• ເປີດ​ເຜີຍ​ຜົນ​ການ​ປະ​ກວດ​ຮູບ​ຖ່າຍ​ພາຍ​ໃຕ້​ຫົວ​ຂໍ້: ມີ​ເຈົ້າ​ເປັນ​ເພື່ອນ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

       ກິດ​ຈະ​ກຳ​ປະ​ກວດ​ຮູບ​ຖ່າຍ​ພາຍ​ໃຕ້​ຫົວ​ຂໍ້: ມີ​ເຈົ້າ​ເປັນ​ເພື່ອນ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງວິ​ທະ​ຍຸສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້ດຶງ​ດູດ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຈາກ 47 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຂົ້າ​ຮ່ວມ, ໄດ້​ຮັບ​ຮູບ​ຖ່າຍ 11,500 ກວ່າ​ໃບ. ໂດຍ​ຜ່ານ​ການ​ປະ​ກວດ​ 10 ກວ່າ​ຮອບ​ແລະ​ການ​ໃຫ້​ຄະ​ແນນ​ທາງ​ອິນ​ເຕີ​ເນັດ 1,92 ລ້ານ​ສະ​ບັບ, ວັນ​ທີ 10 ເມ​ສາ​ນີ້, ຜົນ​ການ​ປະ​ກວດ​ໄດ້​​ຖືກເປີດ​ເຜີຍ​ຢ່າງ​ເປັນ​ທາງ​ການ.
      ໃນຮູບຖ່າຍເຫຼົ່ານີ້ມີເວລາໃດທີ່ເຮັດໃຫ້ທ່ານຮູ້ສຶກປະທັບໃຈບໍ່? ມີສະຖານທີ່ທ່ານເຄີຍໄດ້ໄປບໍ່? ຫຼືວ່າມີເພື່ອນເກົ່າທີ່ທ່ານຄິດຮອດທີ່ສຸດ?

  • CRI ຈັດກິດຈະກຳປະກວດຮູບຖ່າຍພາຍໃຕ້ຫົວຂໍ້: ມີເຈົ້າເປັນເພື່ອນຕາມໜຶ່ງແລວໜຶ່ງເສັ້ນທາງ

        ຕາມຂາວ CRI: ວັນທີ 28 ກຸມພານີ້ ກິດຈະກຳປະກວດຮູບຖ່າຍພາຍໃຕ້ຫົວຂໍ້: ມີເຈົ້າເປັນເພື່ອນຕາມໜຶ່ງແລວໜຶ່ງເສັ້ນທາງທີ່ເວັບໄຊທາງການຂອງວິທະຍຸສາກົນແຫ່ງປະເທດຈີນ (CRI ຫຼື www.cri.cn) ເປັນເຈົ້າພາບ ໄດ້ຈັດຂຶ້ນຢ່າງເປັນທາງການ ເຊິ່ງເວັບໄຊດັ່ງກ່າວຈະຜ່ານຈາກສື່ໃໝ່, ສື່ອອນລາຍທີ່ຢູ່ຕ່າງປະເທດ ແລະສື່ຕ່າງ ປະເທດທີ່ ເປັນຄູ່ຮ່ວມມືເຊີນຊວນເພື່ອນມິດທົ່ວໂລກສົ່ງຜົນງານເຂົ້າຮ່ວມກິດຈະກຳປະກວດຮູບຖ່າຍຄັ້ງນີ້.

  • ປະກາດ​ຈັດ​ກິດຈະກຳ​ປະ​ກວດ​ຮູບ​ຖ່າຍ

        ​ເລີ່​ມ​ແຕ່​ວັນ​ທີ 28 ກຸມພາ 2019 ນີ້​ເປັນ​ຕົ້ນ​ໄປ, ​ເວັບ​ໄຊ​ທາງ​ການ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ (CRI ຫຼື www.cri.cn) ຈະ​ຈັດ​ກິດຈະກຳ​ປະ​ກວດ​ຮູບ​ຖ່າຍ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ມີ​ເຈົ້າ​ເປັນ​ເພື່ອນ​ຕາມ​ໜຶ່ງ​ແລ້ວ​ໜຶ່ງ​ເສັ້ນທາງ” ຂຶ້ນ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ ​ເຊິ່ງມີ​ຈຸດປະສົງ​ເພື່ອ​ສ່ອງ​ແສງ​ເຖິງ​ໝາກຜົນ​ແຫ່ງ​ການ​ສ້າງສາ​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ​ດ້ວຍ​ຮູບ​ຖ່າຍ​ຕ່າງໆ, ສະ​ແດງ​ໃຫ້​ເຫັນ​ເຖິງ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ເສັ້ນທາງ​ສາຍ​ໄໝ​ທີ່​ຖື​ສັນຕິພາບ, ການ​ຮ່ວມ​ມື, ​ເປີດ​ປະຕູ, ຄວາມ​ໂອບ​ເອື້ອ​ອາລີ, ຮຽນ​ຮູ້​ເຊິ່ງກັນ ​ແລະ​ກັນ ​ແລະ​ຕ່າງ​ຝ່າຍ​ຕ່າງຖອດ​ຖອນ​ເຊິ່ງ​ກັນ ​ແລະ​ກັນ, ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ເປັນ​ໃຈກາງ, ຊີ້​ໃຫ້​ເຫັນ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ສະພາບ​ການ​ໃໝ່​ທີ່​ເກີດ​ຂຶ້ນ​ຍ້ອນ​ຂໍ້​ລິ​ເລີ່​ມໜຶ່ງ​ແລວໜຶ່ງ​ເສັ້ນທາງ, ບັນທຶກມິດຕະພາບ......