ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2003-12-26 16:06:03    
ທ່ານເໝົາເຈີຕົງຜູ້ນຳທ່ີຍ່ິງໃຫຍ່ຂອງປະຊາຊົນຈີນ

cri
ທ່ານເໝົາເຈີຕົງແມ່ນຜູ້ນຳທ່ີຍ່ິງໃຫຍ່ຂອງປະຊາຊົນຈີນ,ແມ່ນລັດທິມາກຜູ້ຍ່ິງໃຫຍ່,ກໍ
ແມ່ນມະນຸດຜູ້ຍ່ິງໃຫຍ່ທ່ີມີຜົນສະທ້ອນຕໍ່ວິວັດທະນາການປະຫວັດສາດໃນສັດຕະວັດ
ທີ 20.

ວັນທີ 26 ທັນວາປີ 1893 ທ່ານເໝົາເຈີຕົງເກີດໃນຄອບຄົວຊາວກະສິກອນບ້ານເຊົາ
ຊານຊົງເມືອງຊ່ຽງທານແຂວງຫູນານຂອງຈີນ.ປີ 1911 ທ່ານເໝົາເຈີຕົງໄດ້ເຂົ້າຮ່ວມ
ກອງທະຫານປະຕິວັດ,ປີ 1919 ທ່ານໄດ້ເຂົ້າຮ່ວມຂະບວນການຕ້ານຈັກກະພັດຕ້ານ
ສັກດິນາ 4 ພຶດສະພາ.

ປີ 1921 ພັກກອມນິດຈີນໄດ້ກຳເນີດເກີດຂຶ້ນ. ປະຫວັດສາດໄດ້ເລືອກເອົາພັກກອມມູ
ນິດຈີນ,ປະຫວັດສາດກໍໄດ້ເລືອກເອົາທ່ານເໝົາເຈີຕົງ.ທ່ານເໝົາເຈີຕົງໄດ້ຮັບຮູ້ຢ່າງຈະ
ແຈ້ງວ່າ,ການປະຕິວັດຈີນຢາກໄດ້ຮັບໄຊຊະນະ,ກໍຕ້ອງແກ້ໄຂບັນຫາຊົນນະບົດແລະ
ການປະຕິວັດຊາວກະສິກອນໃຫ້ດີ. ທ່ານໄດ້ແຕ່ງບົດປະພັນຕ່າງໆເຊັ່ນ"ການວິເຄາະ
ໄຈ້ແຍກບັນດາຊົນຊັ້ນໃນສັງຄົມຈີນ","ໝັດໄຟນ້ອຍໆສາມາດໄໝ້ລາມປ່າ"ເປັນຕົ້ນ,
ທ່ານເລີ່ມຈາກສະພາບປະຫວັດສາດແລະສະພາບສັງຄົມຂອງຈີນ,ຄົ້ນຄວ້າຈຸດພິເສດ
ແລະກົດເກນຂອງການປະຕິວັດຈີນຢ່າງເລິກເຊ່ິງ,ໄດ້ພັດທະນາແນວຄິດຂອງລັດທິມາກ
ເລນິນກ່ຽວກັບສິດນຳພາຂອງຊົນຊັ້ນກຳມາຊີບໃນການປະຕິວັດປະຊາທິປະໄຕ,ໄດ້ສ້າງ
ທິດສະດີການປະຕິວັດລັດທິປະຊາທິປະໄຕແບບໃໝ່ເຊ່ິງນຳໂດຍຊົນຊັ້ນກຳມາຊີບ,ຖືສະ
ຫະພັນກຳມະກອນຊາວນາເປັນພື້ນຖານຂອງປວງຊົນ,ຕ້ານຈັກກະພັດ,ຕ້ານສັກດິນາ
ແລະທຶນນິຍົມອາດຍາສິດ.

ກໍແມ່ນຢູ່ໃຕ້ການຊີ້ນຳຂອງແນວຄິດເໝົາເຈີຕົງອັນສະຫງ່າລາສີນີ້ເອງ,ປະຊາຊົນໄດ້
ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ,ໄດ້ຈາກໄຊຊະນະນີ້ເດີນໄປສູ່ໄຊຊະນະໃໝ່.
ແຕ່ປີ 1934 ຮອດປີ 1936 ກອງທັບແດງກຳມະກອນຊາວນາຈີນໄດ້ເດີນທັບທາງໄກ
25,000 ລີ້ເທ່ົາກັບ 12,000 ກວ່າກິໂລແມັດທ່ີມີຊ່ືລີນາມໃນໂລກ,ປະຊາຊົນຈີນໄດ້ດຳ
ເນີນການຕໍ່ສູ້ຢ່າງນອງເລືອດເປັນເວລາ 8 ປີ,ໂຈມຕີຈັກກະພັດຍີ່ປຸ່ນໃຫ້ປະລາໄຊ. ປີ
1949 ໄດ້ສະຖາປະນາປະເທດຈີນໃໝ່ສັງຄົມນິຍົມ. ການສ້າງປະເທດຈີນໃໝ່ເປັນຂີດ
ໝາຍສະແດງໃຫ້ເຫັນວ່າ,ປະຊາຊົນຈີນທ່ີຢູ່ໃຕ້ການນຳພາຂອງພັກກອມມູນິດຈີນ,ຜ່ານ
ຈາກການຕໍ່ສູ້ຢ່າງທໍລະຫົດອົດທົນເປັນເວລາຍາວນານ,ໃນທ່ີສຸດກໍໄດ້ຮັບໄຊຊະນະຢ່າງ
ສົມບູນ.ປະຊາຊົນຈີນໄດ້ໂຄ່ນລົ້ມການປົກຄອງຂອງຈັກກະພັດນິຍົມ ລັດທິສັກດິນາແລະ
ທຶນນິຍົມອາດຍາສິດຢ່າງເຖິງຖອງ,ແຕ່ນັ້ນມາ ປະຊາຊົນຈີນທ່ີກວມປະຊາກອນໂລກ
1 ສ່ວນ 4 ນັ້ນໄດ້ລຸກຢືນຂຶ້ນ. ໄຊຊະນະໃນຂັ້ນສຸດທ້າຍຂອງການປະຕິວັດປະຊາຊົນຈີນ
ແມ່ນໜ່ຶງໃນເຫດການການເມືອງທ່ີສຳຄັນກວ່າໝູ່ຫຼັງສົງຄາມໂລກຄັ້ງທີ 2,ມັນໄດ້ປ່ຽນ
ແປງການຊ່ັງຊາກຳລັງການເມືອງຂອງໂລກຢ່າງເຖິງຖອງ,ໄດ້ເກີດມີຜົນສະທ້ອນອັນ
ເລິກເຊ່ິງຍາວໄກຕໍ່ການຂະຫຍາຍຕົວຂອງສະຖານະການໂລກ.

ພາຍຫຼັງສະຖາປະນາປະເທດຈີນໃໝ່ແລ້ວ,ທ່ານເໝົາເຈີຕົງໄດ້ນຳພາປະຊາຊົນຈີນເລີ່ມ
ດຳເນີນການປະຕິວັດສັງຄົມນິຍົມແລະການສ້າງສາສັງຄົມນິຍົມ,ໄດ້ແກ້ໄຂບັນຫາຈາກ
ດ້ານທິດສະດີແລະດ້ານພຶດຕິກຳຄືປະເທດໃຫຍ່ຄືຈີນແນວນີ້ຈະສ້າງສາສັງຄົມນິຍົມ
ແນວໃດ,ພາຍໃນເວລາສັ້ນ,ປະຊາຊົນຈີນຜ່ານຈາກການດັດແປງລະບອບປັດໄຈການ
ຜະລິດກຳມະສິດເອກະຊົນເປັນແບບສັງຄົມນິຍົມ,ໄດ້ສ້າງພື້ນຖານເສດຖະກິດສັງຄົມນິ
ຍົມໃນເບື້ອງຕົ້ນ. ທ່ານເໝົາເຈີຕົງໄດ້ຂະຫຍາຍທິດສະດີກ່ຽວກັບການປະຕິວັດສັງຄົມນິ
ຍົມຂອງລັດທິມາກເລນິນໃຫ້ສົມບູນຂຶ້ນ.

ຍ້ອນປະຫວັດສາດຂອງຂະບວນການສັງຄົມນິຍົມບໍ່ດົນປານໃດ,ປະຫວັດສາດຂອງປະ
ເທດສັງຄົມນິຍົມສາມາດຖອດຖອນເອົານັ້ນກໍໜ້ອຍທ່ີສຸດ,ສະນັ້ນ,ການປະຕິວັດແລະ
ການສ້າງສາສັງຄົມນິຍົມທ່ີນຳໂດຍພັກກອມມູນິດຈີນໄດ້ປະກົດມີຄວາມຫຍຸ້ງຍາກແລະ
ຄວາມລະອິດລະອ້ຽວຈຳນວນໜ່ຶງ,ທ່ານເໝົາເຈີຕົງກໍເຄີຍມີຄວາມຜິດພາດຈຳນວນໜ່ຶງ.

ໃນຊຸມປີ 70,ອິດທິກຳລັງປໍລະປັກຂອງຝ່າຍຕາເວັນຕົກເຊ່ິງແມ່ນອາເມລິກາເປັນຫົວໂປ່
ໄດ້ເປັນປໍລະປັຕໍ່ປະເທດຈີນເປັນເວລາຍາວນານ,ກໍ່ເລື້ອງກໍ່ລາວຢູ່ເລື້ອຍໆ,ຜູ້ນຳອະດີດ
ສະຫະພາບໂຊວຽດໄດ້ກໍ່ການຖົກຖຍງກັນດ້ານທິດສະດີລະຫວ່າງຈີນໂຊວຽດ,ທັງເຮັດ
ໃຫ້ການຖົກຖຽງກັນດ້ານຫຼັກການລະຫວ່າງສອງພັກກາຍເປັນການວິວາດກັນລະຫວ່າງ
ສອງປະເທດ,ໃຊ້ກຳລັງໜີບອັນແຂງແຮງຕໍ່ຈີນຈາກດ້ານການເມືອງ,ເສດຖະກິດແລະ
ການທະຫານ,ສະຖານະການຂ້ຽວຂາດທ່ີສຸດ. ປີ 1974 ທ່ານເໝົາເຈີຕົງໄດ້ພິຈາລະນາ
ຈາກສະຖານະການພາຍໃນແລະຕ່າງປະເທດ,ຈາກຍຸດທະສາດທົ່ວໂລກ,ໄດ້ວາງທິດສະ
ດີສາມໂລກຢ່າງຖືກຕ້ອງແລະທັນການ,ໄດ້ຊີ້ໃຫ້ເຫັນອະນາຄົດແຫ່ງການຢູ່ລອດແລະ
ການພັດທະນາໃຫ້ແກ່ປະເທດຈີນແລະຊົນຊາດທ່ີຖືກກົດຂີ່ຂູດຮີດອັນໄພສານຂອງໂລກ
ຢ່າງຈະແຈ້ງ.

ໃນຄາວນັ້ນ,ໃນຖານເປັນອະພິມະຫາປະເທດ,ອາເມລິກາແລະໂຊວຽດເປັນໂລກທີໜ່ຶງ,
ພວກເຂົາເຈົ້າອາໄສກຳລັງເສດຖະກິດແລະກຳລັງການທະຫານອັນເຂັ້ມແຂງ,ດຳເນີນ
ການຂູດຮີດທາງເສດຖະກິດກົດຂີ່ທາງການເມືອງແລະຄວບຄຸມທາງການທະຫານພາຍ
ໃນຂອບເຂດທົ່ວໂລກ,ການເປັນຜູ້ຂູດຮີດແລະຜູ້ກົດຂີ່າທ່ີໃຫຍ່ກວ່າໝູ່ໃນໂລກຍຸກປັດຈ
ຸບັນພວກເຂົາເຈົ້າບໍ່ພຽງແຕ່ຢາກຈັດເອົາປະເທດພວມພັດທະນາຢູ່ອາຊີອາຟຼິກາແລະອາ
ເມລິກາລາຕີນຢູ່ໃຕ້ການຄວບຄຸມຂອງພວກເຂົາເຈົ້າທໍ່ນັ້ນ,ຫາກຍັງຢາກກົດໜີບປະເທດ
ພັດທະນາທ່ີອິດທິກຳລັງບໍ່ທໍ່ພວກເຂົາເຈົ້າອີກດ້ວຍ. ເພ່ືອເປັນຄອງໂລກ,ພວກເຂົາເຈົ້າ
ຍັງຍາດຊີງກັນ,ກາຍເປັນຮາກເຫງົ້າທ່ີພາໃຫ້ສະຖານະການໂລກປ່ັນປ່ວນ,ຂ່ົມຂູ່ສັນຕິ
ພາບຂອງໂລກຢ່າງໜັກໜ່ວງ.

ໂດຍພື້ນຖານແລ້ວ,ໂລກທີສອງແມ່ນປະເທດທຶນນິຍົມແລະຈັກກະພັດນິຍົມ. ພວກເຂົາ
ເຈົ້າມີລັກສະນະຊ້ອນກັນ,ທັງມີການພົວພັນກັນທັງມີຄວາມຂັດແຍ່ງກັນກບັໂລກທີໜ່ຶງ.
ພວກເຂົາເຈົ້າມີຄວາມຮຽກຮ້ອງໃນລະດັບຕ່າງກັນຢ່າກຫຼຸດພົ້ນອອກຈາກອະພິມະຫາ
ປະເທດ,ສະນັ້ນ,ສາມາດກາຍເປັນກຳລັງທ່ີຍາດເອົາໄດ້ແລະຮ່ວມສຳພັນກັນໄດ້ຂອງ
ໂລກທີສາມໃນການຕໍ່ສູ້ລັດທິເຈົ້າອຳນາດ.

ປະເທດອາຊີອາຟິຼກາແລະອາເມລິກາລາຕີນອັນໄພສານໄດ້ກາຍເປັນໂລກທີສາມ. ປະ
ເທດເຫຼ່ົານີ້ລ້ວນແຕ່ມີປະຫວັດທຸກຍາກລຳບາກທ່ີຄ້າຍຄືກັນ,ປະເຊີນກັບໜ້າທ່ີແລະບັນ
ຫາຮ່ວມກັນ. ພວກເຂົາເຈົ້າລ້ວນແຕ່ມີຄວາມຮຽກຮ້ອງຢ່າງແຮງກ້າໃນການຕໍ່ສູ້ຕ້ານລັດ
ທິລ່າເມືອງຂຶ້ນ,ຕ້ານຈັກກະພັດນິຍົມແລະຕ້ານລັດທິເຈົ້າອຳນາດ. ຈີນແມ່ນປະເທດພວມ
ພັດທະນາຂຶ້ນກັບໂລກທີສາມ.

ທິດສະດີຂອງທ່ານເໝົາເຈີຕົງກ່ຽວກັບການຂີດແບ່ງສາມໂລກໄດ້ຊີ້ໃຫ້ເຫັນສະຖານະ
ພາບພື້ນຖານຂອງການເມືອງໂລກແລະທ່ວງທ່າຍຸດທະສາດຂອງການຕໍ່ສູ້ສາກົນໃນຍຸກ
ປະຫວັດສາດອັນໃໝ່. ທິດສະດີດ່ັງກ່າວບໍ່ພຽງແຕ່ແມ່ນເຂັ້ມທິດຊີ້ນຳວຽກງານການຕ່າງ
ປະເທດຂອງຈີນທໍ່ນັ້ນຫາກຍັງໄດ້ກາຍເປັນອາວຸດແນວຄິດອັນເຂັ້ມແຂງຂອງຊົນຊັນກຳ
ມາຊີບແລະຊົນຊາດທ່ີຖືກກົດຂີ່ຂອງໂລກສາມັກຄີເປັນຈິດໜ່ຶງໃຈດຽວກັນ.

ວັນທີ 9 ກັນຍາປີ 1976,ທ່ານເໝົາເຈີຕົງໄດ້ເຖິງແກ່ກຳໄປຍ້ອນເປັນພະຍາດ.

ວັນທີ 26 ທັນວາປີ 2003 ແມ່ນວັນຄ້າຍວັນເກີດເກີດຄົບຮອບ 110 ປີຂອງທ່ານເໝົາ
ເຈີຕົງ.