ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-06 16:20:08    
ໜ້າທ່ີວຽກງານຂອງລັດຖະບານຈີນໃນປີນີ້.

cri

ທ່ານອຸ່ນເຈຍປາວກ່າວບົດລາຍງານວຽກລັດຖະບານໃນກອງປະຊຸມສະພາປະຊາຊົນ
ແຫ່ງຊາດຈີນຄັ້ງທີສອງສະໄຫມທີ 10

ຕອນເຊົ້າວັນທີ 5 ມີນາ, ກອງປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ເຊ່ິງເປັນອົງການອຳນາດແຫ່ງຊາດສູງສຸດຂອງຈີນໄດ້ໄຂຂຶ້ນຢູ່ປັກກ່ິງ, ທ່ານອູປາງໂກວ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດນ່ັງເປັນປະທານກອງປະຊຸມ. ທ່ານອຸ່ນ
ເຈຍປາວ ນາຍົກລັດຖະມົນຕີຈີນໄດ້ກ່າວບົດລາຍງານວຽກງານຂອງລັດຖະບານຕໍ່ກອງ
ປະຊຸມ, ບົດລາຍງານປະກອບດ້ວຍສາມພາກສ່ວນຄືການທວນຄືນວຽກງານຂອງລັດຖະ
ບານໃນປີກາຍນີ້ ໂຄງຄວາມຄຶດຂອງວຽກງານໃນປີນີ້ ແລະການສ້າງສາລັດຖະບານ. ກ່ຽວກັບເນື້ອໃນແລະຈຸພິເສດຕົ້ນຕໍຂອງບົດລາຍງານມີດ່ັງຕໍ່ໄປນີ້:

ເມ່ືອສັງເກດເນື້ອໃນຂອງບົດລາຍງານສະບັບນີ້, ອາດຈະປະກົດເຫັນວ່າ, ບົດລາຍງານ ວຽກງານແລະໂຄງຄວາມຄຶດວຽກງານຂອງລັດຖະບານຈີນໃນປີນີ້ມີຫລາຍຈຸພິເສດຄືດ່ັງ
ຕໍ່ໄປນີ້: ໜ່ຶງ, ບົດລາຍງານໄດ້ສອດໄປດ້ວຍແນວຄວາມຄຶດທ່ີພັດທະນາເສດຖະກິດສັງ
ຄົມຢ່າງຮອບດ້ານ ກົມກຽວກັນແລະແບບຍືນຍົງໃນທຸກໆດ້ານ, ນອກຈາກເສດຖະກິດ
ເຕີບໂຕແລ້ວ, ການພັດທະນາໃນຂົງເຂດອ່ືນໆກໍ່ໄດ້ຮັບຄວາມເອົາໃຈໃສ່ຫລາຍກວ່າ
ແຕ່ກ່ອນ; ສອງ, ລັດຖະບານປົກຄອງເພ່ືອປະຊາຊົນ ຖືຄົນເປັນຫຼັກ ໄດ້ມີສີສັນພົ້ນເດັ່ນ
ກວ່າເກ່ົາ; ສາມ, ຄວາມແຮງໃນການຮັກແພງ ລຳອຽງແລະສະໜັບສະໜູນຕໍ່ຊາວກະ
ສິກອນ ຊົນນະບົດ ແລະກະສິກຳນັ້ນໄດ້ລ່ືນກາຍແຕ່ກ່ອນ, ມາດຕະການທ່ີກ່ຽວຂ້ອງລະ
ອຽດທ່ີສຸດເຊ່ິງບໍ່ເຄີຍມີມາກ່ອນ; ສ່ີ, ໃນຫລາຍດ້ານ, ລັດຖະບານໄດ້ເນັ້ນໜັກໜ້າທ່ີຂອງ
ຕົນກວ່າແຕ່ກ່ອນ, ຍ່ິງເອົາໃຈໃສ່ນຳການສ້າງສາຕົນເອງ. ເນື້ອໃນດ່ັງກ່າວໄດ້ກາຍເປັນ ພາກປະກອບສ່ວນອັນສຳຄັນຂອງບົດລາຍງານວຽກງານລັດຖະບານ, ເທ່ືອນີ້ຍັງເປັນ
ເທ່ືອທຳອິດ.

ການສະແຫວງຫາເສດຖະກິດສັງຄົມພັດທະນາຢ່າງຮອບດ້ານ ກົມກຽວກັນແລະແບບ
ຍືນຍົງ, ແມ່ນສີສັນພິເສດອັນເດັ່ນຊັດອັນໜ່ຶງແຕ່ລັດຖະບານຊຸດນີ້ດຳເນີນການປົກຄອງ
ມານີ້. ບົດລາຍງານວຽກງານຂອງລັດຖະບານໃນປີນີ້ ອາດເວົ້າໄດ້ວ່າ, ໄດ້ສະແດງໃຫ້
ເຫັນທັດສະນະພັດທະນາດ່ັງກ່າວໃນທຸກດ້ານ, ໃນນັ້ນ, ການສະແດງອັນສຳຄັນອັນໜ່ຶງ ກໍ່ແມ່ນໄດ້ກຳນົດຈຸດໝາຍຄາດຄະເນໃນການເຕີບໂຕເສດຖະກິດປີນີ້. ໃນເວລາກ່າວ
ບົດລາຍງານ, ທ່ານອຸ່ນເຈຍປ່າວເວົ້າວ່າ:

ເປົ້າໝາຍເສດຖະກິດເຕີບໂຕໃນປີນ້ີທ່ີລັດຖະບານກາງສະເໜີອອກມານັ້ນແມ່ນປະມານ
7%, ທັງໄດ້ຄຳນຶງເຖິງຄວາມສືບຕ່ໍຂອງຈຸດໝາຍດັດສົມມະຫາພາກ, ກໍໄດ້ຄຳນຶງເຖິງ ການຕິດຕ່ໍກັນລະຫວ່າງຈັງຫວະເຕີບໂຕຂອງເສດຖະ ກິດກັບເງ່ືອນໄຂຕົວຈິງຕ່າງໆ
ເຊັ່ນ: ພະລັງງານ, ວັດຖຸດິບສຳຄັນແລະການຄົມມະນາຄົມຂົນສົ່ງເປັນຕົ້ນ, ຫຼຸດກຳລັງ
ໜີບຕ່ໍຊັບພະຍາກອນແລະສ່ິງແວດລ້ອມ. ນ້ີກໍມີຜົນດີຕ່ໍການໃຊ້ກຳລັງຊັບ, ກຳລັງ ວັດຖຸຍ່ິງຫຼາຍກວ່າເກົ່າເຂົ້າໃນການພັດທະນາສັງຄົມແລະເພ່ີມທະວີຂອດອ່ອນແອ.

ບົດລາຍງານຍັງໄດ້ສະເໜີວ່າ, ຕ້ອງປ້ອງກັນບ່ໍໃຫ້ເກີດໄພເງິນເຟ້ິແລະປ້ອງກັນບ່ໍຫໃຫ້
ເກີດໄພອັນຕະລາຍການທະນາຄານ, ຮັກສາອັດຕາແລກປ່ຽນເງິນຢວນຈີນໃຫ້ໝັ້ນທ່ຽງ ໃນຂັ້ນພ້ືນຖານຢູ່ເທິງລະດັບສົມເຫດສົມຜົນແລະກ້ຳເກ່ິງກັນ.

ກ່ຽວກັບວຽກງານປີນ້ີ, ທ່ານເວ່ິນເຈ່ຍປາວໄດ້ສະເໜີໜ້າທີ່9ລາຍ, ລວມທັງເພ່ີມທະວີ
ແລະປັບປຸງການດັດສົມມະຫາພາກ, ຮັກສາເສດຖະກິດພັດທະນາຢ່າງ ໜັກແໜ້ນແລະ
ອ່າວໄວ, ເຮັດໃຫ້ຊາວກະສິກອນມີລາຍໄດ້ເພ່ີມຂ້ຶນແລະເຮັດໃຫ້ກະສິກຳເກັບກ່ຽວໄດ້ຜົນ
ຫຼາຍ, ຈັດວາງການພັດທະນາໃນເຂດແຄວ້ນຢ່າງເປັນເອກະພາບ, ສືບຕ່ໍປະຕິບັດຍຸດ ທະສາດສ້າງຊາດໃຫ້ຈະເລີນດ້ວຍວິທະຍາສາດແລະການສຶກສາ, ເພ່ີມຄວາມແຮງໃນ
ການປະກອບອາຊີບແລະການປະກັນສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້
້ດີຂ້ຶນຕ່ືມອີກເປັນຕົ້ນ. ເມ່ືອວິເຄາະບົດລາຍງານສະບັບນ້ີເຫັນວ່າ, ລັດຖະບານຈີນໄດ້ເອົາ ໃຈໃສ່ນຳການພັດທະນາຊົນນະບົດຫຼາຍກວ່າເມ່ືອກ່ອນ, ຍ່ິງເອົາໃຈໃສ່ນຳການປັບປຸງສະ
ພາບຊີວິດການເປັນຢູ່ຂອງຊາວກະສິກອນ, ຍ່ິງເອົາໃຈໃສ່ນຳການພັດທະນາພາລະກຳ
ຕ່າງໆເຊັ່ນ: ການສຶກສາ, ການແພດ, ວິທະຍາສາດແລະວັດທະນະທຳເປັນຕົ້ນ, ຍ່ິງເອົາ
ໃຈໃສ່ນຳການອະນຸລັກສ່ິງແວດລ້ອມ, ຄວາມປອດໄພສາທາລະນະພ້ອມດ້ວຍການນຳ ໃຊ້ພະລັງງານແລະຊັບພະຍາກອນທ່ີດິນແບບຍືນຍົງ, ຍ່ິງເອົາໃຈໃສ່ການຍົກລະດັບຊີວິດ ການເປັນຢູ່ຂອງຊຸມຊົນທ່ີມີຊີວິດການເປັນຢູ່ທຸກຍາກເສຍກ່ອນ.

ສີສັນຖືຄົນເປັນຫຼັກ, ຄອງອຳນາດເພ່ືອປະຊາຊົນຍ່ິງເດ່ັນຊັດກວ່າເກົ່າແມ່ນຈຸດພິເສດອີກ
ຢ່າງໜ່ຶງທ່ີໄດ້ສ່ອງແສງໃຫ້ເຫັນໃນບົດລາຍງານວຽກງານລັດຖະ ບານຂອງປີນ້ີ, ສ່ວນ
ໃນດ້ານນ້ີ, ຍ່ິງເອົາໃຈໃສ່ນຳການພັດທະນາຊົນນະບົດແລະປັບປຸງຊີວິດການເປັນຢູ່ຂອງ ຊາວກະສິກອນໃຫ້ດີຂ້ຶນແມ່ນເນ້ືອໃນທ່ີປະຈັກຕາຄົນກວ່າໝູ່. ການກະທຳດ່ັງກ່າວຍ່ິງມີ ຄວາມຈຳເປັນຕ່ໍການປ້ອງກັນບ່ໍໃຫ້ຄວາມຜິດໂຕນກັນດ້ານການພັດທະນາລະຫວ່າງຕົວ
ເມືອງກັບຊົນນະບົດຂອງຈີນຂະຫຍາຍກວ້າງອອກ, ປ້ອງກັນບ່ໍໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນໃນຕົວເມືອງກັບຊົນນະບົດໄດ້ນັບມ້ືນັບຫຼຸດລ່ືນກັນ.

ເມ່ືອກ່າວເຖິງຫົວຂ້ໍຕົ້ນຕໍກ່ຽວກັບການປັບປຸງແລະເພ່ີມທະວີຖານະພ້ືນຖານຂອງຂະແໜງ
ການກະສິກຳ, ເຮັດຸໃຫ້ຊາວກະສິກອນມີລາຍໄດ້ເພ່ີມຂ້ຶນແລະເຮັດໃຫ້ກະສິກຳຜົນຫຼາຍ
ຂ້ຶນນັ້ນ, ທ່ານເວ່ິນເຈ່ຍປາວເວົ້າວ່າ

ການແກ້ໄຂບັນຫາກະສິກຳ ຊົນນະບົດແລະກະສິກອນແມ່ນວຽກງານຈຸດໜັກກວ່າໝູ່
ຂອງວຽກງານທັງໝົດຂອງພວກເຮົາ.ປີນີຕ້ອງອີງຕາມຄວາມຮຽກຮ້ອງຕ້ອງການແຫ່ງ ການຈັດວາງການພັດທະນາຂອງຕົວເມືອງແລະຊົນນະບົດຢ່າງເປັນເອກະພາບ,ໃຊ້ນະ
ໂຍບາຍມາດຕະການທ່ີໂດຍກົງກວ່າເກົ່າ ແຂງແຮງກວ່າເກົ່າ,ເພ່ີມທະວີກະສິກຳ,ສະ
ໜັບສະໜຸນກະສິກຳ,ພະຍາຍາມເຮັດໃຫ້ຊາວກະສິກອນມີລາຍໄດ້ເພ່ີມຂຶ້ນ."

ໃນໜ້າທ່ີ 9 ລາຍຂອງປີນີ້ທ່ີລັດຖະບານຈີນວາງອອກນັ້ນ,ການເຮັດໃຫ້ຊາວກະສິກອນ ມີລາຍໄດ້ເພ່ີມຂຶ້ນໄດ້ບັນລະຍາຍລະອຽດກວ່າໝູ່,ຈຸດໝາຍແລະມາດຕະການທ່ີວາງ
ອອກນັ້ນລ້ວນແຕ່ເປັນຮູບປະທຳກວ່າແຕ່ກ່ອນ,ຄວາມແຮງຂອງມາດຕະການກໍ່ແມ່ນ
ໃຫຍ່ກວ່າໝູ່ໃນຫລາຍປີມານີ້.ຕົວຢ່າງຄື,ບົດລາຍງານສະເໜີອອກມາວ່າ,ຍົກເລີກອາ
ກອນຜະລິດເຄ່ືອງປ່າຂອງດົງ,ຄືເລ່ີມແຕ່ປີນີ້ເປັນຕົ້ນໄປ,ຈະຍົກເລີກອາກອນກະສິກຳ
ໃນທ່ີສຸດພາຍໃນເວລາ 5 ປີ; ປີນີ້,ລັດຖະບານກາງຈະເບີກທຶນເກືອບ 40 ຕື້ຢວນ 
ປະມານ5 ຕື້ດອນລາສະຫະລັດມາສະໜັບສະໜຸນການປະຕິຮູບຫລຸດພາສີອາກອນຂອງ
ຊົນນະບົດ,ຈະເບີກເງິນ 10 ຕື້ຢວນປະມານ 1 ຕື້ 200 ລ້ານ ດອນລາສະຫະລັດຈາກ ກອງທຶນສ່ຽງໄພທັນຍາຫານແຫ່ງລັດມາເກື້ອກູນຊາວກະສິກອນທ່ີປູກພືດພັນທັນ ຍາ
ຫານນັ້ນໂດຍກົງ,ແລະເພ່ີມການລົງທຶນຂອງການເງິນສູນກາງເຂົ້າໃນຊົນນະບົດແລະກະ
ສິກຳດ້ວຍໜ້າພຽງ 20%.ນອກນີ້,ລັດຖະບານມີແຜນການຈະພິມຈຳໜ່າຍພັນທະບັດ
ແຫ່ງລັດ 110 ຕື້ຢວນປະມານ 13 ຕື້ດອນລາສະຫະລັດ,ທິດລົງທຶນສຳຄັນອັນດັບໜ່ຶງ
ກໍ່ແມ່ນຊົນນະບົດ.ໃນແຜນການພັດທະນາການສຶກສາແລະການປ່ິນປົວຂອງລັດຖະບານ
ກາງ,ຊົນນະບົດກໍ່ຢູ່ໃນຖານະມູລິມະສິດ.

ກ່ຽວກັບການກໍ່ສ້າງຕົວເອງຂອງລັດຖະບານ,ໃນບົດລາຍງານວຽກງານລັດຖະບານ,ທ່ານ
ເວ່ີນເຈ່ຍປ່າວໄດ້ແບ່ງອອກເປັນ 5 ດ້ານມາບັນລະຍາຍ,ໃນນັ້ນ,ສ່ິງທ່ີຂ້ອນຂ້າງເຮັດ
ໃຫ້ຄົນສົນໃຈນຳນັ້ນແມ່ນ,ບົດລາຍງານໄດ້ກຳນົດຈຸດໜັກດຳເນີນງານຂອງລັດຖະບານ
ໃຫ້ຈະແຈ້ງຕ່ືມອີກ,ສະເໜີອອກມາວ່າ,ໃນຂະບວນການປະຕິບັດພາລະໜ້າທ່ີຂອງຕົນ,ເມ່ືອສົມທຽບກັບການດັດສົມເສດຖະກິດໃຫ້ດີແລະເພ່ີມທະວີການ
ຕິດຕາມກວດກາ ຕະຫລາດນັ້ນອົງການປົກຄອງທຸກຂັ້ນຕ້ອງຍ່ິງເອົາໃຈໃສ່ນຳການປະ
ຕິບັດພາລະໜ້າທ່ີຄຸ້ມຄອງສັງຄົມແລະບລິການສາທາລະນະ,ໂດຍສະເພາະແມ່ນຕ້ອງ ເລັ່ງລັດສ້າງແລະບູລະນະກົນໄກຊຳລະເຫດການທ່ີເກີດຂຶ້ນຢ່າງ

ກະທັນຫັນຊະນິດຕ່າງໆໃຫ້ສົມບູນຂຶ້ນ,ຍົກຄວາມສາມາດຂອງລັດຖະບານໃນການຮັບມື
ຶກັບວິກິດການສາທາລະນະໃຫ້ສູງຂຶ້ນ.ມັນເດັ່ນຊັດແລ້ວວ່າ,ນີ້ແມ່ນມາດຕະການຮັບມືທ່ີ
ຈະແຈ້ງທ່ີລັດຖະບານຈີນວາງອອກໃຕ້ເບື້ອງຫລັງໃນໜ່ຶງປີມານີ້,ຈີນໄດ້ຖືກພະຍາດຊາສ
ແລະໄຂ້ຫວັດສັດປີກະໜ່ຳພ້ອມດ້ວຍອຸປະຕິເຫດຄວາມປອດໄພສາທາລະນະອັນສຳຄັນ
ເກີດຂຶ້ນຢ່າງເນ່ືອງນິດ.

 

ໃນພາກສ່ວນກ່ຽວກັບການກໍ່ສ້າງຕົວເອງຂອງລັດຖະບານ,ບົດລາຍງານຍັງໄດ້ກ່າວເນັ້ນ
ການຕັດສິນນະໂຍບາຍຕາມຫລັກປະຊາທິປະໄຕແລະປົກຄອງຕາມກົດໝາຍ,ໄດ້ບັນລະ ຍາຍທັດສະນະຄະຕິດຳເນີນງານທ່ີລັດຖະບານໄດ້ຮັບອຳນາດຈາກປະຊາຊົນ,ຄອງອຳ
ນາດເພ່ືອປະຊາຊົນ,ຮັບຜິດຊອບຕໍ່ປະຊາຊົນແລະຮັບການຕິດຕາມກວດກາຂອງປະຊາ
ຊົນນັ້ນຈາກດ້ານກວມລວມ,ແລະໄດ້ວາງມາດຕະ

ການທ່ີກ່ຽວຂ້ອງຈຳນວນໜ່ຶງຢ່າງລະອຽດ. ຄືກັນກັບແຕ່ກ່ອນທ່ີຜ່ານມາ,ໃນບັດລາຍງານ
ວຽກງານລັດຖະບານ,ທ່ານເວ່ີນເຈ່ຍປ່າວຍັງໄດ້ກ່າວລື້ມອີກເທ່ືອໜ່ຶງຕໍ່ທິດທາງປະເທດ
ໜ່ຶງສອງລະບອບ ຊາວຮົງກົງປົກຄອງຮົງກົງ ຊາວມາກາວປົກຄອງມາກາວແລະປົກ
ຄອງຕົນເອງໃນລະດັບສູງທ່ີລັດຖະບານກາງຍຶດໝັ້ນຕໍ່ເຂດບໍລິຫານພິເສດຮົງກົງມາ
ກາວຢ່າງສະເໝີຕົ້ນສະເໝີປາຍ,ແລະກ່າວເນັ້ນວ່າ:ມີຄວາມໝັ້ນໃຈອັນເຕັມປ່ຽມຕໍ່ອະ
ນາຄົດຂອງຮົງກົງແລະມາກາວ.ພ້ອມກັນນັ້ນ,ທ່ານຍັງໄດ້ກ່າວລື້ມເຈດຈຳນົງຂອງລັດຖະ
ບານຈີນທ່ີຍຶດໝັ້ນແກ້ໄຂບັນຫາໄຕ້ຫວັນຕາມທິດທາງໂຮມເຂົ້າເປັນເອກະພາບໂດຍ
ສັນຕິປະເທດໜ່ຶງສອງລະບອບ.