ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2003-12-17 08:59:19    
ສະຖານີວິທະຍຸສາກົນແຫ່ງປະເທດຈີນ

cri

ວິທະຍຸສາກົນແຫ່ງປະເທດຈີນ (China Radio International) ຊື່ຫຍໍ້ CRI ຕັ້ງຢູ່
ເຂດຊານເມືອງພາກຕາເວັນຕົກປັກກິ່ງນະຄອນຫຼວງຈີນ, ແມ່ນວິທະຍຸກະຈາຍສຽງແຫ່ງ
ຊາດພຽງແຫ່ງດຽວຂອງຈີນທີ່ກະຈາຍສຽງຕໍ່ທົ່ວໂລກ.  ນອກຈາກມີສຳນັກຂ່າວປະຈຳ
ຢູ່ບັນດາແຂວງ ກຳແພງນະຄອນ ເຂດປົກຄອງຕົນເອງ ແລະເຂດບໍລິຫານພິເສດຮົງກົງ
ແລະມາກາວແລ້ວ,ວິທະຍຸສາກົນແຫ່ງປະເທດຈີນຍັງໄດ້ຕັ້ງສຳນັກຂ່າວ 27 ແຫ່ງຢູ່ຕ່າງ
ປະເທດ.ແຕ່ລະມື້, ໃຊ້ເຕັກນິກອັດສຽງດີຈີຕອນທີ່ກ້າວໜ້າໃນໂລກ, ຈັດທຳລາຍການກະ
ຈາຍສຽງດ້ວຍພາສາຕ່າງປະເທດ 38 ພາສາ,ພາສາຈີນກາງແລະພາສາຈີນທ້ອງຖີ່ນ 4
ພາສາເຊັ່ນພາສາກວງໂຈວ,ພາສາແຕຈິວ,ພາສາໝິ້ນໜານແລະພາສາຮັກກາ,ແຕ່ລະມື້
ກະຈາຍສຽງ 200 ກວ່າຊົ່ວໂມງ ຕໍ່ພາຍໃນປະເທດແລະຕ່າງປະເທດ, ຖືກຂະໜານ
ນາມເປັນສະພານແລະສາຍພານແຫ່ງການພົວພັນແລະແລກປ່ຽນລະຫວ່າງຈີນກັບຕ່າງ
ປະເທດ,ແມ່ນຊ່ອງທາງທີ່ວ່ອງໄວທີ່ສຸດ,ສະດວກທີ່ສຸດແລະມີປະສິດທິຜົນທີ່ສຸດໃນການ
ຊອກຮູ້ປະເທດຈີນ.ປີ 2001,ໄດ້ຮັບຈົດໝາຍຈາກຜູ້ຟັງ 9 ແສນ 1 ໝື່ນສະບັບ. ແຕ່ປີ
1984 ເປັນຕົ້ນມາ,ວິທະຍຸສາກົນແຫ່ງປະເທດຈີນໄດ້ເປີດພາກກະຈາຍສຽງພາສາຕ່າງ
ປະເທດຕໍ່ພາຍໃນປະເທດສອງພາກ(ຄື FM 88,7 ແມັດ ແລະFM 91,5 ແມັດ),
ແຕ່ລະມື້ໄດ້ກະຈາຍລາຍການດ້ວຍ 9 ພາສາເຊັ່ນ: ພາສາອັງກິດ, ພາສາແອສປາຍ,
ພາສາອາລັບ,ພາສາຝຣັ່ງ, ພາສາເຢຍລະມັນ, ພາສາເກົາຫຼີ, ພາສາຍີ່ປຸ່ນ,  ພາສາລັດ
ເຊຍແລະພາສາກວງໂຈວ.

ວິທະຍຸສາກົນແຫ່ງປະເທດຈີນຍັງໄດ້ພ້ອມກັນກັບວິທະຍຸກະຈາຍສຽງຂອງ 10 ກວ່າປະ
ເທດແລະເຂດແຄວ້ນເຊັ່ນ:ອັງກິດ,ຝຣັ່ງ,ສະວິສ,ລັດເຊຍ,ແອສປາຍ,ການາດາ,ມາລີ,ເບຼ
ຊິນ,ກູບາ,ອາເມລິກາ,ລຸກຊຳບວກແລະອາຟິຼກາໃຕ້ເປັນຕົ້ນຖ່າຍທອດລາຍການຂອງກັນ
ຫຼືເຊົ່າເຄື່ອງຖ່າຍທອດລາຍການຂອງວິທະຍຸພວກເຮົາທີ່ກະຈາຍຕໍ່ອາເມລິກາເໜືອ,ອາ
ເມລິກາລາຕິນ,ເອີລົບ,ອາຟິຼກາແລະອາຊີຕາເວັນຕົກລວມ 20 ພາສາ.ວິທະຍຸສາກົນແຫ່ງ
ປະເທດຈີນ ຍັງໄດ້ສ້າງການພົວພັນຮ່ວມມືກັບວິທະຍຸກະຈາຍສຽງ ແລະສະຖານີໂທລະ
ພາບຂອງຫຼາຍປະເທດແລະເຂດແຄວ້ນໃນໂລກ.

ໂດຍປເຊີນກັບສະຖານະການໃໝ່ທີ່ແກ່ງແຍ່ງກັນລະຫວ່າງສື່ມວນຊົນໃນທົ່ວໂລກ,ວິທະ
ຍຸສາກົນແຫ່ງປະເທດຈີນໄດ້ຕັ້ງໜ້າສະແຫວງການພັດທະນາຫຼາຍດ້ານຢ່າງຄົບວົງຈອນ.
ວັນທີ 26 ທັນວາປີ 1998, ແວບໄຊວິທະຍຸສາກົນແຫ່ງປະເທດຈີນ ໄດ້ປະກາດຂ່າວຕໍ່
ພາຍນອກຢ່າງເປັນທາງການ,ລາຍການກະຈາຍສຽງ 43 ພາສາກໍຮັບຟັງທາງອິນເຕີເນັດ
ໄດ້ແລ້ວ,ອັນໄດ້ກາຍເປັນແວບໄຊນຶ່ງທີ່ມີຂະໜາດໃຫຍ່ກວ່າໝູ່ແລະມີເນື້ອໃນອຸດົມສົມ
ບູນກວ່າໝູ່ເຊິ່ງມີພາສາຫຼາຍກວ່າໝູ່,ມີທັງຕົວໜັງສື,ຮູບພາບແລະສຽງ.

ວິທະຍຸສາກົນແຫ່ງປະເທດຈີນກຳເນີດເກີດຂຶ້ນຢູ່ໃນຖ້ຳອຽນອານເເມື່ອວັນທີ 3 ທັນວາປີ
1941,ມາຮອດປັດຈຸບັນໄດ້ເດີນຜ່ານໄລຍະທາງໃນທ່າມກາງຝົນລົມແດງ 60 ກວ່າປີ
ແລ້ວ,ດຽວນີ້,ວິທະຍຸສາກົນແຫ່ງປະເທດຈີນພວມອີງໃສ່ຈິດໃຈຮັກໜ້າທີ່ວຽກງານ,ນ້ຳໃຈ
ປະກອບສ່ວນ,ບຸກເບີກແລະປະດິດສ້າງ,ຖືໂອກາດທີ່ຈີນເຂົ້າຮ່ວມອົງການການຄ້າໂລກ,
ຖືໂອກາດສ້າງຕັ້ງເປັນກຸ່ມວິທະຍຸຮູບເງົາແລະໂທລະພາບຈີນ,ອອກແຮງສຸດຂີດເພື່ອສ້າງ
ຕົນເອງໃຫ້ກາຍເປັນສື່ມວນຊົນທັນສະໄໝທີ່ມີວິທະຍຸກະຈາຍສຽງ,ໂທລະພາບແລະອິນ
ເຕີເນັດ,ແລະມີກຳລັງແກ່ງແຍ່ງໃນໂລກ.