ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-01-16 09:08:22    
ສູນກາງພັກກອມມູນິດຈີນຈັດງານສົນ
ທະນາລະນຶກວັນເກີດທ່ານເຫມົາເຈີ
ຕົງຄົບຮອບ110ປີ.

cri
        ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ,ມື້ນີ້ແມ່ນວັນລະນຶກວັນເກີດຂອງ ທ່ານເຫມົາເຈີຕົງຜູ້ນຳຕົ້ນຕໍທີ່ສຸດຂອງການສະຖາປະນາສາທາລະນະລັດປະຊາຊົນ
ຈີນຄົບຮອບ 110 ປີ,ມື້ນີ້,ສູນກາງພັກກອມມູນິດຈີນຈັດງານສົນທະນາຢູ່ປັກກ່ິງ,ລະ
ນຶກວັນເກີດຂອງທ່ານເຫມົາເຈີຕົງ

        ໃນງານສົນທະນາ,ທ່ານຫູຈິນທາວ ເລຂາທິການໃຫຍ່ສູນກາງພັກກອມມູນິດ
ຈີນ ປະທານປະເທດຈີນໄດ້ຫວນຄືນຄຸນງາມຄວາມດີຕະຫຼອດຊີວິດຂອງທ່ານເຫມົາ
ເຈີຕົງ,ໄດ້ສະຫຼຸບການອຸທິດອັນດີເລີດຂອງຊາວພັກກອມມູນິດຈີນທີ່ທ່ານເຫມົາເຈີຕົງ
ເປັນຜູ້ຕາງຫນ້າຕົ້ນຕໍທ່ີມີຕໍ່ປະະເທດຈີນ,ທ່ານເວົ້າວ່າ,

        ສະຫາຍເຫມົາເຈີຕົງແມ່ນບຸກຄົນປະຫວັດສາດອັນຍ່ິງໃຫຍ່,ເປັນຂອງຈີນກໍ
ເປັນຂອງໂລກ

        ທ່ານຫູເຈີທາວເວົ້າວ່າ,ແນວຄຶດເຫມົາເຈີຕົງແມ່ນທິດສະດີອັນຖືກຕ້ອງກ່ຽວ ກັບການປະຕິວັດແລະການສ້າງສາຂອງຈີນທີ່ໄດ້ຮັບການຢັ້ງຢືນຈາກພຶດຕິກຳແລະ
ແມ່ນຜົນຂອງສະຕິປັນຍາລວມຫມູ່ຂອງພັກກອມມູນິດຈີນ.ທ່ານເວົ້າວ່າ

        ປະຫວັດສາດໄດ້ບອກພວກເຮົາວ່າ,ມີແຕ່ພັກກອມມູນິດຈີນຈ່ິງສາມາດນຳພາ
ປະຊາຊົນຈີນ,ສ້າງຕັ້ງລະບອບສັງຄົມນິຍົມ,ມີແຕ່ສັງຄົມນິຍົມຈີ່ງສາມາດກອບກູ້ປະ
ເທດຈີນ,ພັດທະນາປະເທດຈີນ,ມີແຕ່ຍຶດຫມັ້ນເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີ
ສັນພິເສດແລ້ວ,ຈິ່ງສາມາດສ້າງປະເທດຊາດໃຫ້ຈະເລ່ີນຮຸ່ງເຮືອງໄດ້ສັດຈະທຳນີ້
ໄດ້ສະແດງຢູ່ໃນແນວຄຶດເຫມົາເຈີຕົງຢ່າງເລິກເຊ່ິງ.