ຂ່າວສານຊິນຮວາລາຍງານວ່າ, ວັນທີ5ມີນາ, ໃນເວລາທ່ານເວ່ິນເຈ່ຍປາວນາຍົກລັດຖະ ມົນຕີຈີນກ່າວບົດລາຍງານວຽກງານລັດຖະບານຕ່ໍກອງປະຊຸມຄັ້ງທີສອງຂອງສະພາປະ ຊາຊົນແຫ່ງຊາດຈີນສະໄໝທີ10, ທ່ານກ່າວວ່າ, ການຕ້ານພະຍາດຊາສໃນປີກາຍໄດ້ ຮັບຜົນສຳເລັດຢ່າງໃຫຍ່ຫຼວງ.
ທ່ານເວ່ິນເຈ່ຍປາວກ່າວວ່າ, ໃນລະດູບານໃໝ່ປີກາຍ, ຈີນໄດ້ປະສົບໄພພິບັດຢ່າງໃຫຍ່ ຄືໄດ້ເກີດມີພະຍາດຊາສ. ສູນກາງພັກແລະຄະນະລັດຖະບານໄດ້ເອົາສຸຂະພາບແລະ ຄວາມປອດໄພທາງຊີວິດຂອງມວນຊົນໄວ້ຢູ່ຖານະອັນດັບໜ່ຶງ, ຄົ້ນຄວ້າແລະຈັດວາງ ວຽກງານປ້ອງກັນແລະປົວພະຍາດຊາສຢ່າງທັນການ. ຜັນຂະຫຍາຍກົດໝາຍປ້ອງກັນ ແລະປົວພະຍາດຕິດແປດຂອງສາທາລະນະລັດປະຊາຊົນຈີນ, ວາງກົດຂ້ໍກຳນົດຮັບມື ເຫດການສຸກເສີນດ້ານສາທາລະນະສຸກປະຊາຊົນ, ໄດ້ຈັດເອົາພະຍາດຊາສເຂົ້າໃນ ການຄວບຄຸມພະຍາດຕິດແປດຕາມກົດໝາຍ, ປະກາດສະພາບພະຍາດຕາມສະພາບ ຕົວຈິງ,ປະຕິບັດການປ້ອງກັນແລະຄວບຄຸມຂອງມວນຊົນໃນຂອບເຂດທົ່ວປະເທດ.ຄະ ນະລັດຖະບານແລະອົງການປົກຄອງທ້ອງຖ່ິນສ້າງຕັ້ງກອງບັນຊາການປ້ອງກັນແລະປົວ ພະຍາດຊາສ, ຈັດວາງກຳລັງຄົນ, ກຳລັງວັດຖຸແລະກຳລັງຊັບຢ່າງເປັນເອກະພາບກັນ, ເສີມຂະຫຍາຍບົດບາດຂອງອົງການຮາກຖານໃນຕົວເມືອງແລະຊົນນະບົດຢ່ງເຕັມສ່ວນ, ຮັບປະກັນວຽກງານປ້ອງກັນປ່ິນປົວດຳເນີນໄປຢ່າງເຄັ່ງຕຶງແລະເປັນລະບຽບ. ຈັດຕັ້ງ ການຄົ້ນຄວ້າວິທະຍາສາດແກ້ຂອດຍາກ, ໄດ້ຮັບຄວາມຄືບໜ້າສຳຄັນໃນດ້ານບົ່ງມະຕິ, ປ່ິນປົວແລະປ້ອງກັນເປັນຕົ້ນ. ໃຊ້ມາດຕະການຕ່າງໆເຊັ່ນ: ປ່ິນປົວຊາວກະສິກອນຜູ່ຕິດ ພະຍາດຊາສໂດຍບ່ໍເກັບຄ່າເປັນຕົ້ນ, ປ້ອງກັນຢ່າງເຄັ່ງຄັດບ່ໍໃຫ້ສະພາບພະຍາດແຜ່ລະ ບາດໄປສູ່ຊົນນະບົດ.
ທ່ານເວ່ິນເຈ່ຍປາວເວົ້າວ່າ, ໃນໄລຍະຫຍຸ້ງຍາກແຫ່ງການຕ່ໍສູ້ຕ້ານພະຍາດຊາສນັ້ນ, ພະນັກງານການນຳທຸກຂ້ັນໄດ້ລົງສູ່ແນວທີໜ່ຶງ, ປະຊາຊົນທົ່ວປະເທດເປັນຈິດໜ່ຶງໃຈ ດຽວກັນ, ວົງການຕ່າງໆໃນສັງຄົມຮ່ວມຈິດຮ່ວມໃຈກັນ, ພະນັກງານແພດອັນໄພສານ ປະເຊີນກັບຄວາມອັນຕະລາຍແຕ່ບ່ໍຢ້ານກົວ, ປະຊາຊາດຈີນໄດ້ທົນຕ່ໍການທົດສອບ ອັນຂ້ຽວຂາດ.
|