ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-01 17:30:01    
ສະພາປຶກສາການເມືອງປະຊາຊົນຈີນ

cri

ວັນທີ 3 ມີນາ,ຄະນະກຳມະການທົ່ວປະເທດຂອງສະພາປຶກສາການເມືອງປະຊາຊົນຈີນ
ຈະຈັດກອງປະຊຸມປະຈຳປີຢູ່ທີ່ປັກກິ່ງ.ທ່ານຮູ້ບໍ່ວ່າ,ສະພາປຶກສາການເມືອງປະຊາຊົນຈີນ
ແມ່ນອົງການແນວໃດ,ແລະອົງການນີ້ໄດ້ເສີມຂະຫຍາຍ ບົດບາດແນວໃດແດ່ໃນຊີວິດ
ການເມືອງຂອງຈີນ?

ລະບອບຮ່ວມມືຫຼາຍພັກແລະປຶກສາການເມືອງທີ່ນຳພາໂດຍພັກກອມມູນິດຈີນນັ້ນແມ່ນ
ລະບອບການເມືອງພື້ນຖານຂອງຈີນ,ຄະນະກຳມະການທົ່ວປະເທດຂອງອົງການດັ່ງກ່າວ
ແມ່ນອົງການປຶກສາຫາລືສູງສຸດຂອງຈີນ.ພັກກອມມູນິດຈີນແລະລັດຖະບານຈີນປຶກສາ
ຫາລືບັນຫາສຳຄັນຕ່າງໆກັບສະພາປຶກສາການເມືອງເລື້ອຍໆ,ຮັບຟັງຄວາມເຫັນແລະ
ຂໍ້ສະເໜີຂອງສະພາປຶກສາການເມືອງ.ສະພາປຶກສາການເມືອງກໍຈັດຕັ້ງພັກຝ່າຍຕ່າງໆ
ບັນດາອົງການຈັດຕັ້ງສັງຄົມແລະຜູ້ຊົງຄຸນວຸດທິຊົນເຜົ່າຕ່າງໆແລະວົງການຕ່າງໆທີ່ເຂົ້າ
ຮ່ວມສະພາປຶກສາການເມືອງປຶກສາຫາລືວຽກບ້ານການເມືອງນຳກັນ,ຕິດຕາມກວດກາ
ແລະສະເໜີຄວາມຄິດຄວາມເຫັນແລະຄຳຕຳນິຕິຕຽນຕໍ່ວຽກງານຂອງອົງການລັດແລະ
ພະນັກງານຂອງອົງການເຫຼົ່ານີ້.

ໃນດ້ານການຈັດຕັ້ງ,ສະພາປຶກສາການເມືອງປະຊາຊົນຈີນມີລັກສະນະຕົວແທນອັນ
ກວ້າງຂວາງ,ຕົວຢ່າງຄືສະພາປຶກສາການເມືອງປະຊາຊົນທົ່ວປະເທດຈີນປະກອບດ້ວຍ
34 ວົງການເຊ່ັນ:ເສດຖະກິດ,ກະສິກຳ,ການສຶກສາແລະກິລາເປັນຕົ້ນ,ເກືອບລວມທັງບຸກ
ຄົນຜູ້ຕາງໜ້າບັນດາພັກຝ່າຍ,ບັນດາອົງການຈັດຕັ້ງປະຊາຊົນຕ່າງໆ,ບັນດາຊົນເຜ່ົາ
ແລະວົງການຕ່າງໆ. ຢູ່ໃນສະພາປຶກສາການເມືອງ,ບຸກຄົນສັງກັດພັກຝ່າຍຕ່າງກັນ,
ຊົນເຜ່ົາຕ່າງກັນແລະການເຊ່ືອຖືສາສະໜາຕ່າງກັນຢູ່ຮ່ວມກັນເຂົ້າຮ່ວມການປົກຄອງ
ຫາລືການເມືອງ. ໃນກອງປະຊຸມຂອງສະພາປຶກສາການເມືອງ,ສາມາດປະກອບຄວາມ
ຄິດຄວາມເຫັນຕ່າງໆຢ່າງເຕັມທ່ີໄດ້,ສິດປະຊາທິປະໄຕຂອງກຳມະການສະພາໄດ້ຮັບ
ການປົກປ້ອງຢ່າງເຕັມສ່ວນ. ພ້ອມກັນນັ້ນ,ສະພາປຶກສາການເມືອງຍັງແມ່ນສະຖານທ່ີ
ສຳຄັນທ່ີຫຼາຍພັກຮ່ວມມືກັນ,ພັກກອມມູນິດຈີນທ່ີກຳອຳນາດແລະ 8 ພັກຝ່າຍປະຊາ
ທິປະໄຕແມ່ນພາກສ່ວນປະກອບອັນສຳຄັນຂອງສະພາປຶກສາການເມືອງ. ບັນດາພັກ
ຝ່າຍປະຊາທິປະໄຕສາມາດປະກອບຄຳຄິດຄຳເຫັນໃນສະພາໃນນາມພັກການເມືອງ,
ດຳເນີນການເຄ່ືອນໄຫວຕ່າງໆທ່ີເຂົ້າຮ່ວມການປົກຄອງຫາລືການເມືອງ.

ຕາມກົດລະບຽບຂອງສະພາປຶກສາການເມືອງ,ກຳມະການສະພາສາມາດຕິດຕາມກວດ
ກາແບບປະຊາທິປະໄຕຕໍ່ລັດຖະບານດ້ວຍຫຼາຍຮູບການແລະສ່ອງແສງຄວາມປາຖະ
ໜາແລະຄຳຮຽກຮ້ອງຂອງປະຊາຊົນວົງການຕ່າງໆແລະເຜ່ົາຕ່າງໆ,ໃນນັ້ນ,ຮູບການ
ເຂົ້າຮ່ວມການປົກຄອງແລະຫາລືການເມືອງໂດຍກົງກວ່າໝູ່ແລະບັງເກີດຜົນກວ່າໝູ່
ກໍແມ່ນສະເໜີຍັດຕິໂດຍແນໃສ່ບັນຫາສຳຄັນຂອງທິດທາງນະໂຍບາຍໃຫຍ່ຂອງລັດ
ແລະຊີວິດສັງຄົມ. ຍັດຕິແມ່ນຄວາມເຫັນແລະຂໍ້ສະເໜີທາງລາຍລັກອັກສອນຂອງກຳ
ມະການສະພາ,ບັນດາພັກຝ່າຍທ່ີເຂົ້າຮ່ວມສະພາແລະອົງການຈັດຕັ້ງສະເໜີຕໍ່ສະພາ
ປຶກສາການເມືອງ,ແມ່ນຮູບການສຳຄັນທ່ີພວກເພ່ິນປະຕິບັດໜ້າທ່ີ. ກຳມະການສະພາ
ປຶກສາການເມືອງສາມາດສະເໜີຍັດຕິດ້ວຍຮູບການສ່ວນບຸກຄົນຫຼືຮ່ວມລົງນາມ;ບັນດາ
ພັກຝ່າຍແລະອົງການຈັດຕັ້ງປະຊາຊົນທ່ີເຂົ້າຮ່ວມສະພາປຶກສາການເມືອງສາມາດ
ສະເໜີຍັດຕິໃນນາມພັກຝ່າຍແລະອົງການຈັດຕັ້ງຂອງຕົນ;ບັນດາຄະນະກຳມາທິການ
ສະເພາະກິດຂອງສະພາສາມາດສະເໜີຍັດຕິໃນນາມຄະນະກຳມາທິການຂອງຕົນ. ຍັດ
ຕິເຫຼ່ົານີ້ຈະຖືກສະພາປຶກສາການເມືອງມອບໃຫ້ພາກສ່ວນທ່ີກ່ຽວຂ້ອງຂອງລັດຖະບານ
ໄປຊຳລະແກ້ໄຂ. ພາກສ່ວນລັດຖະບານທ່ີຊຳລະແກ້ໄຂຍັດຕິຕ້ອງແຈ້ງສະພາບການຊຳ
ລະແກ້ໄຂຍັດຕິໃຫ້ສະພາຊາບພາຍໃນເວລາກຳນົດ.

ໃນກຳມະການສະພາປຶກສາການເມືອງ, ຄົນສ່ວນຫລາຍແມ່ນຜູ້ຊ່ຽວຊານ ນັກປາດ
ຂອງຂົງເຂດໃດໜ່ຶງ, ສະນັ້ນ, ສະພາປຶກສາການເມືອງຈ່ຶງຖືກເອີີ້ນເປັນ"ສາງປັນຍາ"
ຂອງຈີນ. ບັນດາກຳມະການປຶກສາການເມືອງກໍ່ປະກອບຄວາມຄິດຄວາມເຫັນໃຫ້ແກ່
ການພັດທະນາແລະການສ້າງສາຂອງຈີນຢ່າງຕັ້ງໜ້າ, ແລະໃນຫລາຍບັນຫາສຳຄັນ,
ຄວາມເຫັນແລະຂໍ້ສະເໜີຂອງບັນດາກຳມະການປຶກສາການເມືອງໄດ້ລັດຖະບານຈີນ
ນຳໄປປະຕິບັດ, ໄດ້ມີບົດບາດຊຸກຍູ້ອັນຕັ້ງໜ້າຕໍ່ການພັດທະນາເສດຖະກິດແລະຄວາມ
ກ້າວໜ້າຂອງສັງຄົມຈີນ.

ຕາມຜູ້ຮັບຜິດຊອບທ່ີກ່ຽວຂ້ອງຂອງສະພາປຶກສາການເມືອງປະຊາຊົນທົ່ວປະເທດຈີນ
ເຜີຍໃຫ້ຮູ້ວ່າ, ໃນກອງປະຊຸມສະພາປຶກສາການເມືອງປະຊາຊົນທ່ົວປະເທດຈີນປະຈຳ
ປີທ່ີຈະໄຂຂຶ້ນເທ່ືອນີ້, ບັນຫາຈຸດຮ້ອນທ່ີບັນດາກຳມະການສົນໃຈນຳນັ້ນລວມທັງ: ດັດ
ແກ້ລັດຖະທຳມະນູນຈີນແລະກົດລະບຽບສະພາປຶກສາການເມືອງ, ຈະແກ້ໄຂບັນຫາ
ກະສິກຳ ຊົນນະບົດແລະຊາວກະສິກຳຂອງຈີນແນວໃດ? ສ້າງແຫຼ່ງອຸດສາຫະກຳເກ່ົາ
ຄືເຂດຕາເວັນອອກສຽງເໜືອຂອງຈີນໃຫ້ຈະເລີນແນວໃດ? ຈະນຳທາງການພັດທະນາ
ເສດຖະກິດີບໍ່ແມ່ນກຳມະສິດສ່ວນລວມແນວໃດ? ຈະຊຸກຍູ້ໃຫ້ເສດຖະກິດສັງຄົມຈີນ
ພັດທະນາຢ່າງກົມກຽວກັນແນວໃດ?ແລະບັນຫາອ່່ືນໆ.

ວາລະຕຳແໜ່ງຂອງສະພາປຶກສາການເມືອງປະຊາຊົນທ່ົວປະເທດຈີນແຕ່ລະສະໄໝ
ແມ່ນ 5 ປີ, ແຕ່ລະປີຈັດກອງປະຊຸມຄົບຄະນະເທ່ືອໜ່ຶງ. ກອງປະຊຸມທ່ີຈະໄຂຂຶ້ນໃນປີ
ນີ້ແມ່ນກອງປະຊຸມຄົບຄະນະຄັ້ງທີສອງຂອງສະພາປຶກສາການເມືອງສະໄໝທີ 10,
ຮອດເວລານັ້ນຈະມີກຳມະການ 2200 ກວ່າຄົນເຂົ້າຮ່ວມ.