ວັນທີ5ມີນາ, ທ່ານເວ່ິນເຈ່ຍປາວນາບົກລັດຖະມົນຕີຈີນໄດ້ກ່າວຢູ່ໃນກອງປະຊຸມຄັ້ງທີ2 ສະພາປະຊາຊົນແຫ່ງຊາດຈີນສະໄໝທີ10ວ່າ, ວຽກງານລັດຖະບານຍັງມີຂ້ໍຂາດຕົກບົກ ຜ່ອງບໍ່ໜ້ອຍ, ມວນຊົນຍັງມີຄວາມບ່ໍພໍໃຈຈຳນວນໜ່ຶງ, ຖ້າຢາກແກ້ໄຂຄວາມຂັດແຍ່ງ ຂັ້ນເລິກທ່ີສະສົມມາຫຼາຍປີຈາກດ້ານກົກຮາກຍັງຕ້ອງການເວລາດົນສົມຄວນ.
ໃນເວລາທ່ານເວ່ິນເຈ່ຍປາວກ່າວບົດລາຍງານວຽກງານລັດຖະບານຕ່ໍກອງປະຊຸມຄັ້ງທີ2 ສະພາປະຊາຊົນແຫ່ງຊາດຈີນສະໄໝທີ10ນັ້ນ, ທ່ານຊ້ີອອກວ່າ, ຄວາມຫຍຸ້ງຍາກແລະ ບັນຫາທ່ີຍັງຄົງມີຢູ່ໃນສະເພາະໜ້ານ້ີຕົ້ນຕໍແມ່ນ, ລາຍໄດ້ຂອງຊາວກະສິກອນເພ່ີມຂ້ຶນ ຊັກຊ້າ, ການປະກອບອາຊີບແລະການປະກັນສັງຄົມມີໜ້າທ່ີໜັກໜາ, ການພັດທະນາ ໃນເຂດແຄວ້ນບ່ໍກ້ຳເກ່ິງກັນ, ລາຍໄດ້ຂອງສະມາຊິກສັງຄົມສ່ວນໜ່ຶງຫຼຸດລ່ືນກັນຫຼາຍ ເກີນໄປ, ກຳລັງໜີບດ້ານສະພາບແວດລ້ອມຊັບພະຍາກອນເພ່ີມຂ້ຶນ. ໃນຂະບວນການ ເລັ່ງລັດພັດທະນາເສດຖະກິດນັ້ນ, ໄດ້ປະກົດມີຄວາມຂັດແຍ່ງກັນໃໝ່ຈຳນວນໜ່ຶງ, ໂດຍ ສະເພາະແມ່ນຂະໜາດການລົງທຶນໃຫຍ່ເກີນໄປ, ຂະແໜງການແລະທ້ອງຖ່ິນສ່ວນໜ່ຶງ ລົງທຶນຢ່າງຫຼັບຫູຫຼັບຕາ, ການສ້າງສາຊ້ອນໃນລະດັບຕຳ່ອ່າວໜັກໜ່ວງ, ການພົວພັນ ລະຫວ່າງການສະໜອງແລະຄວາມຕ້ອງການຂອງພະລັງງານ, ການຄົມມະນາຄົມແລະ ວັດຖຸດິບສ່ວນໜ່ຶງເຄັ່ງຕຶງ. ຜົນຜະລິດທັນຍາຫານໄດ້ຫຼຸດໜ້ອຍລົງອ່າວຫຼາຍ, ປະກົດ ການນຳໃຊ້ດິນປູກຝັງຢ່າງຜິດກົດໝາຍແລະລະເມີດກົດລະບຽບອ່າວພ້ົນເດັ່ນ. ການພັດ ທະນາພາລະກຳສັງຄົມຊັກຊ້າ, ມວນຊົນມີຄວາມເຫັນຮຸນແຮງສົມຄວນຕ່ໍບັນຫາຕ່າງໆ ເຊັ່ນ: ເຂົ້າໂຮງຮຽນຍາກແລະໄປປົວພະຍາດຍາກເປັນຕົ້ນ. ຊີວິດການເປັນຢູ່ຂອງປະຊາ ຊົນທ່ີມີລາຍໄດ້ຕຳ່ໃນຕົວເມືອງແລະຊົນນະບົດບ່ໍໜ້ອຍຍັງອ່າວຫຍຸ້ງຍາກ.
ພ້ອມກັນນັ້ນ, ທ່ານເວ່ິນເຈ່ຍປາວຊ້ີອອກວ່າ, ພະນັກງານອົງການປົກຄອງບາງທ່ານຍັງມີ ແບບແຜນເຮັດວຽກແຫ່ງລັດທີອັດຕະວິໄສ, ລັດທິຮູບການແລະລັດທິອາດຍາສິດ, ຈົນກະ ທັ້ງຍັງມີການສ້ໍລາດບັງຫຼວງແລະຊຸດໂຊມເປ່ືອຍເຍ່ືອຍ. ວຽກງານສ້າງສາອົງການປົກ ຄອງແລະວຽກງານຕ້ານການສ້ໍລາດບັງຫຼວງຍັງລຳບາກກາກກຳທ່ີສຸດ.
ທ່ານເວ່ິນເຈ່ຍປາວກ່າວເນັ້ນວ່າ, ກ່ຽວກັບຄວາມຂັດແຍ່ງແລະບັນຫາເຫຼົ່ານ້ີ, ຕ້ອງເອົາ ໃຈໃສ່ໃນລະດັບສູງຫາກບ່ໍແມ່ນຫຼົບຫຼີກ, ຄວນແກ້ໄຂຢ່າງຈິງຈັງຫາກບ່ໍແມ່ນປະໃຫ້ ມັນຂະຫຍາຍຕາມໃຈ. ທ່ານເວົ້າວ່າ, ວຽກງານລັດຖະບານຍັງມີໜ້າທີ່ໜັກໜາແລະ ຕ້ອງເດີນໄລຍະທາງຍາວໄກ.
|