ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-06 16:21:09    
ປີກາຍນີ້,ກຳລັງສັງລວມແ່ຫງຊາດຈີນໄດ້ຍົກສູງຂຶ້ນອີກ

cri

ໃນເວລາອ່ານບົດລາຍງານວຽກງານລັດຖະບານໃນກອງປະຊຸມຄັ້ງທ່ີສອງຂອງສະພາ
ປະຊາຊົນແຫ່ງຊາດຈີນສະໄໝທ່ີ 10 ໃນວັນທ່ີ 5 ມີນາ,ທ່ານເວ່ີນເຈ່ຍປ່າວ ນາຍົກ
ລັດຖະມົນຕີຈີນເວົ້າວ່າ,ໜ່ຶງປີທ່ີຜ່ານມານີ້ແມ່ນປີໜ່ຶງທ່ີສຳຄັນບໍ່ແມ່ນທຳມະດາໃນຂະ
ບວນວິວັດພັດທະນາຂອງຈີນ,ແມ່ນປີໜ່ຶງທ່ີການປະຕິຮູບໄຂປະຕູຕໍ່ພາຍນອກແລະ
ການສ້າງສາສັງຄົມນະຍົມທັນສະໄໝໄດ້ຮັບຜົນສຳລັດອັນເດັ່ນຊັດ.

----ການຕ້ານພະຍາດຊາສໄດ້ຮັບໄຊຊະນະອັນໃຫຍ່ຫລວງ.

----ເສດຖະກິດພັດທະນາຢ່າງວ່ອງໄວ.GDPເພ່ີມຂຶ້ນຫລາຍກວ່າປີກ່ອນ

9,1%,ບັນລຸເຖິງ 1 ໝ່ືນ 1670 ຕື້ຢວນ;ຄິດໄລ່ຕາມອັດຕາແລກປ່ຽນໃນປະຈຸບັນ,GDPສະເລ່ຍຕາມຫົວຄົນໄດ້ບຸກທະລຸໜ່ຶງພັນດອນລາສະຫະລັດ,ກ້າວຂຶ້ນຂັ້ນໃດສຳຄັນກ້າວ
ໜ່ຶງ.

----ການເງິນແຫ່ງລັດເພ່ີມຂຶ້ນຢ່າງເດັ່ນຊັດ.ລາຍຮັບດ້ານການເງິນໃນທ່ົວປະເທດ
ບັນລຸເຖິງ 2170 ຕື້ຢວນ,ເພ່ີມຂື້ນຫລາຍກວ່າປີກ່ອນ 278 ຕື້ 700 ລ້ານຢວນ.

----ການຄ້າຕ່າງປະເທດເພ່ີມຂຶ້ນຢ່າງຫລວງຫລາຍ.ຍອດມູນຄ່າຂາເຂົ້າຂາອອກ
ເພ່ີມຂຶ້ນຫລາຍກວ່າປີກ່ອນ 37,1%,ບັນລຸເຖິງ 851 ຕື້ 200 ລ້ານດອນລາສະຫະລັດ,
ຈາກທີ 5 ໃນໂລກເມ່ືອປີກ່ອນກາຍເປັນທີ 4 .

----ການປະກອບອາຊີບລ່ືນກາຍຈຸດໝາຍທ່ີຄາດໄວ້.ຈຳນວນຄົນປະກອບອາຊີບ
ທ່ີເພີ່ມຂຶ້ນໃໝ່ໃນຕົວເມືອງມີ 8 ລ້ານ 5 ແສນ 9 ໝ່ືນຄົນ,ຜູ້ຕົກງານຜູ້ຫວ່າງງານປະ
ກອບອາຊີບຄືນໃໝ່ 4 ລ້ານ 4 ແສນຄົນ.

----ພົນລະເມືອງມີລາຍໄດ້ເພ່ີມຂຶ້ນ.ລາຍໄດ້ທ່ີຈັບຈ່າຍໄດ້ຂອງພົນລະເມືອງໃນຕົວ
ເມືອງທ່ີຄິດສະເລ່ຍຕໍ່ຫົວຄົນໄດ້ເພ່ີມຂຶ້ນໃນຕົວຈິງ 9%,ລາຍໄດ້ສຸດທິຂອງຊາວກະສິ
ກອນທ່ີຄິດສະເລ່ຍຕໍ່ຫົວຄົນເພ່ີມຂຶ້ນໃນຕົວຈິງ 4,3%.

----ການບິນອະວະກາດບັນທຸກຄົນເທ່ືອທຳອິດໄດ້ສຳເລັດຜົນຢ່າງງົດງາມ.

ທ່ານເວ່ີນເຈ່ຍປ່າວເວົ້າວ່າ,ຜົນສຳເລັດເຫ່ົຼານີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ກຳ
ລັງສັງລວມແຫ່ງຊາດຈີນໄດ້ສູງຂຶ້ນອີກ,ທັງນີ້ໄດ້ເພ່ີມຄວາມໝັ້ນໃຈແລະຄວາມກ້າ
ຫານຕ່ືມອີກໃຫ້ແກ່ປະຊາຊົນທົ່ວປະເທດສຶບຕໍ່ກ້າວໄປໜ້າ.

ທ່ານເວ່ີນເຈ່ຍປ່າວເວົ້າວ່າ,ໃນໜ່ຶງປີມານີ້,ລັດຖະບານຕົ້ນຕໍໄດ້ເຮັດວຽກງານໃນ 6
ດ້ານດ່ັງລຸ່ມນີ້: ໜ່ຶງ,ໃຊ້ມາດຕະການອັນເດັດຂາດ,ສຸມກຳລັງຕ້ານພະຍາດຊາສ;
ສອງ,ດັດສົມຄວບຄຸມຢ່າງທັນການແລະເໝາະສົມ,ຊຸກຍູ້ເສດຖະກິດພັດທະນາຢ່າງ
ໝັ້ນທ່ຽງວ່ອງໄວ; ສາມ,ເອົາໃຈໃສ່ນຳການປະສານງານ,ເລັ່ງລັດພັດທະນາພາລະກິດ
ສັງຄົມ; ສ່ີ,ເອົາໃຈໃສ່ນຳຊີວິດການເປັນຢູ່ຂອງປະຊາຊົນ,ເຮັດວຽກງານປະກອບອາ
ຊີບແລະການປະກັນສັງຄົມໃຫ້ດີ; ຫ້າ,ຊຸກຍູ້ການປະດິດສ້າງໂຄງປະກອບ,ການປະຕິ
ຣູບໄຂປະຕູສູ່ພາຍນອກໄດ້ຢ່ວງບາດກ້າວສຳຄັນ; ຫົກ,ເພ່ີມທະວີການສ້າງສາລະບອບ
ກົດໝາຍ,ປົກປັກຮັກສາສະຖຽນລະພາບຂອງສັງຄົມ.