ຂ່າວສານຊິນຮວາລາຍງານວ່າ:ວັນທີ10ກຸມພາ,ທ່ານຈາໂຢ້ລີງ ໂຄສົກຖະແຫຼງຂ່າວກະ ຊວງກະສິກຳຈີນປະກາດສະພາບການລະບາດພະຍາດວ່າ,ພະຍາດທີ່ຖືກສົງໄສເປັນໄຂ້ ຫວັດສັດປີກທີ່ມີການຕິດແປດຮ້າຍແຮງທີ່ເກີດຂຶ້ນຢູ່ແຂວງຈຽງຊີ ແຂວງຫູໄປ ແຂວງ ຢຸນນານແລະເຂດຊິນຈຽງໄດ້ຖືກບົ່ງມະຕິເປັນພະຍາດໄຂ້ຫວັດສັດປີກH5N1.
ພາຍຫຼັງເກີດພະຍາດແລ້ວ,ອົງການປົກຄອງທ້ອງຖ່ິນໄດ້ຂ້າສັດປີກທີ່ເປັນພະຍາດແລະ ບັງຄັບດັບເຊື້ອແລະສັກວັກແຊງໃນທັນທີ.ປະຈຸບັນນີ້,ຍັງບໍ່ທັນມີຄົນຕິດແປດ.
|