ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-08 17:53:30    
ຖານະແລະອິດທິພົນຂອງຈີນຢູ່ໃນໂລກໄດ້ຍົກສູງຂຶ້ນຕື່ມອີກ

cri
ໃນເວລາກ່າວບົດລາຍງານວຽກລັດຖະບານໃນກອງປະຊຸມຄັ້ງທີສອງຂອງສະພາຜູ່ແທນ
ປະຊາຊົນແຫ່ງຊາດຈີນສະໄໝທີ10ເມື່ອວັນທີ5ມີນາ,ທ່ານເວິ່ນເຈ່ຍປາວກ່າວວ່າ,ໃນ
ໜຶ່ງປີທີ່ຜ່ານມາ,ຈີນໄດ້ຮັບຜົນງານອັນພົ້ນເດັ່ນໃນດ້ານວຽກງານການທູດ.ໄດ້ຮັບຄວາມ
ເຂົ້າໃຈ,ຄວາມເຊື່ອຖື,ຄວາມໂຄລົບແລະການສະໜັບສະໜູນຍິ່ງຫຼາຍກວ່າເກົາຢູ່ໃນ
ໂລກ,ຖານະແລະອິດທິພົນຂອງຈີນຢູ່ໃນໂລກໄດ້ສູງຂຶ້ນຕື່ມອີກ.

ທ່ານເວິ່ນເຈ່ຍປາວກ່າວວ່າ,ໃນປີ2004,ພວກເຮົາຕ້ອງສືບຕໍ່ຊູທຸງສັນຕິພາບ,ພັດທະນາ
ແລະຮ່ວມມືໃຫ້ສູງຂຶ້ນ,ປະຕິບັດນະໂຍບາຍການຕ່າງປະເທດສິນຕິພາບທີ່ເປັນເອກະ
ລາດ ເປັນເຈົ້າຕົນເອງຢ່າງເດັດດ່ຽວໜຽວແໜ້ນ,ຍຶດໝັ້ນຫຼັກ5ປະການຢູ່ຮ່ວມກັນໂດຍ
ສິນຕິ,ຊຸກຍູ້ການໄປມາຫາສູ່ກັນແລະການຮ່ວມມືຢ່າງມີໄມຕິຈິດກັບບັນດາປະເທດ,ພະ
ຍາຍາມຍາດແຍ່ງໃຫ້ມີສະພາບແວດລ້ອມສາກົນແລະສະພາບແວດລ້ອມອ້ອມຂ້າງຍິ່ງ
ດີກວ່າເກົ່າ.

ທ່ານເວິ່ນເຈ່ຍປາວກ່າວວ່າ,ຕ້ອງຍຶດໝັ້ນຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວ,ສົ່ງເສີມໃຫ້
ການພົວພັນລະຫວ່າງຊາດເປັນແບບປະຊາທິປະໄຕແລະເບົ້າແບບພັດທະນາມີຫຼາຍ
ແບບຫຼາຍຢ່າງ,ຊຸກຍູ້ເສດຖະກິດໂລກາວິວັດໃຫ້ພັດທະນາໄປສູ່ທິດທີ່ມີຜົນດີຕໍ່ບັນດາ
ປະເທດໃຫ້ຈະເລີນຮຸ່ງເຮືອງພ້ອມກັນ.ຕ້ອງຍຶດໝັ້ນທັດສະນະຄະຕິຄວາມປອດໄພອັນ
ໃໝ່ທີ່ເຊື່ອໃຈກັນ,ຕ່າງຝ່າຍຕ່າງມີຜົນປະໂຫຍດ,ສະເໝີພາບກັນແລະຮ່ວມມືກັນ.ຄັດ
ຄ້ານລັດທິເຈົ້າອຳນາດແລະການເມືອງມະຫາອຳນາດ,ຄັດຄ້ານລັດທິກໍ່ການຮ້າຍທຸກ
ຮູບທຸກແບບ,ສືບຕໍ່ຊຸກຍູ້ການສ້າງຕັ້ງລະບຽບເສດຖະກິດການເມືອງສາກົນໃໝ່ທີ່ທ່ຽງທຳ
ແລະສົມເຫດສົມຜົນ.ຕ້ອງລົງເລິກຮ່ວມມືກັບປະເທດພວມພັດທະນາດ້ວຍໄມຕີຈັດ,ຊອກ
ຫາຊ່ອງທາງໃໝ່,ຮູບການໃໝ່ໃນການຮ່ວມມື,ສະໜັບສະໜູນປະເທດພວມພັດທະນາອັນ ໄພສານຮ່ວມສຳພັນກັນສ້າງຕົນໃຫ້ເຂັ້ນແຂງ.ຕ້ອງຍຶດໝັ້ນທິດທາງມີໄມຕີຈິດຕໍ່ປະເທດ
ໃກ້ຄຽງແລະຖືປະເທດໃກ້ຄຽງເປັນເພື່ອນ,ຮ່ວມມືກັບບັນດາປະເທດອ້ອມຂ້າງຖານບ້ານ
ໃກ້ເຮືອນຄຽງ,ປົກປັກຮັກສາສິນຕິພາບແລະສະຖຽນລະພາບຂອງພາກພື້ນຕ້ອງເພີ່ມທະວີ
ການພົວພັນກັບປະເທດພັດທະນາຢ່າງບໍ່ຢຸດຢັ້ງ,ພະຍາຍາມສະແຫວງຫາແລະເປີດກວ້າງ
ຈຸດຮ່ວມທີ່ມີຜົນປະໂຫຍດຄືກັນ,ຜ່ານການສົນທະນາແລະປຶກສາຫາລືກັນຢ່າງສະເໝີພາບ,
ແກ້ໄຂຄວາມເຫັນຂັດກັນເປັນກ້າວໆ,ຊຸກຍູ້ການພົວພັນເຊິ່ງກັນແລະກັນໃຫ້ຂະຫຍາຍຕົວ
ຢ່າງໝັ້ນທ່ຽງ.ຕ້ອງຕັ້ງໜ້າຂະຫຍາຍການທູດຫຼາຍຝ່າຍ,ເສີມຂະຫຍາຍບົດບາດລັກສະ
ນະສ້າງສັນໃນສະຫະປະຊາຊາດແລະອົງການສາກົນແລະພາກພື້ນອື່ນໆ.