ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-08 17:37:36    
ປີ2004ໃນການພັດທະນາພາລະກິດສາທາລະນະສຸກຂອງຈີນຈະເຈາະ
ຈົງເຮັດວຽກສາມດ້ານໃຫ້ດີ

cri
ໃນເວລາກ່າວບົດລາຍງານວຽກງານລັດຖະບານໃນກອງປະຊຸມຄັ້ງທີສອງຂອງສະພາຜູ່
ແທນປະຊາຊົນແຫ່ງຊາດຈີນສະໄໝທີ10ເມື່ອວັນທີ5ມີນາ,ທ່ານເວິ່ນເຈ່ຍປາວນາຍົກ
ລັດຖະມົນຕີຈີນກ່າວວ່າ,ໃນການພັດທະນາພາລະກິດສາທາລະນະສຸກປີ2004,ຈີນຈະ
ເຈາະຈົງເຮັດວຽກງານສາມດ້ານໃຫ້ດີ.

ໜຶ່ງ,ເພີ່ມທະວີການກໍ່ສ້າງລະບົບສາທາລະນະສຸກ.ຍາດແຍ່ງໃຊ້ເວລາສາມປີ,ສ້າງລະ
ບົບປ້ອງກັນແລະຄວບຄຸມພະຍາດແລະກອບກູ້ປິ່ນປົວທີກວມເຖິງຕົວເມືອງແລະຊົນນະ
ບົດແລະມີສັບພະຄຸນສົມບູນໃຫ້ສຳເລັດໃນຂັ້ນພື້ນຖານ.ຍົກຄວາມສາມາດຮັບມືກັບເຫດ
ການສາທາລະນະສຸກກະທັນຫັນເຊັ່ນພະຍາດຕິດແປດເປັນຕົ້ນໃຫ້ສູງຂຶ້ນ.ຕ້ອງເອົາໃຈ
ໃສ່ໃນລະດັບສູງແລະໃຊ້ມາດຕະການຢ່າງເດັດດ່ຽວແຂງແຮງ,ເຮັດວຽກງານປ້ອງກັນ
ແລະປິ່ນປົວພະຍາດຕິດແປດໜັກໜ່ວງເຊັ່ນພະຍາດຊາສ໌,ໂລກເອດແລະພະຍາດໝາກ
ເຫຼືອງເປັນຕົ້ນ.

ສອງ,ປົວແປງເງື່ອນໄຂການປິ່ນປົວແລະສາທາລະນະສຸກໃນຊົນນະບົດໃຫ້ດີຂຶ້ນ,ເຮັດ ວຽກຈຸດທົດລອງລະບອບຮ່ວມມືປິ່ນປົວໃນຊົນນະບົດແບບໃໝ່ໃຫ້ດີ.ຕ້ອງວາງຈຸດໜັກ ຂອງວຽກງານປິ່ນປົວແລະສາທາລະນະສຸກຢູ່ຊົນນະບົດຢ່າງແທ້ຈິງ.ປົວແປງສະພາບ
ຂາດເຂີນນາຍໝໍແລະຢຸກຢາໃນຊົນນະບົດໃຫ້ດີຂຶ້ນເທື່ອລະກ້າວ.

ສາມ,ຕັ້ງໜ້າຊຸກຍູ້ການປະຕິຮູບລະບອບການປິ່ນປົວແລະສາທາລະນະສຸກໃນຕົວເມືອງ.ສືບຕໍ່ປະຕິຮູບລະບອບປະກັນສຸກຂະພາບພື້ນຖານຂອງພະນັກງານກຳມະກອນໃນຕົວ
ເມືອງແລະລະບອບການປິ່ນປົວແລະໂຄງປະກອບຈໍລະຈອນການປິ່ນປົວສາທາລະນະ
ສຸກແລະການຜະລິດຢຸກຢາ.ພ້ອມກັນນັ້ນ,ກໍດຳເນີນຂະບວນການອະນາໄມຮັກຊາດຢ່າງ
ກວ້າງຂວາງໃນຕົວເມືອງແລະຊົນນະບົດ.