູນກິລາເກໂລຣາ ບັງຄາໂນ ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ພາຍໃນສູນດັ່ງກ່າວ,ບໍລິສັດອຸປະຖຳໄດ້ຈັດໃຫ້ມີເກມຕ່າງໆເຊັ່ນ ລົດຖີບ VR, ບານເຕະ VR, ເຄື່ອງຫຼິ້ນລົດບໍ່ມີຄົນຂັບແລະອື່ນໆ ເພື່ອໃຫ້ຫຼາຍຄົນລວມທັງນັກກິລາ,ນັກຂ່າວແລະຜູ້ຊົມໄດ້ສຳຜັດກັບຄວາມເບີກບານມ່ວນຊື່ນແລະໜ້າປະທັບໃຈຂອງເຕັກນິກ 5G.