ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-06 16:19:17    
ປີກາຍນີ້ຈີນໃຊ້ມາດຕະການດັດສົມຄວບຄຸມມະຫາພາກຊຸກຍູ້ໃຫ້ເສດຖະ
ກິດພັດທະນາຢ່າງໝັ້ນທ່ຽງວ່ອງໄວ

cri
ວັນທີ 5 ມີນາ, ໃນເວລາທ່ານອຸ່ນເຈຍປາວ ນາຍົກລັດຖະມົນຕີຈີນລາຍງານວຽກງານ
ລັດຖະບານໃນກອງປະຊຸມຄ້ັງທີ2ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝ, ທ່ານຊີ້
ອອກວ່າ, ປີກາຍນີ້, ລັດຍຶດໝັ້ນທິດທາງເປີດກວ້າງຄວາມຕ້ອງການພາຍໃນປະເທດ, ສືບຕໍ່ປະຕິບັດນະໂຍບາຍການເງິນອັນຕັ້ງໜ້າແລະນະໂຍບາຍເງິນຕາອັນໝັ້ນທ່ຽງ, ໂດຍແນໃສ່ສະພາບການໃໝ່ທ່ີປະກົດຕົວໃນການໝູນເດີນເສດຖະກິດນັ້ນ, ໄດ້ໃຊ້ ມາດຕະການຢ່າງທັນການດຳເນີນການດັດສົມຄວບຄຸມມະຫາພາກ, ຊຸກຍູ້ເສດຖະກິດ
ພັດທະນາຢ່າງໝັ້ນທ່ຽງວ່ອງໄວ.

ທ່ານອຸ່ນເຈຍປາວເວົ້າວ່າ, ປີກາຍນີ້, ໃຕ້ສະພາບການທ່ີພະຍາດຊາສແຜ່ລະບາດ, ພວກ
ເຮົາໄດ້ເຈາະຈົງເພ່ີມທະວີການກ່ໍສ້າງຈຸດໜັກ, ຊຸກຍູ້ການຜະລິດອຸດສາຫະກຳ, ຮັບປະ
ກັນການຈໍລະຈອນວັດຖຸລຸລ່ວງ, ໄດ້ປະຕິບັດນະໂຍບາຍອຸ້ມຊູຕ່າງໆຄືຫລຸດຫຼືຍົກເວັ້ນ
ພາສີເປັນຕົ້ນຢ່າງທັນການຕໍ່ຂະແໜງການທ່ີຖືກພະຍາດຊຸກທ່ັງຂ້ອນຂ້າງແຮງ, ແລະວາງ ມາດຕະການຕ່າງໆຄືຊຸກຍູ້ການປະກອບອາຊີບແລະເຮັດໃຫ້ຊາວກະສິກອນມີລາຍໄດ້
ເພ່ີມຂ້ຶນເປັນຕົ້ນ, ໄດ້ຫລຸດຜ່ອນຜົນສະທ້ອນຂອງພະຍາດລະບາດທ່ີມີຕໍ່ການພັດທະນາ
ເສດຖະກິດໃຫ້ໜ້ອຍລົງສຸດຂີດ. ແລະຕົ້ນຕໍນຳໃຊ້ພາຫະນະເສດຖະກິດແລະກົດໝາຍ,
ໃຊ້ມາດຕະການສັງລວມ, ຊັກນຳແລະດັດສົມຄວບຄຸມການລົງທຶນຂອງສັງຄົມ.

ທ່ານອຸ່ນເຈຍປາວເວົ້າວ່າ, ພວກເຮົາໄດ້ເພ່ີມຄວາມແຮງຂອງວຽກງານກະສິກຳ ຊົນນະ
ບົດແລະຊາວກະສິກອນ, ຈັດວາງຢ່າງທັນການ, ຮັກສາໃຫ້ເຂດຜະລິດສະບຽງອາຫານ
ຕົ້ນຕໍແລະຊາວກະສິກອນອັນໄພສານມີຄວາມຫ້າວຫັນໃນການປູກເຂົ້າ.

ທ່ານອຸ່ນເຈຍປາວເວົ້າວ່າ, ພວກເຮົາຕັ້ງໜ້າຊຸກຍູ້ການສັບຊ້ອນອົງປະກອບເສດຖະກິດ
ຢ່າງມີລັກສະນະຍຸດທະສາດ,ເລ່ັງລັດກໍ່ສ້າງໂຄງການຈຸດໜັກງວດໜ່ຶງທ່ີມີບົດບາດ\ຊຸກ
ຍູ້ອັນສຳຄັນຕໍ່ເສດຖະກິດເຕີບໂຕຂ້ຶນແລະການສັບຊ້ອນອົງປະກອບ, ໂດຍສະເພາະແມ່ນ ເລ່ັງລັດການລົງມືກໍ່ສ້າງໂຄງການຕ່າງໆຄືຊົນລະປະທານ ພະລັງງານແລະຄົມມະນາ
ຄົມເປັນຕົ້ນໃຫ້ໄວເຂົ້າ. ກິດຈະການຊົນລະປະທານຮ່ອມຊານເຊຍໄລຍະທີສອງໄດ້ສ້າງ
ສຳເລັດຢ່າງມີໄຊ, ກິດຈະການໄລຍະທີສາມເປີດສາກການກໍ່ສ້າງ; ກິດຈະການສ່ົງອາຍ
ແກັສທຳມະຊາດຈາກພາກຕາເວັນຕົກໄປສູ່ພາກຕາເວັນອອກຕອນຕາເວັນອອກໄດ້ສ້າງ
ໃຫ້ລຸລ່ວງກັນຢ່າງສຳເລັດຜົນ; ການປູລາງລົດໄຟຊີງຫາຍຕິເບດ ສາຍຫຼັກພວມດຳເນີນ
ຢ່າງສະດວກ; ຂະໜາດສ່ົງໄຟຟ້າຈາກພາກຕາເວັນຕົກໄປໃຫ້ພາກຕາເວັນອອກພວມ
ຂະຫຍາຍກວ້າງອອກ; ກິດຈະການເປ່ັງນ້ຳພາກໃຕ້ຂຶ້ນສູ່ພາກເໜືອຕອນຕາເວັນອອກ
ແລະຕອນກາງໄດ້ລົງມືກໍ່ສ້າງ. ການພັດທະນາພາກຕາເວັນຕົກຢ່າງໃຫຍ່ໄດສືບຕ່ໍກ້າວ
ໄປໜ້າ, ຍຸດທະສາດສ້າງແຫຼ່ງອຸດສາຫະກຳເກ່ົາໃຫ້ຈະເລີນຄືເຂດຕາເວັນອອກສຽງເໜືອ
ເປັນຕົ້ນເລ່ີມປະຕິບັດ.