ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-02 12:12:46    
ລະບອບກອງປະຊຸມສະພາປະຊາຊົນແຫ່ງຊາດຂອງຈີນ

cri

ໃນຕົ້ນເດືອນມີນາແຕ່ລະປີ,ສະພາຜູ້ແທນປະຊາຊົນທົ່ວປະເທດເຊ່ິງເປັນອົງການອຳ
ນາດສູງສຸດຂອງຈີນລ້ວນແຕ່ຈະໄຂກອງປະຊຸມປະຈຳປີ.ກອງປະຊຸມປະຈຳປີນີ້ຈະເລີ່ມ
ໄຂຂຶ້ນໃນວັນທີ 5 ມີນາ.

ອີງຕາມການກຳນົດໃນລັດຖະທຳມະນູນຈີນສະບັບປັດຈຸບັນຂອງຈີນ,ອົງການທ່ີພົນລະ
ເມືອງສາທາລະນະລັດປະຊາຊົນຈີນໃຊ້ສິດອຳນາດຂອງລັດນັ້ນແມ່ນສະພາຜູ້ແທນປະ
ຊາຊົນທົ່ວປະເທດແລະສະພາຜູ້ແທນປະຊາຊົນທ້ອງຖ່ິນທຸກຂັ້ນ.ນີ້ແມ່ນເນື້ອໃນແກນ
ກາງຂອງລະບອບສະພາຜູ້ແທນປະຊາຊົນ.

ລະບອບສະພາຜູ້ແທນປະຊາຊົນຂອງຈີນແມ່ນຮູບການຊະນິດໜ່ຶງຂອງລະບອບຜູ້ແທນ
ສະພາປະຊາທິປະໄຕສະໄໝປັດຈຸບັນ. ສະພາຜູ້ແທນປະຊາຊົນຂອງຈີນແມ່ນສ້າງຕັ້ງ
ຂຶ້ນໂດຍອີງຕາມຫຼັກການອະທິປະໄຕຂອງປະຊາຊົນ,ເຊ່ິງກໍຄືປະຊາຊົນເປັນເຈົ້າຂອງ
ປະເທດ. ປະຊາຊົນມີສິດອຳນາດກົກຮາກຂອງລັດ,ລັດຖະສະພາແລະລັດຖະບານລ້ວນ
ແຕ່ແມ່ນປະຊາຊົນເລືອກຕັ້ງອອກ,ປະຊາຊົນເຂົ້າຮ່ວມການຄຸ້ມຄອງວຽກງານຂອງລັດ
ດ້ວຍຮູບການດ່ັງກ່າວ.

ສະພາຜູ້ແທນປະຊາຊົນແມ່ນປະຊາຊົນເລືອກຕັ້ງອອກມາ,ຮັບການຕິດຕາມກວດກາ
ຂອງປະຊາຊົນແລະຮັບຜິດຊອບຕໍ່ປະຊາຊົນ; ແລ້ວໃຫ້ສະພາຜູ້ແທນປະຊາຊົນເລືອກ
ຕັ້ງລັດຖະບານ,ສານ,ອົງການໄອຍະການ,ໝາຍຄວາມວ່າ,ສະພາຜູ້ແທນປະຊາຊົນ
ເລືອກຕັ້ງອົງການລັດ,ອົງການລັດເຫຼ່ົານີ້ຮັບຜິດຊອບຕໍ່ສະພາຜູ້ແທນປະຊາຊົນແລະ
ຮັບການຕິດຕາມກວດກາຂອງສະພາຜູ້ແທນປະຊາຊົນ.

ຢູ່ຈີນ,ຖ້າເປັນພົນລະເມືອງທ່ີອາຍຸເຕັມ 18 ປີກໍມີສິດເລືອກຕັ້ງແລະຮັບເລືອກຕັ້ງເປັນ
ຜູ້ແທນປະຊາຊົນ.ສະພາຜູ້ແທນປະຊາຊົນທົ່ວປະເທດແມ່ນປະກອບດ້ວຍຜູ້ແທນທ່ີບັນ
ດາແຂວງ,ເຂດປົກຄອງຕົນເອງ,ກຳແພງນະຄອນແລະກອງທັບຂອງຈີນເລືອກຕັ້ງອອກ
ມາ. ໃນສະພາຜູ້ແທນປະຊາຊົນທຸກຂັ້ນຂອງຈີນ,ຜູ້ແທນປະຊາຊົນຂັ້ນຕາແສງແລະຂັ້ນ
ເມືອງແມ່ນເລືອກຕັ້ງອອກໂດຍກົງ,ໃນຂັ້ນສູງກວ່ານີ້ອີກ,ຜູ້ແທນປະຊາຊົນທຸກຂັ້ນແມ່ນ
ເລືອກຕັ້ງອອກໂດຍທາງອ້ອມ.

ອາຍຸຕຳແໜ່ງຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນແຕ່ລະສະໄໝແມ່ນ 5 ປີ,ແຕ່
ລະປີຈັດກອງປະຊຸມຄົບຄະນະເທ່ືອໜ່ຶງ,ແຕ່ລະເທ່ືອຈັດເປັນເວລາປະມານ 10 ມື້ຫາ
ເຄ່ິງເດືອນ.

ຕາມປົກກະຕິ,ວາລະປະຊຸມຂອງກອງປະຊຸມແມ່ນຮັບຟັງບົດລາຍງານວຽກງານຂອງ
ລັດຖະບານ,ຮັບຟັງແລະພິຈາລະນາບົດລາຍງານກ່ຽວກັບແຜນການເສດຖະກິດແຫ່ງ
ຊາດແລະການພັດທະນາສັງຄົມ,ແລະບົດລາຍງານງົບປະມານແຫ່ງລັດຈີນ; ອົງການ
ອະທິໄອຍະການແລະສານປະຊາຊົນສູງສຸດລາຍງານວຽກງານຕໍ່ສະພາຜູ້ແທນປະຊາ
ຊົນແຫ່ງຊາດ,ຄະນະປະຈຳສະພາກໍຕ້ອງລາຍງານວຽກງານຂອງຕົນຕໍ່ສະພາຜູ້ແທນ
ປະຊາຊົນແຫ່ງຊາດ. ຍັງອີກຫົວຂໍ້ໜ່ຶງກໍແມ່ນເລືອກຕັ້ງແລະສ້າງຕັ້ງອົງການແຫ່ງລັດ
ແລະເລືອກຕັ້ງຜູ້ແທນແຫ່ງລັດ,ນີແມ່ນໜ້າທ່ີປ່ຽນຊຸດບາກັນ 5 ປີ. ນອກນີ້,ຍັງມີໜ້າທ່ີ
ໜ່ຶງແມ່ນວາງກົດໝາຍພື້ນຖານແຫ່ງລັດ,ລວມທັງດັດແກ້ລັດຖະທຳມະນູນ,ຍັງມີກົດ
ໝາຍສຳຄັນກວ່າໝູ່ກົກຮາກກວ່າໝູ່ທ່ີກ່ຽວພັນກັບອາຍາແພ່ງ,ເສດຖະກິດ,ການບໍລິ
ຫານແລະດ້ານອ່ືນໆ.

ຜູ້ແທນສະພາຈຳທຳມະຕິຕົກລົງທ່ີສົມຄູ່ກັນພາຍຫຼັງໄດ້ພິຈາລະນາຕໍ່ບົດລາຍງານທ່ີ
ກ່ຽວຂ້ອງແລ້ວ. ນອກນີ້,ຍັງມີບັນຫາສຳຄັນຈຳນວນໜ່ຶງທ່ີກ່ຽວພັນກັບແຜນການແຫ່ງ
ຊາດແລະຊີວິດການເປັນຢູ່ຂອງປະຊາຊົນຕ້ອງການຕົກລົງໃນກອງປະຊຸມສະພາຜູ້
ແທນແຫ່ງຊາດ,ຕົວຢ່າງຄື:ການສ້າງກິດຈະການຮ່ອມຊານເຊຍ ກິດຈະການຊົນລະ
ປະທານທ່ີມີຊ່ືສຽງຂອງຈີນກໍແມ່ນຕົກລົງໃນກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງ
ຊາດ.

ໃນໄລຍະອັດປະຊຸມ,ຄະນະປະຈຳສະພາປະຊາຊົນແຫ່ງຊາດເຊ່ິງເປັນອົງການປະຈຳ
ສະພາປະຊາຊົນແຫ່ງຊາດຈະປະຕິບັດພາລະໜ້າທ່ີທ່ີກອງປະຊຸມໃຫຍ່ສະພາມອບ
ໝາຍໃຫ້,ເຊ່ິງລວມທັງຕີຄວາມໝາຍຕໍ່ລັດຖະທຳມະນູນ,ຕິດຕາມກວດກາການປະຕິ
ບັດລັດຖະທຳມະນູນ,ວາງແລະດັດແກ້ກົດໝາຍອ່ື່ນໆທ່ີບໍ່ແມ່ນກອງປະຊຸມຜູ້ແທນຄົບ
ຄະນະວາງອອກ,ຮັບຜິດຊອບແລະລາຍງານວຽກງານຕໍ່ສະພາຜູ້ແທນປະຊາຊົນແຫ່ງ
ຊາດ,ປັດຈຸບັນ,ສະພາຜູ້ແທນປະຊາຊົນແຫ່ງຊາດໄດ້ຕັ້ງ 9 ຄະນະກຳມາທິການ,ຂອບ
ເຂດວຽກງານລວມທັງກົດໝາຍຊົນເຜ່ົາ,ເສດຖະກິດການເງິນ,ກະສິກຳ,ວິທະຍາສາດ
ການສຶກສາ,ວັດທະນະທຳ,ສາທາລະນະສຸກແລະການອະນຸລັກສ່ິງແວດລ້ອມເປັນຕົ້ນ.
ຄະນະກຳມາທິການສະເພາະກິດເຫຼ່ົານີ້ຈະຮັບຜິດຊອບພິຈາລະນາຍັດຕິ,ຍັດຕິກະທູ້
ຖາມ,ສຳຫຼວດບັນຫາທ່ີກ່ຽວຂ້ອງ,ສະເໜີຄວາມເຫັນ,ຮ່າງກົດໝາຍຫຼືຮ່າງມະຕິ.

ກອງປະຊຸມຄັ້ງທຳອິດຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນແມ່ນໄຂຂຶ້ນເມ່ືອປີ
1954. ກອງປະຊຸມສະພາຜຸ້ແທນປະຊາຊົນແຫ່ງຊາດທ່ີຈະໄຂຂຶ້ນຢູ່ປັກກ່ິງແຕ່ວັນທີ5
ຮອດວັນທີ 14 ມີນາປີນີ້ແມ່ນກອງປະຊຸມຄັ້ງທີ 2 ຂອງສະພາຜູ້ແທນປະຊາຊົນແຫ່ງ
ຊາດຈີນສະໄໝທີ 10.