ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-08 16:03:17    
ຊຸກຍູ້ການຫັນປ່ຽນພາລະບົດບາດຂອງລັດຖະບານດຳເນີນການປົກຄອງ
ຕາມກົດໝາຍຢ່າງຮອບດ້ານ

cri

ໃນເວລາກ່າວບົດລາຍງານວຽກງານລັດຖະບານຕໍ່ກອງປະຊຸມຄັ້ງທ່ີສອງຂອງສະພາ
ປະຊາຊົນແຫ່ງຊາດຈີນສະໄໝທີ 10 ໃນວັນທ່ີ 5 ມີນາ,ທ່ານເວ່ີນເຈ່ຍປາວ ນາຍົກ
ລັດຖະມົນຕີຈີນຊີ້ເນັ້ນວ່າ,ອົງການປົກຄອງທຸກຂັ້ນຕ້ອງປະຕິບັດພາລະບົດບາດຢ່າງ
ຮອບດ້ານ,ໃນຂະນະທ່ີດຳເນີນການດັດສົມເສດຖະກິດໃຫ້ດີ ເພ່ີມທະວີການຕິດຕາມ
ຄຸ້ມຄອງຕະຫລາດນັ້ນ,ຍ່ິງເອົາໃຈໃສ່ປະຕິບັດພາລະບົດ ບາດຄຸ້ມຄອງສັງຄົມແລະບໍ
ລິການສາທາລະນະ,ໂດຍສະເພາະແມ່ນຕ້ອງເລັ່ງລັດສ້າງກົນໄກຊຳລະເຫດການກະ
ທັນຫັນຊະນິດຕ່າງໆໃຫ້ສົມບູນ,ຍົກຄວາມສາມາດໃນການຊຳລະວິກິດການສາທາລະ
ນະຂອງອົງການປົກຄອງໃຫ້ສູງຂຶ້ນ.ຕ້ອງເລັ່ງ ລັດແຍກການປົກຄອງກັບວິສາຫະກິດ
ອອກຈາກກັນ,ມອບວຽກງານທ່ີບໍ່ຄວນໃຫ້ອົງການປົກຄອງຄຸ້ມຄອງນັ້ນໃຫ້ວິສາຫະກິດ ອົງການຈັດຕັ້ງສັງຄົມແລະອົງການສ່ືກາງຕ່ືມອີກ,ເສີມຂະຫຍາຍບົດບາດພື້ນຖານຂອງ
ຕະຫລາດໃນການຈັດສັນຊັບ ພະຍາກອນໃນລະດັບສູງກວ່າເກົ່າ.ພ້ອມກັນນັ້ນ,ກໍ່ເພີ່ມ
ທະວີການຕິດຕາມຄຸ້ມຄອງອົງການສ່ືກາງແລະເຮັດໃຫ້ເປັນແບບສະບັບ.່ ດັດແປງຮູບ
ການແລະວິທີຄຸ້ມຄອງເພ່ືອໃຫ້ສອດຄ່ອງກັບສະຖານະການໃຫມ່,ຍົກສະມັດຖະພາບ
ການບໍລິຫານແລະປະສິດທິພາບວຽກງານໃຫ້ສູງຂຶ້ນ.
ທ່ານເວ່ີນເຈ່ຍປາວເວົ້າວ່າ,ຕ້ອງບູລະນະກົນໄກຕົກລົງນະໂຍບາຍທ່ີໃຫ້ສາທາລະນະ
ຊົນເຂົ້າຮ່ວມ ໃຫ້ຜູ່ຊ່ຽວຊານເປັນຜູ່ຊັນນະສູດແລະອົງການປົກຄອງຕົກລົງປະສານ
ສົມທົບກັນນັ້ນໃຫ້ສົມບູນຂຶ້ນຕ່ືມອີກ,ຮັບປະກັນໃຫ້ການຕົກລົງນະໂຍບາຍຖືກຕ້ອງ
ຕາມຫລັກວິທະຍາສາດ.ເລ່ັງລັດສ້າງແລະບູລະນະລະບອບຕົກລົງຮວມໝູ່ ລະບອບ
ຜູ້ຊ່ຽວຊານໃຫ້ຄຳປຶກສາ ລະບອບປະກາດດຕໍ່ສັງຄົມແລະໃຫ້ສັງຄົມຟັງຄຳຢຶນຢັນ
ລະບອບໜ້າທ່ີຮັບຜິດຊອບການຕົກລົງກ່ຽວກັບບັນຫາສຳຄັນ.ການຕົກລົງທ່ີສຳຄັນທັງ
ໝົດລ້ວນແຕ່ຕ້ອງຕົກລົງໂດຍໝູ່ຄະນະບົນພື້ນຖານລົງເລິກສຳຫລວດຄົ້ນຄ້ວາ,ຮັບຟັງ
ຄວາມເຫັນຢ່າງກວ້າງຂວາງແລະຊັນນະສູດສູດຢ່າງເຕັມທ່ີ.ທັງໝົດເຫ່ົຼານີ້ຕ້ອງຍຶດ
ໝັ້ນຍາວນານໂດຍຖືເປັນວຽກງານພື້ນຖານລາຍໜ່ຶງຂອງອົງການປົກຄອງ.