• ສະຖານີວິທະຍຸສາກົນແຫ່ງປະເທດຈີນ
  • ພາກພາສາລາວ
  • ​ແນະ​ນຳ​ພະ​ນັກ​ງານ​ພະ​ແນກ​ພາ​ສາ​ລາວ

ສະຖານີວິທະຍຸສາກົນແຫ່ງປະເທດຈີນ

ວິທະຍຸສາກົນແຫ່ງປະເທດຈີນ (China Radio International) ຊື່ຫຍໍ້ CRI ຕັ້ງຢູ່ເຂດຊານເມືອງພາກຕາເວັນຕົກນະຄອນຫຼວງປັກກິ່ງ ສປ ຈີນ, ແລະໄດ້ກຳເນີດເກີດຂຶ້ນຢູ່ໃນຖ້ຳອຽນອານເມື່ອວັນທີ 3 ທັນວາປີ 1941, ປັດຈຸບັນໄດ້ກະຈາຍສຽງອອກອາກາດໄປທົ່ວໂລກດ້ວຍ 65 ພາສາ, ແມ່ນສື່ມວນຊົນສາກົນທີ່ໃຊ້ພາສາຫຼາຍທີ່ສຸດໃນໂລກ. ປີ 2010, ວິທະຍຸສາກົນແຫ່ງປະເທດຈີນໄດ້ຕັ້ງສະຖານີໂທລະພາບທາງອິນເຕີເນັດ (China International Broadcasting Network) ຊື່ຫຍໍ້ CIBN.

ເປົ້າໝາຍຍຸດທະສາດຂອງວິທະຍຸສາກົນແຫ່ງປະເທດຈີນຄືການເຜີຍແຜ່ສະພາບສາກົນສັງລວມຍຸກປັດຈຸບັນແບບໃໝ່, ມີວັດຖຸປະສົງຄື “ແນະນຳປະເທດຈີນຕໍ່ທົ່ວໂລກ, ແນະນຳໂລກໃຫ້ແກ່ປະເທດຈີນ, ລາຍງານຂ່າວຂອງໂລກຕໍ່ທົ່ວໂລກແລະເພີ່ມຄວາມເຂົ້າໃຈແລະມິດຕະພາບລະຫວ່າງປະຊາຊົນຈີນກັບປະຊາຊົນໃນໂລກ”, ທັດສະນະຄະຕິໃນການໂຄສະນາເຜີຍແຜ່ຂອງວິທະຍຸສາກົນແຫ່ງປະເທດຈີນຄື “ຫຼັກໝັ້ນຂອງຈີນ, ສາຍຕາຂອງໂລກແລະຈິດໃຈມວນມະນຸດ”, ປະຕິບັດຫຼາຍໜ້າວຽກທັງວິທະຍຸ, ວາລະສານ, ວິດີໂອ, ເວັບໄຊ, ການແປຮູບເງົາ, ຂະແໜງການສື່ມວນຊົນແລະອື່ນໆ.

ມາຮອດທ້າຍປີ 2016, ວິທະຍຸສາກົນແຫ່ງປະເທດຈີນໄດ້ຕັ້ງລະບົບ FM ຢູ່ຕ່າງປະເທດ 101 ແຫ່ງ, ແລະໄດ້ອອກອາກາດລາຍການປະມານ 3000 ຊົ່ວໂມງຕໍ່ມື້, ລາຍການ FM ໄດ້ປົກຫຸ້ມປະຊາກອນປະມານ 500 ລ້ານຄົນຢູ່ນະຄອນຫຼວງຫຼືເມືອງສຳຄັນຂອງ 50 ກວ່າປະເທດ. ໄດ້ຕັ້ງສຳນັກຂ່າວ, ຫ້ອງການ CRI, ຫ້ອງຮຽນຂົງຈື້ທາງວິທະຍຸປະມານຮ້ອຍແຫ່ງແລະສະໂມສອນຜູ້ຟັງ 4115 ແຫ່ງ, ຜູ້ຊົມ 98% ໃນໂລກສາມາດຟັງລາຍການ CRI ດ້ວຍພາສາແມ່. ຮອດປີ 2016 ວິທະຍຸສາກົນແຫ່ງປະເທດຈີນມີຜູ້ຊົມແລະຜູ້ຟັງເຖິງ 260 ລ້ານຄົນ, ຈຳນວນຜູ້ຊົມແລະຜູ້ຟັງພົວພັນກັບ CRI ເຖິງ 55 ລ້ານ 3 ແສນເທື່ອ; ໄດ້ເປີດສື່ສັງຄົມອອນໄລ 228 ປະເພດ, ຍອດຈຳນວນເພື່ອນມີ 81 ລ້ານ 1 ແສນ 7 ໝື່ນຄົນ, ມີຜູ້ອ່ານແລະຟັງລາຍການຂອງ CRI ປະມານ 26 ລ້ານເທື່ອຕໍ່ມື້.

ພາກພາສາລາວ

ພາກພາສາລາວຂອງວິທະຍຸສາກົນແຫ່ງປະເທດຈີນລະບົບ AM ໄດ້ສ້າງຕັ້ງຂຶ້ນໃນວັນທີ 15ທັນວາປີ 1956, ໂດຍໃນປັດຈຸບັນອອກອາກາດມື້ລະ 2 ເທື່ອໆລະໜຶ່ງຊົ່ວໂມງ. ເຊິ່ງລາຍການທີ່ອອກອາກາດເທື່ອທີ 1 ໃນເວລາ 19:30 - 20:30 ໂມງເວລາວຽງຈັນ, ແລະເທື່ອທີ 2 ອອກອາກາດໃນເວລາ 21:30 - 22:30 ໂມງເວລາວຽງຈັນ.

ມາເຖິງວັນທີ 15 ພະຈິກປີ 2006, ວິທະຍຸສາກົນແຫ່ງປະເທດຈີນຫຼື CRI ໄດ້ກະຈາຍສຽງອອກອາກາດໃນລະບົບ FM 93 Mhz ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ເຊິ່ງປັດຈຸບັນອອກອາກາດມື້ລະ 19 ຊົ່ວໂມງທີ່ມີລາຍການຂ່າວ, ລາຍການບັນເທີງແລະອື່ນໆ. ປັດຈຸບັນ CRI-FM93 ໄດ້ກາຍເປັນແຫຼ່ງຂໍ້ມູນຂ່າວສານສຳຄັນທີ່ສຸດທີ່ສື່ມວນຊົນລາວນຳໄປເປັນຂໍ້ມູນລາຍງານປະເທດຈີນກໍຄືຂອງໂລກ, ກາຍເປັນຊ່ອງທາງດີທີ່ສຸດທີ່ຜູ້ຊົມລາວຊອກຮູ້ກ່ຽວກັບປະເທດຈີນ, ຂະນະທີ່ຜູ້ນຳລາວກໍເອີ້ນວ່າເປັນ “ສ່ວນປະກອບຂອງສື່ມວນຊົນໃນສັງຄົມລາວ”. ແລະດ້ວຍຄວາມພົ້ນເດັ່ນໃນປີ 2016, ລັດຖະບານລາວໄດ້ມອບຫຼຽນກາມິດຕະພາບໃຫ້ແກ່ CRI.

ເວັບໄຊພາສາລາວສ້າງຂຶ້ນໃນວັນທີ 18 ທັນວາປີ 2003. Facebook CRI-FM 93 ໄດ້ເປີດນຳໃຊ້ເມື່ອເດືອນມີນາປີ 2014, ແລະມາຮອດປັດຈຸບັນມີເພື່ອນຫຼາຍກວ່າ 1 ລ້ານຄົນ.

ຂ່າວທີ່ລາຍງານທາງວິທະຍຸແລະເວັບໄຊລ້ວນແຕ່ໄດ້ສ່ອງແສງສະພາບການພັດທະນາ ການເມືອງ, ເສດຖະກິດແລະວັດທະນະທຳຢ່າງທັນການທີ່ສຸດ, ພ້ອມກັນນັ້ນກໍມີເຫດການສາກົນສຳຄັນທີ່ເກີດຂຶ້ນໃນແຕ່ລະວັນ. ຫຼາຍປີຜ່ານມາ, ການລາຍງານກໍມີລັກສະນະເປົ້າໝາຍເພີ່ມຂຶ້ນ. ນອກຈາກມີລາຍການແຈ້ງຂ່າວເສດຖະກິດຈີນ, ຊີວິດສັງຄົມ, ວັດທະນະທຳຈີນ, ຊາວໜຸ່ມຈີນແລະລາຍການສວນວິທະຍາສາດແລະການສຶກສາທີ່ແນະນຳເສດຖະກິດວັດທະນະທຳແລະຊີວິດການເປັນຢູ່ຂອງປະຊາຊົນຈີນແລ້ວ, ຍັງມີລາຍການສາລະໜ້າຮູ້ແລະລາຍການອື່ນໆທີ່ໜ້າສົນໃຈຕື່ມອີກ.

ວິທະຍຸສາກົນແຫ່ງປະເທດຈີນພາກພາສາລາວມີຜູ້ຟັງຢູ່ລາວຫຼາຍ, ການກະຈາຍສຽງທາງອິນເຕີເນັດກໍໄດ້ຮັບຄວາມສົນໃຈຈາກຄົນລາວຢູ່ໄທ ຝຣັ່ງ ອາເມລິກາແລະການາດາ. ຜູ້ນຳລາວຫຼາຍທ່ານກໍຟັງລາຍການຂອງວິທະຍຸ CRI ຕະຫຼອດໂດຍບັນດາທ່ານຕ່າງກໍຍ້ອງຍໍຊົມເຊີຍການກະຈາຍສຽງຕໍ່ລາວແມ່ນຂົວອາກາດເຊື່ອມນ້ຳໃຈມິດຕະພາບຈີນ-ລາວ.

​ກົດ​​ເພື່ອ​ອ່ານ​ທັງ​ໝົດ