ອ່ານ​ຂ່າວ​ລະ​ອຽດ APP

ທ່ານສີ​ຈິ້ນ​ຜິ​ງໄປ​ຢາມ​ພະ​ນັກ​ງານ​ສົ່ງ​ເຄື່ອງ​ດ່ວນ

cri2019-02-02 14:12:51

ເນື່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ທີ່​ສຸດ​ທາງ​ຈັນ​ທະ​ຄະ​ຕິ​ຂອງ​ຊົນຊາດ​ຈີນ​ໃກ້​ຈະໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ໄປ​ຢື້​ຢາມ​ຖາມ​ຂ່າວປະ​ຊາ​ຊົນ​ນະ​ຄອນ​ຫຼວງ​ປັກ​ກິ່ງ. ຕອນ​ທ່ຽງ​ວັນ​ທີ 1 ກຸມ​ພານີ້, ຢູ່​ສູນ​ບໍ​ລິ​ການ​ສົ່ງ​ເຄື່ອງ​ດ່ວນ​ຂອງ​ຖະ​ໜົນ​ຊື​ໂທວ​ເຂດ​ສຽນ​ເໝີນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຖາມ​ພະ​ນັກ​ງານ​ສົ່ງ​ເຄື່ອ​ງ​ດ່ວນ​ວ່າ:​ ບຸນກຸດ​ຈີນ​ຈະໄດ້​ເມືອ​ບ້ານຫຼືບໍ? ແລະໄດ້​ຍ້ອງ​ຍໍ​ຊົມ​ເຊີຍເຂົາ​ເຈົ້າ​ເໝືອນ​ດັ່ງ​ເຜິ້ງໂຕ​ນ້ອຍໆ​ແຕ່​ດຸ​ໝັ່ນ​ຫຼາຍ, ຕາກ​ແດດ​ຕາກຝົນ, ເຮັດ​ວຽກ​ຫ້າວ​ຫັນ. ທ່ານ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມາ​ຢາມ​ພວກ​ທ່ານ​ໂດຍ​ສະ​ເພາະ, ແລະ​ຜ່ານ​ຈາກ​ພວກ​ທ່ານກໍ​ຂໍ​ຝາກ​ຄຳອວຍ​ພອນ​ປີ​ໃໝ່​ໄປ​ຍັງພະນັກ​ງານ​ສົ່ງ​ເຄື່ອງ​ດ່ວນທັງ 3 ລ້ານ​ຄົນໃນຂອບ​ເຂດ​ທົ່ວ​ປະ​ເທດ, ພວກ​ທ່ານ​ເປັນ​ຜູ້​ອອກ​ແຮງ​ງານ​ທີ່​ດຸ​ໝັ່ນ​​ແລະ​ຫ້າວ​ຫັນ​ທີ່​ສຸດ. ຢາກ​ໃຫ້ພວກ​ທ່ານ​ໄດ້​ເມືອຢາມ​ບ້ານ, ຂ້າ​ພະ​ເຈົ້າ​ຫວັງ​ເປັນ​ເຊັ່ນ​ນັ້ນ, ເພື່ອເຕົ້າ​ໂຮມ​ກັນ​ກັບ​ຄອບ​ຄົວ. ຂໍ​ອວຍ​ພອນ​ໃຫ້​ພວກ​ທ່ານ​ຢູ່​ດີ​ມີ​ແຮງ ສະ​ບາຍ​ດີ​ປີ​ໃໝ່!”

 

图片默认标题_fororder_786571871

 

 

 

ຢູ່​ຮ້ານ​ອາ​ຫານ​ນ້ອຍ​ແຫ່ງ​ໜຶ່ງ, ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ນຳເຈົ້າ​ຂອງ​ຮ້ານ​ທີ່​ມາ​ຈາກ​ຕ່າງ​ແຂວງວ່າ:“ຂໍ​ອວຍ​ພອນ​ໃຫ້​ພວກ​ທ່ານ​ຈົ່ງ​ຄ້າ​ໄດ້​ຂາຍ​ໝານ, ສະ​ບາຍ​ດີ​ປີ​ໃໝ່!” ທ່ານ​ຍັງ​ໄດ້​ເວົ້າ​ຢອກວ່າ:“ມື້​ໃດ​ມື້​ໜຶ່ງຂ້າ​ພະ​ເຈົ້າ​ຈະມາ​ກິນ​ເຂົ້າ​ຄາບ​ໜຶ່ງ​ຢູ່ນີ້.” ເຈົ້າ​ຂອງ​ຮ້ານ​ຕອບວ່າ:“ມື້ນີ້​ທ່ານ​ກໍ​ກິນ​ຢູ່​ຮ້ານ​ເຮົາ​ສາ, ຂ້ອຍ​ຊິ​ລ້ຽງ​ທ່ານ.”ຄົນ​ທັງ​ຫຼາຍ​ພາ​ກັນ​ຫົວ​ຂຶ້ນ​ຢ່າງ​ມ່ວນ​ຊື່ນແລະ​ມີ​ຄວາມ​ອົບ​ອຸ່ນ.

 

图片默认标题_fororder_1533809184

 

 

 

Not Found!(404)