ວັນທີ 5 ມີນາ,ໃນເວລາທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນກ່າວບົດລາຍງານ ວຽກງານຂອງລັດຖະບານໃນກອງປະຊຸມຄັ້ງທີສອງຂອງສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 10,ທ່ານເວົ້າວ່າ,ຕ້ອງສືບຕໍ່ປະຕິບັດຍຸດທະສາດສ້າງປະເທດຊາດໃຫ້ຈະເລີນ ດ້ວຍວິທະຍາສາດການສຶກສາ.
ທ່ານເວົ້າວ່າ,ວາງການສຶກສາໄວ້ຢູ່ຖານະພັດທະນາບູລິມະສິດຢ່າງແທ້ຈີງ,ໃຊ້ກຳລັງຈິດ ໃຈແລະກຳລັງການເງິນຫຼາຍກວ່າເກົ່າເລັ່ງລັດພັດທະນາພາລະກິດການສຶກສາ.ປະຕິບັດ "ແຜນການດຳເນີນງານສ້າງການສຶກສາໃຫ້ຈະເລີນ"ຮອບໃໝ່,ເຈາະຈົງເພີ່ມທະວີການ ສຶກສາພາກບັງຄັບໂດຍສະເພາະແມ່ນການສຶກສາຢູ່ຊົນນະບົດ.ປີນີ້,ຕ້ອງເລີ່ມປະຕິບັດ ແຜນການບຸກຂໍ້ຍາກສອງພື້ນຖານຢູ່ພາກຕາເວັນຕົກຂອງຈີນ,ເມື່ອຮອດປີ 2007,ເຮັດ ໃຫ້ພາກຕາເວັນຕົກເຜີຍແຜ່ການສຶກສາພາກບັງຄັບ 9 ປີໃຫ້ທົ່ວເຖິງໂດຍພື້ນຖານ,ລົບ ລ້າງຊາວໜຸ່ມໄວຊະກັນຜູ້ກືກໜັງສືໂດຍພື້ນຖານ,ການເງິນສູນກາງຈະລົງທຶນ 10 ຕື້ ຢວນເພື່ອເລື່ອງນີ້.
ທ່ານເວີ່ນເຈຍປາວເວົ້າວ່າ,ປີນີ້,ຕ້ອງສືບຕໍ່ສຸມກຳລັງສຳເລັດການຮຽບຮຽງແຜນການພັດ ທະນາວິທະຍາສາດແລະເຕັກໂນໂລຢີໄລຍະກາງແລະໄລຍະຍາວແຫ່ງຊາດ,ກຳນົດຍຸດ ທະສາດ ຈຸດໝາຍ ໜ້າທີ່ແລະນະໂຍບາຍແຫ່ງການພັດທະນາວິທະຍາສາດເຕັກໂນ ໂລຢີຂອງຈີນໃນ 15 ປີຂ້າງໜ້າ.ຕ້ອງຊຸກຍູ້ການປະຕິຮູບໂຄງປະກອບວິທະຍາສາດເຕັກ ໂນໂລຢີແລະປະດິດສ້າງກົນໄກໃໝ່.ເລັ່ງລັດກໍ່ສ້າງລະບົບປະດິດສ້າງຂອງລັດແລະພື້ນ ຖານໂຄງລ່າງວິທະຍາສາດເຕັກໂນໂລຢີ,ເພີ່ມທະວີການຄົ້ນຄວ້າພື້ນຖານຢ່າງແທ້ຈີງ.ຈັດ ຕັ້ງປະຕິບັດໂຄງການວິທະຍາສາດເຕັກໂນໂລຢີສຳຄັນງວດໜຶ່ງທີ່ພົວພັນເຖິງການພັດ ທະນາເສດຖະກິດສັງຄົມ, ຊຸກຍູ້ໃຫ້ວິທະຍາສາດ ເຕັກນິກແລະອຸດສາຫະກຳປະສານສົມ ທົບກັນ,ຊຸກຍູ້ໃຫ້ເຕັກນິກສູງແລະໃໝ່ຫັນເປັນອຸດສາຫະກຳ.ຍຶດໝັ້ນໃຫ້ຄວາມສຳຄັນຕໍ່ ວິທະຍາສາດສັງຄົມແລະວິທະຍາສາດທຳມະຊາດຢ່າງສະເໝີພາບກັນ,ເສີມຂະຫຍາຍ ບົດບາດສຳຄັນຂອງປັດສະຍາສັງຄົມສາດໃນການພັດທະນາເສດຖະກິດແລະສັງຄົມຢ່າງ ເຕັມທີ່.
ທ່ານຊີ້ອອກວ່າ,ປະຕິບັດຍຸດທະສາດສ້າງປະເທດຊາດໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ ຄວາມສາມາດຢ່າງຈີງຈັງ.ອອກແຮງບຳລຸງສ້າງ ຕັ້ງໜ້ານຳເຂົ້າແລະນຳໃຊ້ຜູ້ມີຄວາມ ຮູ້ຄວາມສາມາດປະເພດຕ່າງໆຢ່າງເໝາະສົມ,ອຳນວຍການຮັບປະກັນດ້ານຜູ້ມີຄວາມ ຮູ້ຄວາມສາມາດແລະການສະໜັບສະໜູນດ້ານສະຕິປັນຍາອັນເຂັ້ມແຂງໃຫ້ແກ່ການ ສ້າງສາທັນສະໄໝ.
|