ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-06 16:23:00    
ແລວຄວາມຄຶດພື້ນຖານຂອງວຽກງານລັດຖະບານຈີນໃນປີ2004.

cri
ວັນທີ 5ມີນາໃນເວລາທ່ານເວີນເຈຍປາວນາຍົກລັດຖະມົນຕີຈີນກ່າວບົດລາຍງານ
ວຽກງານຂອງລັດຖະບານໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີສອງ
ສະໄຫມທີ 10 ,ທ່ານເວົ້າວ່າ,ແລວຄວາມຄຶດພື້ນຖານແລະຫນ້າທີ່ຕົ້ນ ຕໍຂອງວຽກ
ງານລັດຖະບານໃນປີ 2004 ແມ່ນເອົາທິດສະດີເຕີ້ງສຽວພິງແລະຄວາມຄຶດສຳຄັນ
ຂອງ 3 ຕົວແທນເປັນສ່ິງຊີ້ນຳ,ຜັນຂະຫຍາຍຈິດໃຈຂອງກອງປະຊຸມໃຫຍ່ສະໄຫມ
ທີ 16 ຂອງພັກກອມມູນິດຈີນແລະກອງປະຊຸມຄົບຄະນະຄັ້ງທີ 3 ສະໄຫມທີ 16 ,
ພັກກອມມູນນິດຈີນຢ່າງຮອບດ້ານ,   ກຳໄວ້ໄລຍະໂອກາດເອື້ອອຳນວຍອັນສຳຄັນ
ທາງຍຸດທະສາດ,ກຳຫນ້າທີ່ສຳຄັນດັບນ່ຶງຄືການພັດທະນາ,ຍຶດຫມັ້ນທັດສະນະພັດ
ທະນາວິທະຍາສາດ,ຍ່ິງເອົາໃຈໃສ່ນຳການດັດສົມຄວບຄຸ້ມມະຫາພາກໃຫ້ດີ, ຍ່ິງ
ເອົາໃຈໃສ່ນຳການວຽກງານຈັດວາງເປັນເອກະພາບ,ຍ່ິງເອົາໃຈໃສ່ນຳການຖືເອົາ
ຄົນເປັນເອກ,ແລະຍ່ິງເອົາໃຈໃສ່ນຳການປະຕິຮູບແລະປະດິດສ້າງ,ອອກແຮງແກ້
ໄຂບັນຫາອັນພົ້ນເດ່ັນທີ່ກ່ຽວພັນເຖິງຜົນປະໂຫຍດ,ຕິດຕົວຂອງປະຊາຊົນ,ຊຳລະ
ແກ້ໄຂການພົວພັນລະຫວ່າງການປະຕິຮູບ,   ການພັດທະນາແລະສະຖາລະພາບ
ຢ່າງຖືກຕ້ອງ,ຊຸກຍູ້ເສດຖະກິດສັງຄົມມີການພັດທະນາຢ່າງຮອບດ້ານ,ກົມກຽວກັນ,
ແລະແບບຍືນຍົງເຮັດໃຫ້ອະລະຍະທຳທາງວັດຖຸອະລະຍະທຳທາງການເມືອງແລະ
ອະລະຍະທຳທາງຈິດໃຈແຫ່ງສັງຄົມນິຍົມກ້າວໄປຫນ້າພ້ອມກັນ.

ທ່ານອຸ່ນເຈຍປາວເວົ້າວ່າ,ຈຸດເລ່ັງສາຍຕາພື້ນຖານຂອງວຽກງານເສດຖະກິດໃນປີນີ້ ແມ່ນເຮັດໃຫ້ເສດຖະກິດພັດທະນາຢ່າງຫມັ້ນທ່ຽງແລະຂ້ອນຂ້າງໄວ,ປ້ອງກັນບໍ່ໃຫ້
ເສດຖະກິດຂຶ້ນລົງຢ່າງໃຫຍ່. ທ່ານອຸ່ນເຈຍປາວເວົ້າວ່າ,ຄາດຫມາຍເສດຖະກິດເຕີບ
ໂຕໃນປີນີ້ທີ່ສູນກາງສະເຫນີອອກມານັ້ນແມ່ນປະມານ 7%, ທັງໄດ້ພິຈາລະນາເຖິງ
ຄວາມສືບຕໍ່ທີ່ຮັກສາຈຸດຫມາຍດັດສົມຄວບຄຸມມະຫາພາກ ,ທັງໄດ້ພິຈາລະນາເຖິງ
ຄວາມເຊື່ອມຕໍ່ຂອງເງື່ອນໄຂຕົວຈິງເຊ່ັນ:ຄວາມໄວເຕີບໂຕເສດຖະກິດກັບພະລັງງານ, ວັດຖຸດິບສຳຄັນແລະການຄົມມະນາຄົມຂົນສ່ົງເປັນຕົ້ນ,ເຣັດໃຫ້ກຳລັງຫນີບທີ່ມີຕໍ່ຊັບ
ພະຍາກອນແລະສ່ິງແວດລ້ອມຫຼຸດຫນ້ອຍລົງ,   ທັງນີ້ກຳມີຜົນດີຕໍ່ການຊັກນຳຝ່າຍ
ຕ່າງໆສຸມກຳລັງຕົ້ນຕໍເຂົ້າໃນການເຮັດໃຫ້ການປະຕິຮູບລົງສູ່ລວງເລິກ,ສັບຊ້ອນອົງ
ປະກອບ ຍົກຄຸນນະພາບແລະປະສິດທິຜົນໃນການເຕີບໂຕເສດຖະກິດໃຫ້ສູງຂຶ້ນ,
ໃຊ້ກຳລັງການເງິນ ກຳລັງວັດຖຸຫຼາຍກວ່າເກ່ົາໃຊ້ເຂົ້າໃນການພັດທະນາສັງຄົມແລະ
ເພ່ີມທະວີຂອດອ່ອນ,  ທ່ານເວົ້າວ່າ,   ປີນີ້ຕ້ອງຍຶດຫມັ້ນທິດທາງທີ່ເປີດກວ້າງຄວາມ
ຕ້ອງການພາຍໃນ,  ສືບຕໍ່ປະຕິບັດນະໂຍບາຍການເງິນອັນຕັ້ງຫນ້າແລະນະໂຍບາຍ
ເງິນຕາຢ່າງຫມັ້ນທ່ຽງ.

ທ່ານອຸ່ນເຈຍປາວເວົ້າວ່າ,ການສັບຊ້ອນການພັວພັນລະຫວ່າງການລົງທຶນກັລການ
ບໍລິໂພກຢ່າງສົມເຫດສົມຜົນ,ແມ່ນດ້ານສຳຄັນໃນການສັບຊ້ອນມະຫາພາກໃນປີນີ້,ຕ້ອງພະຍາຍາມເຮັດໃຫ້ລາຍໄດ້ຂອງປະຊາຊົນໃນຕົວເມືອງແລະຊົນນະບົດເພ່ີມຂຶ້ນ,
ຍົກລະດັບຊື້ເຄື່ອງຂອງໄທເມືອງໃຫ້ສູງຂຶ້ນ,ຍົກຄວາມສາມາດ ບໍລິໂພກໃຫ້ ີຂຶ້ນປົວ ແປງອົງປະກອບການຜະລິດແລະການສະຫນອງໃຫ້ດີ,ແລະປ່ຽນແປງສະພາບການ ທີ່ອັດຕາລົງທຶນຂ້ອນຂ້າງສູງແລະອັດຕາບໍລິໂພກຂ້ອນ ຂ້າງຕ່ຳນັ້ນເປັນເທື່ອລະກ້າວ.