ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-02-16 11:21:59    
ແບບວິທີລ້ຽງກັບໄຂ້ຫວັດສັດປີກ

cri
ນອກນີ້,ຜູ້ຮັບຜິດຊອບຂອງຫ້ອງການກອງບັນຊາການປ້ອງກັນໄຂ້ຫວັດສັດປີກປະເພດ
ຮ້າຍແຮງທົ່ວປະເທດຈີນແນະນຳວ່າແບບວິທີລ້ຽງແມ່ນມີການພົວພັນຢ່າງໃກ້ຊິດກັບ
ການກຳເນີດແລະການຄວບຄຸມໄຂ້ຫວັດສັດປີກ,ເງ່ືອນໄຂລ້ຽງເກືອແລະຄຸ້ມຄອງອັນດີ
ງາມແມ່ນຂໍກະແຈຂອງການປ້ອງກັນໄຂ້ຫວັດສັດປີກ.

ຜູ້ຮັບຜິດຊອບຜູ້ນີ້ເວົ້າວ່າ,ຕ້ອງຫຼີກເວັ້ນບໍ່ໃຫ້ລ້ຽງໄກ່ປະປົນກັບສັດປີກໃນນ້ຳ,ເພາະວ່າ
ສັດປີກໃນນ້ຳແມ່ນໂຕສະສົມເຊື້ອໂລກໄຂ້ຫວັດສັດປີກທ່ີສຳຄັນ, ມັນອາດຈະຕິດເຊື້ອ
ໂລກແຕ່ບໍ່ມີອາການສະແດງອອກມາ,ແຕ່ມັນອາດຂັບຖ່າຍເຊື້ອໂລກໂດຍຜ່ານຈາກຂີ້,
ແລ້ວເຊ່ືອມພິດແຫຼ່ງນ້ຳຫຼືສ່ິງແວດລ້ອມ. ເຊື້ອໂລກເຫຼ່ົານີ້ອາດຈະຕິດແປດໄກ່ແລະ
ສັດປີກອ່ືນໆທ່ີລ້ຽງນຳກັນແລ້ວພາໃຫ້ເປັນພະຍາດ.

ສັດປີກທ່ີລ້ຽງຫຼືປ່ອຍລ້ຽງ ຍ້ອນວ່າມັນສຳຜັດກັບສັດປີກອ່ືນ,ນົກຍ້າຍແກ່ວຕາມລະດູ
ການຫຼືສ່ິງແວດລ້ອມ,ຫົວອາຫານແລະນ້ຳກິນທ່ີຖືກສັດປ່າເຊ່ືອມພິດ, ອັດຕາຕິດແປດ
ໄຂ້ຫວັດສັດປີກຈ່ຶງເພີ່ມຂຶ້ນຫຼາຍ.ສ່ວນສັດປີກທ່ີລ້ຽງແບບໂຮມກັນ ຍ້ອນວ່າເງ່ືອນໄຂ
ກັກກັນດີກວ່າ,ຄົນໄປມາກໍໜ້ອຍແລະບໍ່ມີວັດຖຸສ່ິງຂອງແນວອ່ືນມາແປດເປື້ອນ,ບວກ
ກັບມາດຕະການປ້ອງກັນພະຍາດຂອງສັດຕະວະແພດກໍດີ, ສະນັ້ນ,ໂອກາດຕິດແປດ
ໄຂ້ຫວັດສັດປີກຈ່ຶງໜ້ອຍ,ຖ້າເກີດກໍສາມາດໃຊ້ມາດຕະການຄວບຄຸມໂດຍໄວ.