ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-06 16:20:39    
ຈີນຕ້ອງສັບຊ້ອນການພົວພພັນະຫວ່າງການລົງທຶນກັບການບໍລິໂພກຢ່າງ
ເໝາະສົມ

cri
ວັນທີ5ມີນາ, ໃນເວລາທ່ານເວ່ິນເຈ່ຍປາວກ່າວບົດລາຍງານວຽກງານລັດຖະບານຕ່ໍກອງ
ປະຊຸມຄັ້ງທີ2ຂອງສະພາປະຊາ ຊົນແຫ່ງຊາດຈີນສະໄໝທີ10ນັ້ນ, ທ່ານກ່າວວ່າ, ສັບ ຊ້ອນການພົວພັນລະຫວ່າງການລົງທຶນກັບການບໍລິໂພກຢ່າງເໝາະສົມນັ້ນແມ່ນດ້ານ
ສຳຄັນຂອງການດັດສົມຄວບຄຸມມະຫາພາກໃນປີນ້ີ.

ທ່ານເວົ້າວ່າ, ມາດຕາສ່ວນຂອງການບໍລິໂພກໃນGDPຂອງຈີນແມ່ນອ່າວຕຳ່, ບ່ໍມີຜົນ
ດີຕ່ໍການເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດຢ່າງໜັກແໜ້ນ, ບ່ໍມີຜົນດີຕ່ໍ
ເສດຖະກິດແຫ່ງຊາດເຕີບໂຕຂ້ຶນຢ່າງສືບເນ່ືອງແລະອ່າວໄວແລະໝູນວຽນໃນແງ່ດີ.
ຕ້ອງພະ ຍາຍາມເຮັດໃຫ້ພົນລະເມືອງໃນຕົວເມືອງແລະຊົນນະບົດມີລາຍໄດ້ເພ່ີມຂ້ຶນ,
ຍົກລະດັບກຳລັງຊ້ືຂອງພົນລະເມືອງໃຫ້ສູງຂ້ຶນ. ເພ່ີມຄວາມແຮງໃນການດັດສົມການ
ແຈກຢາຍລາຍໄດ້, ຍົກກຳລັງບໍລິໂພກຂອງພົນລະເມືອງທ່ີມີລາຍໄດ້ຕຳ່ແລະຜ້ານກາງ
ໃຫ້ສູ່ງຂ້ຶນ; ພັດທະນາສິນເຊ່ືອບໍລິໂພກ, ບູລະນະນະໂຍບາຍການບໍລິໂພກໃຫ້ສົມບູນຂ້ຶນ
, ປົວແປງສະພາບແວດລ້ອມການບໍລິໂພກໃຫ້ດີຂ້ຶນ; ສອດຄ່ອງກັບການປ່ຽນແປງຂອງ
ອົງປະກອບບໍລິໂພກ, ເປີດກວ້າງຂົງເຂດບໍລິໂພກການບໍລິການ, ປົວແປງອົງປະກອບ
ການສະໜອງການຜະລິດ; ມາດຕະການການປະຕິຮູບທຸກລາຍຕ້ອງມີຜົນດີຕ່ໍການເພ່ີມ
ຄວາມໝັ້ນໃຈຂອງຜູ່ບໍລິໂພກ, ຈ່ໍຕົວຂ້ຶນເປັນຄາດໝາຍການບໍລິໂພກອັນດີງາມ, ເພ່ີມ
ການບໍລິໂພກໃນປະຈຸບັນ. ຈະຜ່ານຄວາມພະຍາຍາມຢ່າງບ່ໍຢຸດຢັ້ງ, ປ່ຽນແປງສະພາບ|
ການທ່ີອັດຕາການລົງທຶນອ່າວສູງແລະອັດຕາບໍລິໂພກອ່າວຕຳ່ນ້ັນເປັນກ້າວໆ.