ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-08 16:36:22    
ຄວນເສີມສ້າງລະລອບກົດໝາຍປະຊາທິປະໄຕຮັກສາສະຖຽນລະພາບສັງຄົມ

cri
ໃນເວລາທ່ານເວ່ີນເຈຍ່ປາວນາຍົກລັດຖະມົນຕີຈີນອ່ານ "ບົດລາຍງານວຽກງານລັດຖະ
ບານ " ໃນກອງປະຊຸມຄັ້ງທີ່ສອງຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ10ໃນວັນ
ທີ່5 ມີນານັ້ນທ່ານເວົ້າວ່າ, ຊຸກຍູ້ການປະຕິຮູບໂຄງປະກອບການເມືອງຢ່າງຕັ້ງໜ້າແລະ
ໝັ້ນຄົງ, ພັດທະນາປະຊາທິປະໄຕສັງຄົມນິຍົມ, ບູລະນາລະບອບກົດໝາຍສັງຄົມນິຍົມ
ແລະ   ເພີ່ມທະວີການສຶກສາໂຄສະນາເຜີຍແຜ່ກົດໝາຍ.    ສ້າງສະພາບແວດລ້ອມອັນ
ດີງາມທີ່ຮຽນກົດໝາຍ ຮູ້ກົດໝາຍ ແລະ ໂຄລົບກົດໝາຍໃນທົ່ວສັງຄົມ

ທ່ານເວ່ີນເຈ່ຍປາວເວົ້າວ່າ, ຕ້ອງເປີດກວ້າງປະຊາທິປະໄຕພື້ນຖານໄປຕື່ມອີກ,ບູລະນະ ການປົກຄອງໂດຍຕົນເອງຂອງໄທບ້ານແລະຂອງໄທເມືອງ.  ຍຶດໝັ້ນແລະບູລະນະລະ
ບອບສະພາຜູ້ແທນກຳມະກອນແລະ ລະບອບຄຸ້ມຄອງປະຊາທິປະໄຕຂອງຫົວໜ່ວຍວິ
ສາຫະກິດພາລະກິດດ້ວຍຮູບການອື່ນໆ.

ທ່ານເວີ່ນເຈ່ຍປາວຊີ້ອອກວ່າ, ຕ້ອງເພີ່ມທະວີວຽກງານນິຕິບັນຍາຍັດຂອງລັດຖະບານ, ຕ້ອງໃຫ້ຄວາມສຳຄັນຕໍ່ວຽກງານນິຕິບັນຍັດດ້ານຄຸ້ມຄອງສັງຄົມແລະບໍລິການສາທາລະ
ນະ. ເຈາະຈົງເຮັດວຽກຮັບມືເຫດການກະທັນຫັນຮັບປະກັນສິດປະໂຫຍດຂອງຊາວນາ
ການປະກອບອາຊີບຂອງແຮງງານແລະປະກັນສັງຄົມພ້ອມທັງການວາງກົດໝາຍດ້ານ
ພັດທະນາພາລະກິດສັງຄົມ.   ຕ້ອງພະຍາຍາມຍົກຄຸນນະພາບວຽກງານນິຕິບັນຍັດຂອງ
ລັດຖະບານໃຫ້ສູງຂຶ້ນ.

ທ່ານເວີ່ນເຈ່ຍປາວຊີ້ອອກວ່າ, ການຮັບປະກັນໃຫ້ປະຊາຊົນມີທາງທຳມາຫາກິນຢູ່ເຢັນ
ເປັນສຸກ,  ແມ່ນໜ້າທີ່ຮັບຜິດຊອບທີ່ລັດຖະບານຄວນເຮັດ.ຕ້ອງຊຸກຍູ້ການກໍ່ສ້າງລະບົບ
ປ້ອງກັນຄວບຄຸມຄວາມສະຫງົບຂອງສັງຄົມຕື່ມອີກ.      ປາບການຕ້ອງໂທດຂອງອິດທິ
ກຳລັງເຖື່ອນແລະການຕ້ອງໂທດຢາຄ້າເສບຕິດ. ຕ້ອງເພີ່ມທະວີແລະໃຫ້ຄວາມສຳຄັນ
ແກ່ການຕໍ່ສູ້ຕ້ານການກໍ່ການຮ້າຍ, ດຳເນີນການຕໍ່ສູ້ກັບອົງການສາສະໜາເຂວຢ່າງເລິກ
ເຊີງ. ໃຫ້ຄວາມສຳຄັນແກ່ວຽກງານຈົດໝາຍແລະການສ່ອງແສງບັນຫາຂອງປະຊາຊົນ,
ຮັກສາລະບຽບແລະສະຖຽນລະພາບສັງຄົມໃຫ້ປົກກະຕິ