ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-06 16:40:57    
ທ່ານເຊີນລຽງອູໃຫ້ກຳລັງໃຈ
ແກ່ວົງການທິດສະດີຊຽງໄຮ້

cri

     ນັບຕັ້ງແຕ່ທ່ານເສິນລຽງອູ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ແລະເລຂາຄະນະພັກນະຄອນຊຽງໄຮເດີນທາງມາຮອດໂຮງແຮມຈີ່ງຊີປັກກິ່ງເປັນຕົ້ນ
ມາ, ທ່ານໄດ້ກາຍເປັນເປົ້າໝາຍສຳພາດຂອງສື່ມວນຊົນໃຫຍ່ຕ່າງໆຍາດກັນສຳພາດ.
ແຕ່ວ່າຍ້ອນທ່ານຄາວຽກຫຼາຍ,ນັກຂ່າວຊອກຫາຈັ່ງໃດກໍບໍ່ພົບທ່ານຈຶ່ງເລີ່ມຫັນຄວາມ
ສົນໃຈໄປໃສ່ຜູ້ແທນສະພາ.ໃນເວລາກິນເຂົ້າທ່ຽງໃນວັນທີ່3 ນັກຂ່າວບັງເອີນໄດ້ເຫັນ
ທ່ານເສິນລຽງອູຢູ່ໃນຖັນແຖວຄະນະຜູ້ແທນຊຽງໄຮທີ່ພວມລຽນແຖວເອົາອາຫານຢູ່ຈຶ່ງ
ຮຸ້ຕ່ືນເຕັ້ນທີ່ສຸດ.

ນັກຂ່າວຟ້າວບຽດເຂົ້ານັ່ງໃກ້ໂຕະຂອງທ່ານເຊີນລຽງອ, ຟັງເພີ່ນລົມກັບຜູ້ແທນ
ຫຼາຍທ່ານ. ຍ້ອນສຽງເນືອງນັນຢູ່ອ້ອມຂ້າງ, ທ່ານໄດ້ຫງ່ຽງຟັງຢູ່ຕະຫຼອດ, ຕັ້ງໃຈຟັງ
ຜູ້ແທນສອງທ່ານຂໍ້ສະເໜີຄວາມເຫັນກ່ຽວກັບການພັດທະນາເສຖະກິດຊຽງໄຮ. ເວລາ
ກ່າວເຖິງ ບັນຫາການພັດທະນາຢ່າງກົມກຽວກັນຂອງ ເຂດ ສາມຫຼ່ຽມແມ່ນຳ້ຢາງເຊ,
ທ່ານເສີນລຽງອູ ໄດ້ກ່າວລື້ມຄວາມຄິດທີ່ໃຫ້ຊຽງໄຮເຊື່ອມໂຍງເຂົ້າທົ່ວປະເທດ, ແລະ
ຮັບໃຊ້ທົ່ວປະເທດ,ຜູ້ແທນຫຼາຍຄົນຍິ່ງ ເວົ້າກໍຍິ່ງຂຶ້ນໃຈສຽງກໍແຮງຂຶ້ນ.

ທ່ານອິນຈີຈໍ ຜູ້ແທນທີ່ນັ່ງຢູ່ຂ້າງເສິນລຽງອູແມ່ນປະທານສະພາບັນດິດວິທະຍາ
ສາດສັງຄົມຊຽງໄຮ, ທ່ານໄດ້ແນະນຳການຖົກຖຽງກັນກ່ຽວກັບ " ລັດທິເສລີໃໝ່" ໃນ
ວົງການທິດສະດີແນວຄິດໃນສະເພາະໜ້າ, ທ່ານເສິນລຽງອູບໍ່ໄດ້ເວົ້າຫຍັງຫຼາຍ,ມີແຕ່
ຍິ້ມຕົບບ່າຂອງທ່ານອິນຈີຈໍແລ້ວເວົ້າວ່າ, ວົງການທິດສະດີິຊຽງໄຮ້ໄດ້ຄົ້ນຄວ້າບັນຫາ
ສຳຄັນພາຍໃນປະເທດຕະຫຼອດມາ, ເປັນຕາຊົມເຊີຍ.ວົງການທິດສະດີຄວນເຮັດວຽກ
ຕົວຈີງຮັບໃຊ້ນະພາບຕົວຈິງ.