ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2003-12-27 19:06:05    
ປະເທດຈີນມີທ່ານເໝົາເຈີຕົງ

cri

-ນ້ີ​ແມ່ນ​ຊ່ື​​ຜູ່​ຍ່ິງ​ໃຫຍ່​ທ່ີ​ປ​ະຕິ​ເສດ​ບ່ໍ​ໄດ້, ສຳ​ລັບ​ຜູ່​ທ່ີຢາກ​ຮູ້ຈັກ​ປະ​ເທດ​ຈີນ​ໃນ​ອະດີດ;

-ນ້ີ​ແມ່ນ​ຊ່ື​ຂອງ​ຜູ່​ຍິ່ງ​ໃຫຍ່​ທ່ີ່ຕ້ອງ​ກ່າວ​ເຖິງ, ​ສຳລັບ​ຜູ່​ທ່ີຢາກ​ຮູ້ຈັກ​ປະ​ເທດ​ຈີນ​ໃນ​ປະຈຸ​ບັນ;

-ນ້ີ​ແມ່ນຊ່ື​ຂອງ​ຜູ່​ຍິ່ງ​ໃຫຍ່​ທ່ີ​ຈຳ​ເປັນ​ຕ້ອງ​ພົວພັນ​ເຖິງ​ສຳລັບ​ຜູ່​ທ່ີ​ຢາກ​ຄາດ​ຄະ​ເນ​ອະນາຄົດ​ຂອງ​ປະ​ເທດ​ຈີນ;

-ຊ່ື​ຂອງ​ຜູ່ຍິງ​ໃຫຍ່​ຜູ່​ນ້ີ​ກໍ​ແມ່ນ: ​ເໝົາ​​ເຈີ​ຕົງ.

ວັນ​ທີ26​ທັນວາ​ປີ2003​ແມ່ນ​ວັນ​ລະ​ນຶກວັນ​ຄ້າຍ​ວັນ​ເກີດຄົບຮອບ110​ປີ​ຂອງ​ທ່ານ​ປະທານ​ເໝົາ​-ຜູ່​ນຳ​ຊຸດ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່. ທ່ານ​ປະທານ​ເໝົາ​ແມ່ນ​ຜູ້​ລິ​ເລ່ີມ​ສ້າງ​ພັກ​ກອມ​ມູນິດ​ຈີນ, ​ແມ່ນ​ບຸກຄົນ​ແກນ​ກາງຂອງໝູ່​ຄະນະ​ນຳ​ຊຸດ​ທີ​ໜ່ຶງ​ຂອງ​ປະ​ເທດ​ຈີນ​ໃໝ່. ປີ 1949, ​ແມ່ນ​ທ່ານ​ປະທານ​ເໝົາ​ເຈີ​ຕົງ​ຢືນ​ຢູ່​ເທິງ​ຫໍ​ທຽນ​ອານ​ເມີນ​ປັກ​ກ່ິງ, ປະກາດ​ສ້າງຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ. ຄຸນງາມ ຄວາມດີ​ແຫ່ງ​ປະຫວັດສາດ​ທ່ີ​ຍ່ິງ​ໃຫຍ່​ຂອງ​ທ່ານ​​ເມົາ​ເຈີ​ຕຸ​ງກໍ່​ແມ່ນ​​ເພ່ີນ​ໄດ້​ນຳພາ​ພັກ​ກອມ​ມູນິດ​ຈີນ​ແລະ​ປະຊາຊົນ​ຈີນ​ສີ້​ນສຸດ​ປະຫວັດ​ສັງຄົມ​​ເຄ່ິງສັກ​ດີ​ນາ​ເຄີ່ງ​ລາ​ເມືອງ​ຂຶ້ນ​ຂອງ​ຈີນ, ​ໄດ້​ສ້າງຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ, ​ສ້າງຕັ້ງລະບອບ​ສັງຄົມ​ນິຍົມ.

ທ່ານ​ປະທານ​ເໝົາ​ເຄີຍ​ແຕ່ງກາບກອນ​ ​ເຊ່ິງໝາຍ​ຄວາມ​ວ່າ: ຊີວິດ​ຄົນ​ເຮົາ​ມີ​ແຕ່​ວ່າ​ຮ້ອຍ​ປາຍ​ປີ, ​ຈະຕ້ອງ​ມີ​ຄວາມ​​ເຊ່ືອ​ໝັ້ນຕົນ​ເອງ ,ຕ້ອງ​ມີ​ໂລກະທັດ​ແລະ​ຊີວະ​ທັດ​ອັນ​ຈົບງາມ. ທ່ານ​ເໝົາ​ເຈີ​ຕົ​ງມັກ​ລອຍນ້ຳມາ​ແຕ່​ຍາມ​ຍັງ​ນ້ອຍ, ​ມີ​ເທ່ືອ​ໜ່ຶງ, ​ເພ່ີນ​ໄປ​ລອຍນ້ຳ, ພໍດີ​ພໍ້ລົມ​ແຮງ​ຟອງ​​ຮ້າຍ, ເຖິງວ່າ​ເພ່ີນ​ລອຍ​ນ້ຳ​ເກັ່ງແຕ່​ກໍ່​ເກືອບ​ບໍ່ມົ້ມ. ຕໍ່​ມາໝູ່​ໄດ້​ຊ່ອຍເອົາເພ່ິນ. ​ເມ່ືອ​ປະສົບ​ຄວາມ​ອັນຕະລາຍ​ເທ່ືອ​ນີ້​ແລ້ວ, ທ່ານ​ປະທານ​ເໝົາ​ໄດ້​ຂຽນຄຳ​ກອນດ່ັງກ່າວທ່ີ​ສ່ອງ​ແສງ​ນິ​ໃສ​ຂອງ​ເພ່ີນ​ດ່ັງກ່າວ​ນີ້. ທ່ານ​ປະທານ​ເມົາ​ໄດ້​ມີ​ຄວາມ​ປາຖະໜາ​ທ່ີ​ບໍ່​ໄດ້​ບັນລຜົນເປັນ​ຈີ​ງ​ໂດຍຕະຫລອດ, ​​ຄື​ເພ່ີນ​ຢາກໄປ​ລອຍຢູ່​ແມ່ນ້ຳມີ​ຊີ​ຊິ​ບປີ​ໃນ​ຖານະ​ເປັນ​ຜູ້​ມັກ​ລອຍນ້ຳ.

ບົວລະພາ​ແດງ, ດວງ​ຕາ​ເວັນ​ໄດ້​ໂພ່​ຂຶ້ນ, ຈີນ​ມີຜູ່​ໜ່ຶງຊ່ືວ່າ​​ເໝົາ​ເຈີ​ຕົງ, ​ເພ່ີນ​​ສະ​ແຫວ​ງຫາ​ຄວາມສຸກ​ເພ່ືອ​ປະຊາຊົນ, ​ເພ່ີນ​ແມ່ນ​ຜູ່ກອບ​ກູ້​ຊີວິດຂອງ​ປະຊາຊົນ. ​ ​ເພງ​ຕົງຟາງ​ຫົງ ບົວລະພາ​ແດງທ່ີ​ທ່ານ​ພວມ​ຟັງ​ຢູ່​ນີ້, ຢູ່​ຈີນ, ບໍ່​ວ່າຍິງ​ຊາຍ​ນ້ອຍ​ໃຫຍ່ ​​ໃຜ​ກໍ່​ຮ້ອງ​ເປັນ. ​ເນື້ອ​​ເພງ​ໄດ້​ສໍລະ​ເສີນ​ທ່ານ​ເໝົາ​ເຈີ​ຕົງ ຜູ່ນຳ​ຜູ່ຍ່ິງ​ໃຫຍ່​ຂອງ​ຈີນ​ດ້ວຍ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊ່ິງ, ​ໄດ້​ຝາກ​ຄວາມ​ເຄົາລົບ​ນັບຖືແລະ​ຄວາ​ມຮັກ​ແພງ​ຫາ​ອັນ​ປຽບບໍ່​ໄດ້​ຂອງ​ປວງ​ຊົນ​ທີ່​ມີ​ຕໍ່​ເພ່ີນ.

ປີ 1976, ທ່ານ​ປະທານ​ເໝົາ​ໄດ້​ເຖິງ​​ແກ່​ມໍລະນະ​ກຳ​ຢູ່​ທ່ີ​ປັກ​ກ່ິງ, ລວມອາຍຸ ​ໄດ້ 83 ປີ. ​​ແຕ່​ວ່າໃນ 27 ປີ​ມາ​ນີ້, ຄວາມ​ຄຶ​ດຮອດ​ຄຶດ​ເຖິງ​ແລະ​ຄວາມຮັກຫອມຕໍ່ທ່ານ​ປະທານ​ເໝົາຂອງ​ປະຊາຊົນ​ຈີນ​ບໍ່​ເຄີຍ​​ໄດ້​ຫຼຸດ​ໜ້ອຍ​ລົງ​ຈັກ​ດີ້. ​     ເມ່ືອ​ກ່າວ​ເຖິງ​ຊ່ື​"​ເໝົາ​ເຈີ​ຕົ​ງ" ທ່ານຮານ​ຈິນ​ເຊື້ ພະນັກງານ​ບຳນານ​ກົມ​ໄປສະນີ​ປັກ​ກ່ິງ ອາຍຸ 50 ກວ່າ​ປີ​ໄດທັງ​ເວົ້າທັງ​ຟາຍນ້ຳຕາຍ້ອນ​ຄຶດ​ຮອດ​ຄຶດ​ເຖິງທ່ານ​ເໝົາ​ເຈີ​ຕົງ. ທ່ານ​ເວົ້າວ່າ, ​ເວລາກິນນ້ຳສ້າງຕ້ອງ​ຄິດ​ຮອດ​ຄຶດ​ເຖິງ​ຜູ່​ຂຸດ​ສ້າງ. ເມ່ືອ​ໄດ້​ທວນ​ຄືນ​ເຖິງ​ການ​ປະກອບສ່ວນ​ໃນ​ຕະຫລອດ​ຊີວິດຂອງ​ທ່ານ​ປະທານ​ເໝົາ​ທ່ີ​ມີ​ຕໍ່​ປະຊາຊົນ​ຈີນ, ພວກ​ເຮົາ​ແມ່ນ​ຈ່ື​ຈຳ​ທ່ານ​ປະທານ​ເໝົາຢູ່ສະ​ເໝີ.

ທ່ານ​ລີ​ເຈຍ​ຢາ​ວ ​ໄທ​ເມືອງ​ປັກ​ກ່ິງ​ທ່ີ​ໄດ້​ຊົມ​ງານ​ວາງສະ​ແດງ​ຮູບ​ພາບ​ຂອງ​ທ່ານ​ເມົາ​ເຈີ​ຕຸ​ງຢູ່​ຫໍພິພິດທະພັນ​ການ​ທະຫານ​ຈີນ​ເວົ້າວ່າ, ພ່ໍ​ຂອງ​ຂ້ອຍ​ແມ່ນ​ສະຫາຍອາວຸ​ໂສ​ທ່ີ​ເຂົ້າ​ຮ່ວມ​ການ​ປະຕິວັດ​ໄປ​ນຳ​ທ່ານ​ປະທານ​ເໝົາ​. ຍາມ​ຍັງ​ນ້ອຍ, ຂ້ອຍ​ກໍ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ພ່ໍ​ແມ່, ​ໂຄລົບ​ທ່ານ​ປະທານ​ເໝົາ​ຫຼາຍ. ນອກຈາກ​ຄຸນສົມບັດ​ຂອງ​ທ່ານ​ແລ້ວ, ບ່ອນ​ທ່ີ​ຍ່ິງ​ໃຫຍ່​ກວ່າ​ໝູ່​ຂອງ​ທ່ານ​ປະທານ​ເໝົາ​ນັ້ນ​ແມ່ນ​​ແນວ​ຄິດ​ເໝົາ​ເຈີ​ຕົງ ​ເຊ່ິງເຮັດ​ໃຫ້​ພວກ​ເຮົາ​ປົດ​ປ່ອຍ​ອອກ​ຈາກ​ສະພາບ​ຖືກ​ກົດ​ຂ່ີ​ຂູດ​ຮີດ​, ​ເຮັດ​​ໃຫ້​ປະຊາ​ຊາດ​ຈີນ​ກ້າວ​ເຂົ້າ​ວົງ​ຊົນ​ຊາດ​ຕ່າງໆ​ຂອງ​ໂລກ.

​ເນ່ືອງ​ໃນ​ໂອກາດວັນ​ຄ້າຍ​ວັນ​ເກີດ​ຂອງ​​ທ່ານ​ປະທານ​ເໝົາ​ຄົບຮອບ 110 ປີ, ​ໃນ​ຫລາຍ​ມື້​ມາ​ນີ້, ມວນ​ຊົນ​ຈີນ​ໃນ​ແຫ່ງ​ຕ່າງໆ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​​ແຕ້ມ, ງານ​ດົນຕີ, ງານ​ອ່ານ​ກາບກອນ​, ງານ​ສົນທະນາ​ແລະ​ແບບ​ວິທີ​ຕ່າງໆ​ມາ​ລະ​ລຶກບຸກຄົນ​ປະຫວັດສາດ​ທ່ີ​ມີ​ຜົນ​ສະທ້ອນ​ສຳຄັນ​ຍ່ິງ​ຕໍ່​ຈີນ​ໃນ​ສັດ​ຕະວັດ​ທີ 20 ຜູ້​ນີ້.

     ​ເພງ​​ເໝົາ​ເຈີ​ຕົງແມ່ນ​ເພງສະຫຼັບໃນເລື້ອງ​ໂທລະ​ພາບ​ບັນທຶກ​ປະຫວັດສາດ​ຂະໜາດ​ໃຫຍ່​ທ່ີຊ່ືວ່າ"​ເຂົ້າ​ໃກ້​ທ່ານ​ເໝົາ​ເຈີ​ຕົງ" ​ເຊ່ິງ​ພວມ​ນຳ​ອອກ​ສາຍ​ຢູ່​ທ້ອງ​ຖ່ີ​ນຕ່າງໆ​ຂອງ​ຈີນ. ​ເນື້ອ​ເພງ​ຮ້ອງ​ວ່າ, ​ມີ​ບາງ​ເພງຟັງ​ແລ້ວ​ຮູ້ສຶກຂຸ້ນ​ຫູ​ຫລາຍ​ແລະ​ເຕັມ​ໄປ​ດ້ວຍຄວາມ​ຫວັງ, ກໍ່​ຄື​ວ່າ​ໄດ້​ຟັງ​ທ່ານ​ກ່າວ​ປາຖະກະຖາ​ໃນ​ຫລາຍ​ປີ​ກ່ອນ, ​ທ່ີ​​ແທ້, ນີ້​ແມ່ນ​ເພງ​​ໃນດວງ​ໃຈ​ເຮົາ, ມ່ວນ​​ແທ​້​​ມ່ວນ​ວ່າ, ​ເໝົາ​ເຈີ​ຕົ​ງ!

ສ່ິງ​ທ່ີ​ຕ່າງ​ກັນ​ກັບ​ເລື້ອງ​ໂທລະພາບ​ຫລາຍ​ເລື້ອງ​ທ່ີ​ສ່ອງ​ແສງ​​​ເນື້ອ​ໃນ​ກ່ຽວ​ກັບທ່ານ​ເໝົາ​ເຈີ​ຕົງນັ້ນ​ແມ່ນ​ເລື້ອງ​ໂທລະພາບ​ບັນທຶກທ່ີ​ຊ່ືວ່າ​"​​ເຂົ້າ​​ໃກ້ທ່ານ​ເໝົາ​ເຈີ​ຕົງ", ບໍ່​ແມ່ນ​ສະ​ແດງ​​​ໃຫ້​ເຫັນ​ເລື້ອງ​ໃຫຍ່ຢ່າງ​ຈະ​ໜາດ​ໃຫຍ່, ​ແລ້ວ​ເຮັດ​ໃຫ້​ທ່ານ​ເໝົາ​ເຈີ​ຕົງມີ​ສີສັນ​​ເທບນິຍາຍ, ​ແຕ່​ຫາກ​ແມ່ນ​ເອົາເລື້ອງ​ທຳ​ມະ​ດາທ່ີ​ຄົນ​ທັງຫຼາຍບໍ່ຮູ້ມາສະ​ແດງ​ໃຫ້​ເຫັນ​ຊີວິດ​ການ​ເປັນ​ຢູ່​ຂອງທ່ານ​ເໝົາ​ເຈີ​ຕົງ​ທ່ີ​ເປັນສາມັນ​ຊົນ​.

   ທ່ານ​ຈາງ​ເໝີ​ງ​ ​ໄທ​ເມືອງ​ປັກ​ກ່ິງ​ຜູ່​ໜ່ຶງເວົ້າວ່າ, ​ເມ່ືອ​ເບ່ິງ​​​ເລື້ອງ​ໂທລະພາບບັນທຶກ​"​ເຂົ້າ​​​ໃກ້ທ່ານ​ເໝົາ​ເຈີ​ຕົງ"​ແລ້ວ, ສ່ິງ​ທ່ີ​​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​​ເລິກ​ເຊ່ິງກວ່າ​ໝູ່​​ແກ່​ຂ້ອຍແມ່ນ, ພາຍຫລັງ​ທ່ານ​ປະທານ​ເໝ​ົາ​ລອຍນ້ຳຢູ່​ແມ່ນ້ຳຢາງ​ເຊ​ແລ້ວ, ຍໍ່​ທັນ​ນຸ່ງ​ເສື້ອ​ກໍ່​​ລົມ​ກັບ​ຊາວນາ​ຜຜູ່ເຖົ້າຜູ່​ແກ່, ນີ້​​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ແມ່ນ​​ເລື້ອງຈິງ. ທ່ານ​ປະທານ​ເໝົາ​​ໃນ​ນາມເປັນ​ລູກ​ຫຼານຊາວນາ, ​ໄດ້​ສືບ​ທອດຄຸນສົມບັດ​ທ່ີ​ມີ​ມູນ​ເຊື້ອ​ຂອງ​ຈີນ​ຫລາຍຢ່າງ. ສົມມຸດ​ວ່າ, ​ເພ່ີນ​ເຄົາລົບ​ຜູ່ເຖົ້າຜູ່​ແກ່, ຮັກ​ແພງ​​ເດັກນ້ອຍ, ​ເຄົາລົບ​ປັນຍາ​ຊົນ, ​ມີ​ຄວາມເມດ​ຕາໍຕໍ່​ຜູ່​ອ່ືນ.

ນີ້​ກໍ່​ແມ່ນ​ທ່ານ​ເໝົາ​ເຈີ​ຕົງ, ຜູ່ນຳ​ທ່​​ີ​ເປັນ​ໜ້າ​ເຄົາລົບ​ນັບຖື​ຂອງ​ຈີນ.​ກຳມະກອນ​ທ່ີ​ຮັບຜິດຊອບ​ວຽກ​ລ້າງ​ຟິມ​ເລື້ອງ​"​ເຂົ້າ​​ໃກ​້ທ່ານ​ເໝົາ​ເຈີ​ຕົງ"ນັ້ນ​ເວົ້າວ່າ, ທ່ານ​ເໝົາ​ເຈີ​ຕົງຄື​ແນວ​ນີ້ ​ໃຜ​ກໍ່​ສະ​ແດງ​ບໍ່​ໄດ້.

ທ່ານ​ປະທານ​ເໝົາ​ແມ່ນ​ຄົນ​ແຂວງ​ຫູ​ນານ​ຂອງ​ຈີນ, ມັກ​ກິນ​ເຜັດ, ກີ​ນຊີ້ນ​ອົບ. ທ່ານ​ເໝົາ​ເຈີ​ຕົງມີ​ເຈດ​ຈຳນົງ​ວ່າ, ອຳ​ນາດ​ການ​ປົກຄອງ​ອອກ​ຈາກ​ກະບອກ​ປືນ, ​ແຕ່​ເພ່ີນ​ບໍ່​ເຄີຍ​ຍິງ​ປືນ​ຈັກນັດໃນ​ຕະຫຼອດ​ຊີວິດ, ​​ເພ່ີນ​ຈົນ​ວ່າບໍ່​ມັກ​ຈັບ​ປືນ. ​ໄມ້​ຄ້ອນເທົ້າທ່ີ​ທະຫານ​ປ້ອງ​ກັນ​​​ເຮັດ​ນັ້ນ​ໄດ້​ເປັນ​ເພ່ືອນ​ທ່ານ​​ຜ່ານ​ເວລາ​ຫລາຍ​ສິບປີ.

ຄຳ​ເວົ້າຂອງ​ທ່ານ​ກໍ່​​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ແລະຊວນ​ຫົວ​ຫລາຍ. ມີ​ນັກ​ຂ່າວ​ຕ່າງ​ປະ​ເທດ​ເຄີຍ​ຖາມ​ທ່ານ​ວ່າ, ທ່ານ​​ເປັນ​ຊາວ​ຈີນກ່ອນ​ຫລື​ເປັນ​ຊາວ​ພັກ​ກອມ​ມູນິດກ່ອນ? ທ່ານ​ເໝົາ​ເຈີ​ຕົ​ງຕອບ​ວ່າ: ບັນຫາ​ຂອງ​​ທ່ານຄື​ວ່າ​ຈະ​​ຖາມຂ້າ​ພະ​ເຈົ້າວ່າ​ແມ່ນ​ມີ​ພໍ່​ແມ່​ກ່ອນ​ຫລື​ວ່າມີ​ລູກ​ກ່ອນ? ຂ້າພະ​ເຈົ້າສາມາດ​ຕອບ​ທ່ານ​ໄດ້​ຢ່າງ​ຄັກ​ແນ່​ວ່າ:ຖ້າ​ບໍ່​ມີ​ປະຊາ​ຊາດ​ຈີນ​ກໍ່ຈະ​ບໍ່​ມີ​ພັກ​ກອມ​ມູນິດ​ຈີນ.

ຜົນ​ສະທ້ອນອັນ​ເລິກ​ເຊ່ິງຍາວ​ໄກ​ຂອງ​ທ່ານ​ເໝົາ​ເຈີ​ຕົງ, ຈົນ​ຮອດ​ຊູ່ມື້​ນີ້​ກໍ່​ຍັງ​ມີ​ຢູ່​ທຸກ​ແຫ່ງ​ຫົນ​ຂອງ​ຈີນ. ນາງ​ລິວ​ຕົງ​ເມີຍ ນັກ​ຂ່າວ​ຂອງ​ສະຖານີໂທລະພາບການ​ສຶກສາ​ຈີນ​ບອກ​ເວົ້າວ່າ, ເມ່ືອ​ທ່ານ​ປະທານ​ເໝົາ​ເຖິງ​ແກ່​ມໍລະນະ​ກຳ, ຂ້ອຍ​ມີ​ແຕ່ 5-6 ຂວບ​ທໍ່​ນັ້ນ, ບໍ່​ມີ​ພາບປະ​ທັບ​ໃຈແນວ​ໃດ​ຕໍ່​ທ່ານ​ປະທານ​ເໝົາ. ພາຍຫລັງ​ມາ, ​ເມ່ືອ​ຂ້ອຍ​ເຮັດ​ວຽກ​ຖະ​ແຫລ​ງຂ່າວ​ແລ້ວ, ຈ່ິງ​ຮູ້​ວ່າ, ທ່ານ​ປະທານ​ເໝົາ​ໄດ້​ວາງ​ທັດສະນະ​ຄະຕິ​ມວນ​ຊົນ​ຕໍ່​ວຽກ​ງານ​ຖະ​ແຫລ​ງຂ່າວ​ມາ​ດົນ​ແລ້ວ, ນີ້​ແມ່ນ​ເປັນ​ເອກະສັນ​ກັນ​ກັບ​ທິດທາງ​ໂຄສະນາ​ຂອງ​ພວກ​ເຮົາ​ໃນ​ປະຈຸ​ບັນ. ຂ້ອຍ​ໂຄລົບ​ນັບຖື​ທ່ານ​ປະທານ​ເໝົາ​ຫລາຍ.

ທ່ານ​​ເຈັຍ​ຕາ​ຫຼົງ​ແມ່ນ​ກຳມະກອນ​ຜູ່​ບຳນານ​ຂອງ​ໂຮງ​ຈັກ​ເຄ່ືອງ​ຍົກ​ປັກ​ກ່ິງ. ທ່ານ​ເວົ້າ​ວ່າ, ແນວ​ຄິດ​ສຳຄັນ3​ຕົວ​ແທນ​ຂອງ​ຈີນ​ໃນ​ປະຈຸ​ບັນ​ແມ່ນ​ໄດ້​ສືບ​ທອດ​ຈາກ​​ແນ​ວຄິດ​ເໝົາ​ເຈີ​ຕົງ​ແລະ​ທິດ​ສະ​ດີ​​ເຕ້ິງ​ສ້ຽວ​ຜິ​ງ, ສາມ​ອັນ​ນີ້ແມ່ນ​ແນວ​ຄິດ​ທ່ີ​ສືບ​​ເນ່ືອງກັນ​.

ທ່ານ​ດອກ​ເຕ້ີ​ຈູ້​ແຢນ​ໃນ​ຫ້ອງ​ສຶກສາ​ຄົ້ນຄວ້າ​ປະຫວັດສາດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຂອງ​ໂຮງຮຽນພັກ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເຫັນ​ວ່າ, ຊາວ​ຈີນ​ຄຶດ​ເຖິງ​ທ່ານ​ປະທານ​ເໝົາ​, ຍັງ​ຍ້ອນ​ວ່າ, ທ່ານມີນຳ້​ໃຈ​ຊົນ​ຊາດ​ທ່ີ​ເລີດ​ລຳ້, ຄື: ຈິດໃຈ​ບາກ​ບັ່ນ​ສູ້​ຊົນດ​້ວຍຄວາມ​ທໍລະ​ຫົດ​ອົດທົນ​ແລະ​ນຳ້​ໃຈ​ຕັ້ງຕົວ​ເປັນເອກ​ກະລາດ​​ເປັນ​ເຈົ້າ​ຕົນ​ເອງ, ​ນຳ້​ໃຈ​ທ່ີ​ເອົາ​ໃຈ​ໃສ່​ການ​ສຳ​ຫຼວດຄົ້ນຄວ້າ​ແລະ​ນຳ້​ໃຈ​ລັດທິ​ຮັກ​ຊາດ​ອັນ​ສູງ​ສົ່ງ, ຍັງ​ມີ​ຈິດ​ໃຈ​ຊອກຫາ​ສັດຈະ​ທຳ​ຈາກ​ຄວາມ​ເປັນ​ຈິງ, ຈິດໃຈ​ເຫຼົ່າ​ນ້ີ, ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ປະຕິ​ຮູບ​​ແລະໄຂ​ປະຕູ​ສູ່​ພາຍ​ນອກ​​ແລະ​​ໃນການ​ສ້າງສາ​ທັນ​ສະ​ໄໝ.

ທ່ານ​ດອກ​ເຕີ​ຈູ້​​ແຢ້ນຍັງ​ເຫັນ​ວ່າ, ການ​ກະທຳ​ຕ່າງໆ​ຂອງຜູ່​ນຳ​ຈີນຊຸດ​ປະຈຸ​ບັນ, ເຊັ່ນ: ທ່ານ​ຫູ​ຈີນ​ທາວ​ແລະ​ທ່ານ​ເວິນ​ເຈັ່ຍ​ປາວ​ເປັນ​ຕົ້ນທ່ີລົງ​ໄປ​ຮາກ​ຖານ, ຊອກ​ຮູ້​ຄວາມທຸກຄວາມ​ສຸກຂອງ​ປະຊາຊົນ​ໄດ້​ສະ​ແດງ​ໃຫ້​ເຫັນ​ແບບ​ແຜນ​ເຮັດ​ວຽກ​ທ່ີ​​ເຂົ້າໃກ້ຊິດຕິດ​ແທດ​ກັບປະຊາ​ຊົນ ​ເຊ່ິງ​ທ່ານ​ເໝົາ​ເຈີ​ຕົງ​ເຄີຍ​ປະຕິບັດ​ໂດຍ​ຕະຫຼອດ​. ທ່ານ​ເຫັນວ່າ, ​ແບບ​ແຜນ​​ເຂົ້າໃກ້ຊິດ​ກັບ​ປະຊາຊົນ​ນ້ີ​ຍ່ອມຈະ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຜູ່​ນຳ​ຊຸດ​ໃໝ່​ກັບ​ມວນ​ຊົນ​ຈີນ​ຍ່ິງ​ໃກ້ຊິດ​ກວ່າ​ເກົ່າ, ​ແລະ​ຊຸກ​ຍູ້​ໃຫ້ສັງຄົມ​ຈີນຂະຫຍາຍ​​ໄປ​ໜ້າ​ຢ່າງມີ​ສະຖຽນລະ​ພາບແລະ​ປອດ​ໄສ​ກວ່າ​ເກົ່າ.

​​ເນື້ອເພງ​"ຢູ່​ເທິງ​ພູ​ຄຳ​ປັກ​ກ່ິງ"ຮ້ອງ​ວ່າ, "ຢູ່​ເທິງ​ພູ​ຄຳ​ປັກ​ກ່ິງ​​ເປັງ​ລັດ​ໝີ​ແຈ້ງ​ສະຫວ່າງ​ໄປ​ທຸກທິດ​, ທ່ານ​ປະທານ​ເໝົາ​ຄື​ດວງ​ຕາ​ເວັນ​ສີຄຳ, ຈັ່ງ​ແມ່ນອົບ​ອຸ່ນອີຫຼີ, ຈັ່ງ​​ແມ່ນ​​ເມດ​ຕາ​ອີຫຼີ, ​ເພ່ີນ​ໄດ້​ຊ້ີ​ທິດບອກ​ທາງ​ໃຫ້​ພວກ​ເຮົາ, ​ເຮັດ​ໃຫ້​ພວກ​ເຮົາ​ເດີນ​ໄປ​ຕາມ​​ເສັ້ນທາງ​ຜາ​ສຸກ​ແຫ່ງ​ສັງຄົມ​ນິຍົມ. ​ເພງນີ້​​ໄດ້​ຝາກຝັງ​ຄວາມ​​ໂຄລົບ​ຮັກ​​ແພງ​ແລະ​ຄວາມ​ຄຶດ​ຮອດ​ຄຶດ​ເຖິງ​ຂອງ​ປະຊາຊົນ​ຈີນ​ທ່ີ​ມີ​ຕໍ່​ທ່ານ​ເໝົາ​ເຈີຕົງ.