ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-08 16:25:07    
ຮັກສາສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງຮົງກົງແລະມາກາວ
ຊຸກຍູ້ຂະບວນວິວັດໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິ

cri
ວັນທີ 5 ມີນາ,ໃນເວລາທ່ານເວິ່ນເຈ່ຍປາວກ່າວບົດລາຍງານວຽກງານຂອງລັດຖະບານ
ໃນກອງປະຊຸມຄັ້ງທີສອງຂອງສະພາປະຊາຊົນແຫ່ງຊາດຈີນສະໄໜທີ 10,ທ່ານໄດ້ບັນ
ລະຍາຍນະໂຍບາຍກ່ຽວກັບຮົງກົງ ມາກາວແລະໄຕ້ຫວັນ.

ທ່ານເວິ່ນເຈ່ຍປາວເວົ້າວ່າ,ການຮັກສາຮົງກົງ ມາກາວໃຫ້ມີສະຖຽນລະພາບຍາວນານ
ຈະເລີນຮຸ່ງເຮືອງແລະພັດທະນາ,ແມ່ນຈຸດໝາຍທີ່ໝັ້ນໜຽວບໍ່ປ່ຽນແປງຂອງພວກເຮົາ.
ພວກເຮົາຍຶດໝັ້ນທິດທາງ"ປະເທດດຽວສອງລະບອບ" "ໃຫ້ຊາວຮົງກົງປົກຄອງ
ຮົງກົງ" "ຊາວມາກາວປົກຄອງມາກາວ"ແລະປົກຄອງຕົນເອງໃນລະດັບສູງ,ປະຕິ
ບັດງານຕາມກົດໝາຍພື້ນຖານຂອງຮົງກົງແລະກົດໝາຍພື້ນຖານຂອງມາກາວຢ່າງເຂັ້ມ
ງວດ,ອອກແຮງສຸດຂີດສະໜັບສະໜູນຜູ້ວ່າການແລະອົງການປົກຄອງເຂດບໍລິຫານພິ
ເສດຮົງກົງແລະມາກາວປົກຄອງຕາມກົດໝາຍ.

ທ່ານກ່າວເນັ້ນວ່າ,ພວກເຮົາມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດຂອງຮົງກົງແລະ
ມາກາວ.

ທ່ານເວີ່ນເຈຍປາວເວົ້າວ່າ,ພວກເຮົາຍຶດໝັ້ນທິດທາງພື້ນຖານທີ່ໂຮມປະເທດຊາດເຂົ້າ
ເປັນເອກະພາບກັນໂດຍສັນຕິ ປະເທດດຽວສອງລະບອບແລະເຈດຈຳນົງ 8 ຂໍ້ທີ່ແນໃສ່
ການຂະຫຍາຍການພົວພັນລະຫວ່າງສອງຝັ່ງຮ່ອມທະເລໃນໄລຍະປະຈຸບັນ ຊຸກຍູ້ຂະ
ບວນວິວັດໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິ. ພວກເຮົາຈະຕັ້ງໜ້າຊຸກ
ຍູ້ການໄປມາຫາສູ່ກັນດ້ານບຸກຄະລາກອນແລະການແລກປ່ຽນທາງເສດຖະກິດແລະວັດ
ທະນະທຳລະຫວ່າງສອງຝັ່ງ,ຊຸກຍູ້ການໄປມາຫາສູ່ກັນໂດຍກົງໃນສາມດ້ານ,ຮັກສາສິດ
ປະໂຫຍດອັນຊອບທຳຂອງພີ່ນ້ອງຮ່ວມຊາດໄຕ້ຫວັນຢູ່ແຜ່ນດິນໃຫຍ່ຕາມກົດໝາຍ,ສືບ
ຕໍ່ຊຸກຍູ້ໃຫ້ສອງຝັ່ງຮ່ອມທະເລຟື້ນຟູການສົນທະນາແລະການເຈລະຈາກັນບົນພື້ນຖານ
ຫຼັກການປະເທດຈີນດຽວ.ພວກເຮົາຈະໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍ
ສັນຕິດ້ວຍຄວາມຈີງໃຈທີ່ສຸດແລະດ້ວຍຄວາມພະຍາຍາມສຸດຂີດ.ຄັດຄ້ານການເຄື່ອນ
ໄຫວແບ່ງແຍກທຸກຮູບການທີ່ຢາກເຮັດໃຫ້ໄຕ້ຫວັນເປັນເອກະລາດຢ່າງເດັດດ່ຽວ,ບໍ່ອະນຸ ຍາດໃຫ້ບຸກຄົນໃດໆຕັດແບ່ງໄຕ້ຫວັນອອກຈາກປະເທດຈີນຢ່າງເດັດຂາດໂດຍບໍ່ວ່າດ້ວຍ
ຮູບການໃດໆ.