ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-08 17:04:46    
ການປະຕິຮູບໄຂປະຕູຕໍ່ພາຍນອກຂອງຈີນໃນປີ2003ໄດ້ຢ່ວງບາດກ້າວສຳຄັນ

cri
ວັນທ່ີ 5 ມີນາ,ທ່ານເວ່ີນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ເວົ້າໃນກອງປະຊຸມຄັ້ງ
ທ່ີສອງຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທ່ີ 10 ວ່າ,ປີ 2003, ຈີນໄດ້ຊຸກຍູ້
ການປະດິດສ້າງໂຄງປະກອບ,ການປະຕິຮູບແລະໄຂປະຕູສູ່ພາຍນອກໄດ້ຢ່ວງບາດ
ກ້າວສຳຄັນ. ໃນເວລາອ່ານບົດລາຍງານວຽກງານລັດຖບານ,ທ່ານເວ່ີນເຈ່ຍປາວເວົ້າ
ວ່າ,ອີງຕາມແຜນການທ່ີກອງປະຊຸມຄັ້ງທ່ີໜ່ຶງຂອງສະພາປະຊາຊົນແຫ່ງຊາດຈີນສະ
ໄໝທ່ີ 10 ອະນຸມັດ,ການປະຕິຮູບອົງການຄະນະລັດຖະບານໄດ້ເຮັດສຳເລັດຢ່າງສະ
ດວກ,ອົງການທ່ີສັບຊ້ອນແລະສ້າງຂື້ນໃໝ່ໄດ້ເຮັດວຽກງານຢ່າງເປັນປົກກະຕິ.ການກໍ່
ສ້າງລະບົບສັບຊ້ອນຄວບຄຸມມະຫາພາກ ການປະຕິຮູບໂຄງປະກອບຄຸ້ມຄອງຊັບສິນ
ຂອງລັດແລະການກໍ່ສ້າງລະບົບຕິດຕາມຄຸ້ມຄອງຂະແໜງການທະນາຄານໄດ້ມີການ
ຄືບໜ້າທ່ີສຳຄັນ.ເຮັດໃຫ້ໂຄງປະກອບຄຸ້ມຄອງການຄ້າພາຍໃນແລະການຄ້າກັບຕ່າງ
ປະເທດເປັນເອກະພາບກັນ,ໄດ້ສັບຊ້ອນໂຄງປະກອບຕິດຕາມຄຸ້ມຄອງຄວາມປອດໄພ
ດ້ານອາຫານແລະຄວາມປອດໄພໃນດ້ານຜະລິດ. ການປະຕິຮູບອົງການປົກຄອງຂັ້ນ
ແຂວງໄດ້ສຳເລັດໂດຍພື້ນຖານ.ການປະຕິຮູບລະບອບພິຈາລະນາອະນຸມັດຂອງຝ່າຍ
ບໍລິຫານໄດ້ລົງສູ່ລວງເລິກຕ່ືມອີກ.
ທ່ານເວ່ີນເຈ່ຍປ່າວເວົ້າວ່າ,ໃນປີ 2003,ການປະຕິີຮູບລະບອບຫຸ້ນສ່ວນຂອງລັດວິສາ
ຫະກິດໄດ້່ກ້າວໜ້າຕໍ່ໄປ.ການປະຕິຮູບຂອງຂະແໜງການພະລັງໄຟຟ້າ ໂທລະຄົມ
ການບິນພົນລະເຮືອນເປັນຕົ້ນກໍ່ເລັ່ງໄວເຂົ້າ.ປະສິດທິຜົນເສດຖະກິດຂອງລັດວິສາຫະ
ກິດແລະວິສາຫະກິດທ່ີລັດຄວບຄຸມຫຸ້ນໄດ້ຍົກສູງຂຶ້ນ ຢ່າງຫລວງຫລາຍ,ຜົນກຳໄລ
ໃນໝົດປີໄດ້ບັນລຸ 378 ຕື ້400 ລ້ານຢວນ,ເພ່ີມຂຶ້ນຫລາຍກວ່າປີກ່ອນ 45,2%.ການ
ປະຕິຮູບທະນາຄານ ຫລັກຊັບ ການປະກັນໄພໄດ້ກ້າວໄປໜ້າຢ່າງໜັກແໜັ້ນ.ໄດ້
ວາງແລະປະຕິບັດແຜນການຈຸດທົດລອງດັດສ້າງທະນາຄານການຄ້າຂອງລັດໃຫ
້ເປັນລະບອບຫຸ້ນສ່ວນ.ໄດ້ປະຕິຮູບລະບອບກວດກາອະນຸມັດການພິມຈຳໜ່າຍບັດຫຸ້ນ
ສ່ວນ.ການດັດສ້າງວິສາຫະກິດປະກັນໄພຂອງລັດໃຫ້ເປັນລະບອບຫຸ້ນສ່ວນໄດ້ມີ
ການຄືບໜ້າຢ່າງເດັ່ນຊັດ.ການປະຕິຮູບສະຫະກອນສິນເຊ່ືອຊົນນະບົດທ່ີມບົ່ມເພາະ
ມາຫລາຍປີແລ້ວນັ້ນເລ່ີມທົດລອງ ຢູ່ 8 ແຂວງແລະນະຄອນ.ການທົດລອງປະຕິຮູບ
ພາສີອາກອນແລະຄ່າຕ່າງໆຢູ້ຊົນນະບົດໄດ້ຂະຫຍາຍກວ້າງອອກໄປຮອດທ່ົວປະເທດ.ນະໂຍບາຍແລະມາດຕະການຊຸກຍູ້ການພັດທະນາເສດຖະກິດທ່ີບໍ່ແມ່ນລະບອບກຳ
ມະສິດສ່ວນລວມໄດ້ຜັນຂະຫຍາຍຕ່ືມອີກ.ລົງເລິກປັບປຸງແລະເຮັດໃຫ້ລະບຽບຕະ
ຫລາດເປັນແບບສະ ບັບ,ເດັດດ່ຽວໂຈມຕີການເຄ່ືອນໄຫວຕ້ອງໂທດລະເມີດກົດ
ໝາຍເຊັ່ນຜະລິດແລະຈຳໜ່າຍສິນຄ້າປອມ ສິນຄ້າໄຮ້ຄຸນນະພາບແລະການຄ້າໜີ
ພາສີເປັນຕົ້ນ,ປົງແປງສະພາບແວດລ້ອມຕະຫລາດໃຫ້ດີຂຶ້ນ,ປົກປັກຮັກສາສິດປະ
ໂຫຍດອັນຊອບກົດໝາຍຂອງຜູ່ບໍລິໂພກແລະຜູ່ຜະລິດ.

ທ່ານເວີ່ນເຈ່ຍປາວກ່າວວ່າ,ໃນປີກາຍນີ້ ຈີນໄດ້ປະຕິບັດຄຳໝັ້ນສັນຍາໃນການເຂົ້າ
ເປັນສະມາຊິກອົງການການຄ້າໂລກຢ່າງຕັ້ງໜ້າ,ສືບຕໍ່ຫຼຸດອັດຕາພາສີໃຫ້ຕ່ຳລົງ,ເປີດ
ກວ້າງການໄຂປະຕູຂະແໜງການບໍລິການຕໍ່ພາຍນອກ.ສິດທຸລະກິດການຄ້າກັບຕ່າງ
ປະເທດໄດ້ເປີດກວ້າງຕ່ືມອີກ.ຈັດວາງແລະປະຕິບັດແຜນການປະຕິຮູບກົນໄກສ່ົງພາ
ສີໃຫ້ສິນຄ້າຂາອອກຄືນໃຫ້,ໄດ້ເພີ່ມທະວີວຽກງານຮັບມືກັບການສຳຫຼວດຕ້ານການ
ຂາຍເລຂອງຕ່າງປະເທດແລະແກ້ໄຂການພິພາດທາງການຄ້າ.ອົງປະກອບສິນຄ້າຂາ
ເຂົ້າຂາອອກໄດ້ດີຂຶ້ນຕ່ືມອີກ. ໃນໝົດປີໄດ້ນຳໃຊ້ທຶນຕ່າງປະເທດໂດຍກົງໃນຕົວຈິງ
53 ຕື້ 500 ລ້ານໂດລາສະຫະລັດ. ຮອດທ້າຍປີ,ຄັງສຳຮອງເງິນຕາຕ່າງປະເທດຂອງ
ລັດບັນລຸ 403 ຕື້ 300 ລ້ານໂດລາສະຫະລັດ,ເພີ່ມຂຶ້ນຫຼາຍກວ່າຕົ້ນປີ 116 ຕື້ 800
ລ້ານໂດລາສະຫະລັດ. ອັດຕາແລກປ່ຽນຂອງເງິນຢວນຈີນໄດ້ຮັກສາຄວາມໝັ້ນທ່ຽງ.