ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-14 18:23:56    
ຂ່າວຄາວການເມືອງທ່ີສ່ົງອອກມາ
ຈາກກອງປະຊຸມສອງສະພາ

cri

ຜູ່ຈັດລາຍການ(ຕໍ່ໄປຮຽກຫຍ້ໍເປັນກ:): ສະບາຍດີ!ທ່ານຜູ່ອ່ານທ່ີເຄົາລົບ,ກອງປະຊຸມ
ປະຈຳປີຂອງສະພາປຶກສາການເມືອງ ປະຊາຊົນຈີນແລະກອງປະຊຸມປະຈຳປີຂອງ
ສະພາປະຊາຊົນແຫ່ງຊາດຈີນໄດ້ອັດລົງຢູ່ປັກກ່ິງຕາມໆກັນແລ້ວ,ມື້ນີ້,ພວກເຮົາໄດ້
ເຊີນນັກຂ່າວຂອງວິທະຍຸCRIພວກເຮົາທ່ີໄປເອົາຂ່າວສອງກອງປະຊຸມ,ພ້ອມກັນລົມ
ຈຸດພິເສດທ່ີປະຈັກຕາຄົນຈຳນວນໜ່ຶງຂອງສອງກອງປະຊຸມໃນປີນີ້.
ນັກຂ່າວ(ຕໍ່ໄປຮຽກຫຍໍ້ເປັນຂ:):ສະບາຍດີ ທ່ານຜູ່ອ່ານທ່ີຮັກແພງ.
ກ: ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການ
ເມືອງປະຊາຊົນຈີນທ່ີໄຂຂຶ້ນໃນເດືອນມີນາຂອງທຸກໆປີລ້ວນແຕ່ແມ່ນເຫດການທ່ີສຳ
ຄັນກວ່າໝູ່ໃນຊີວິການເມືອງຂອງຈີນໃນປີນັ້ນ.ຄັນຊັ້ນ,ທ່ານເຫັນວ່າ, ສ່ິງທ່ີໜ້າເອົາ
ໃຈໃສ່ກວ່າໝູ່ໃນກອງປະຊຸມສອງສະພາປີນີ້ແມ່ນຫຍັງ?
ຂ: ເວົ້າສຳລັບປີນີ້,ກອງປະຊຸມຄົບຄະນະຂອງສະພາປະຊາຊົນແຫ່ງຊາດຈີນໄດ້ພິຈາ
ລະນາຜ່ານຮ່າງຍັດຕິດັດແກ້ລັດຖະທຳມະນູນ,ພິຈາລະນາຜ່ານບົດລາຍງານວຽກງານ
ລັດຖະບານສະບັບທຳອິດທ່ີ່ທ່ານເວ່ີນເຈ່ຍປາວ ນາຍົກລັດຖະມົນຕີຈີນກ່າວຕໍ່ກອງປະ
ຊຸມພາຍຫລັງທ່ານຂຶ້ນດຳລົງຕະແໜ່ງ,ພ້ອມດ້ວຍບົດລາຍງານສຳຄັນອ່ືນໆຈຳນວນ
ໜ່ຶງ.ກອງປະຊຸມຄົບຄະນະຂອງສະພາປຶກສາການເມືອງປະຊາຊົນຈີນກໍ່ໄດ້ຜ່ານຮ່າງ
ຍັດຕິດັດແກ້ກົດລະບຽບສະພາປຶກສາການເມືອງແລະອ່ືນໆ. ຂ້າພະເຈົ້າເຫັນວ່າ,ຈາກ
ຫົວຂ້ໍສຳຄັນເຫ່ົຼານີ້ລ້ວນແຕ່ໄດ້ເຜີຍຂ່າວຄາວການເມືອງຊະນິດໜ່ຶງຄື: ໃນທັດສະນະ
ຄະຕິຄອງອຳນາດຂອງໝູ່ຄະນະນຳຂອງຈີນໄດ້ສະແດງໃຫ້ເຫັນຈິດໃຈຖືຄົນເປັນກົກ
ຢ່າງແຮງກ້າ.
ກ: ຄຳວ່າ "ຖຶຄົນເປັນກົກ",ໃນຫລາຍປີມານີ້ໄດ້ປະກົດຕົວຢ່າງເນ່ືອງນິດທ່ີສຸດໃນ
ເວທີການເມືອງແລະສ່ືມວນຊົນຈີນ.ອາດເວົ້າໄດ້ວ່າ,ຈິດໃຈຖືຄົນເປັນກົກໄດ້ເຮັດໃຫ້
ເວທີການເມືອງຂອງຈີນມີບັນຍາກາດໃໝ່ຊະນິດໜ່ຶງ.
ຂ: ແມ່ນແທ້.ອີງຕາມຮ່າງຍັດຕິດັດແກ້ລັດຖະທຳມະນູນທ່ີຫາກໍ່ຜ່ານນັ້ນ,ໃນລັດຖະທຳ
ມຳນູນຂອງຈີນໄດ້ເພ່ີມຕ່ືມເນື້ອໃນຕ່າງໆເຊັ່ນ " ລັດເຄົາລົບແລະຄ້ຳປະກັນສິດທິມະ
ນຸດ" ພ້ອມດ້ວຍ"ປົກປ້ອງຊັບສິນສ່ວນຕົວທ່ີຊອບກົດໝາຍຂອງພົນລະເມືອງ"
ເປັນຕົ້ນ.ການໃຫ້ເນື້ອໃນເຫ່ົຼານີ້ກາຍເປັນຫລັກການຂອງລັດຖະ ທຳມະນູນ,ສະແດງ
ໃຫ້ເຫັນວ່າ, ທັດສະນະຄະຕິການເມືອງຖືຄົນເປັນກົກໄດ້ຈາກທຳນອງການເມືອງຊະ
ນິດໜ່ຶງທ່ີພັກຄອງອຳນາດສ່ົງເສີມນັ້ນສູງຂຶ້ນເປັັນມານະຈິດອັນສູງສ່ົງຂອງລັດແລ້ວ.
ເວົ້າສຳລັບຈີນທ່ີເຄີຍມີປະຫວັດສັກດິນາຫລາຍພັນປີ, ຄວາມໝາຍອັນຕັ້ງໜ້າຂອງຈິດ
ໃຈຖືຄົນເປັນກົກທ່ີມີຕໍ່ອາລະຍະທຳການເມືອງແມ່ນບໍ່ຕ້ອງເວົ້າກໍ່ຮູ້ແຈ້ງ.
ກ: ພວກຂ້າພະເຈົ້າໄດ້ເຫັນວ່າ,ຕັ້ງແຕ່ລັດຖະບານຈີນຊຸດໃໝ່ຂຶ້ນຄອງອຳນາດມານີ້,
ໃນດ້ານປະຕິບັດທັດສະນະຄະຕິຄອງອຳນາດທ່ີຖືຄົນເປັນກົກໄດ້ມີຕົວຢ່າງຕົວຈິງ
ຢ່າງຫລວງຫລາຍ,ຕົວຢ່າງຄື,ໄດ້ຍົກເລີກລະບອບບັງຄັບກັກຕົວສ່ົງຄືນຕໍ່ຜູ່ຊັດເຊພະ
ເນຈອນຂໍທານໃນຕົວເມືອງ,ປະກາດອຳນວຍການປ່ິນປົວຢ່າງບໍ່ເກັບຄ່າຕໍ່ຜູ່ເປັນໂລກ
ເອດທ່ີທຸກຈົນ,ວາງມາດຕະການໃຫ້ຊາວກະສິກອນມີລາຍໄດ້ເພ່ີມຂຶ້ນແລະອ່ືນໆ.ຈ່ັງ
ຊັ້ນ,ທ່ານເຫັນວ່າ,ຈິດໃຈຖືຄົນເປັນກົກແນວນີ້ຈະມີຜົນສະທ້ອນແນວໃດຕໍ່ການເມືອງ
ຂອງຈີນ?
ຂ: ຜົນສະທ້ອນແນວນີ້ຈະແມ່ນເລິກເຊ່ິງຍາວໄກຢ່າງແນ່ນອນ.ແຕ່ກ່ອນ,ຢູ່ທ້ອງຖ່ິນບໍ່
ໜ້ອຍຂອງຈີນ,ມັກໃຫ້ຄວາມສຳຄັນນຳການພັດທະນາເສດຖະກິດ,ຫາກປະໝາດ
ຄວາມກ້າວໜ້າຮອບດ້ານຂອງສັງຄົມແລະຄົນ,ພາໃຫ້ຊັບພະຍາກອນສິ້ນເປືອງເກີນ
ຄວນ ສ່ິງແວດລ້ອມຖືກທຳລາຍແລະບັນຫາອ່ືນໆ,ໄດ້ເກີດມີຜົນສະ ທ້ອນທາງລົບຕໍ່
ຊີວິດສຸຂະພາບແລະການພັດທະນາແບບຍືນຍົງຂອງສັງຄົມ.ມື້ນີ້, ລັດຖະບານຈີນເລ່ີມ
ກ່າວເນັ້ນພັດທະນະທັດຖືຄົນເປັນກົກ,ຖືການຍົກລະດັບຊີວິດການເປັນຢູ່ແລະລະດັບ
ສຸຂະພາບຂອງມວນຊົນໃຫ້ສູງຂຶ້ນເປັນຈຸດປະສົງ,ສະເໜີໃຫ້ພັດທະນາຢ່າງຮອບດ້ານ
ກົມກຽວກັນແລະຍືນຍົງ,ນີ້ຈະຊຸກຍູ້ສັງຄົມແລະຄົນພັດທະນາຢ່າງຮອບດ້ານ.ໃນບົດ
ລາຍງານ,ທ່ານນາຍົກລັດຖະມົນຕີເວ່ີນເຈ່ຍປາວຍັງໄດ້ປັບຄາດໝາຍການເຕີບໂຕ
ດ້ານເສດຖະກິດໃນປີນີ້ໃຫ້ຕ່ຳລົງ,ນີ້ສະແດງໃຫ້ເຫັນວ່າ ລັດຖະບານຈີນບໍ່ສະແຫວງ
ຫາຕົວເລກເຕີບໂຕດ້ານເສດຖະກິດແຕ່ຝ່າຍດຽວອີກແລ້ວ,ຫາກຍ່ິງເອົາໃຈໃສ່ນຳການ
ພັດທະນາຢ່າງກ້ຳເກ່ິງແລະກົມກຽວກັນຂອງສັງຄົມ.
ນອກນີ້,ຜ່ານການສຳພາດໃນຫລາຍມື້ມານີ້,ຂ້າພະເຈົ້າຮູ້ສຶກວ່າ,ໃນຫລາຍໆຂົງເຂດ,ທັດສະນະຄະຕິການເມືອງຖືຄົນເປັນກົກລ້ວນແຕ່ໄດ້ເກີດມີຜົນສະທ້ອນອັນຕັ້ງໜ້າ.
ກ່ອນອ່ືນແມ່ນ,ໄດ້ເພ່ີມທະວີການຕິດຕາມກວດກາຂອງປະຊາຊົນທ່ີມີຕໍ່ລັດ ຖະບານ.
ສອງ, ກົນໄກຕົກລົງຕາມຫລັກວິທະຍາສາດແລະປະຊາທິປະໄຕໄດ້ຮັບການບູລະນະ
ໃຫ້ສົມບູນຂຶ້ນຕ່ືມອີກ.ຂ້າພະເຈົ້າຈ່ືໄດ້ວ່າ,ທ່ານນາຍົກລັດຖະມົນຕີເວ່ີນເຈ່ຍປາວເຄີຍ
ກ່າວເນັ້ນຕັ້ງຫລາຍເທ່ືອວ່າ,ການຕົກລົງອັນຄັນຂອງລັດຖະບານຕ້ອງດຳເນີນການຊັນ
ນະສູດຕາມຫລັກວິທະຍາສາດປະຊາທິປະໄຕ, ຕ້ອງຮັບຟັງຄວາມເຫັນຂອງປະຊາຊົນ
ແລະເຮັດໃຫ້ການກະທຳແນວນີ້ກາຍເປັນລະບອບ.
ສາມ,ໄດ້ເລັ່ງລັດການຫັນປ່ຽນພາລະບົດບາດຂອງລັດຖະບານໃຫ້ໄວເຂົ້າ.ໃນໄລຍະ
ໄຂກອງປະຊຸມສອງສະພາ,ທ່ານເວ່ີນເຈ່ຍປາວເຄີຍເວົ້າຄຳແນວນີ້ຕໍ່ຜູ່ແທນສະພາປະ
ຊາຊົນວ່າ:"ພວກເຮົາຕ້ອງສ້າງລັດຖະບານໃຫ້ກາຍເປັນລັດຖະ ບານແບບບໍລິການ,
ບໍລິການເພ່ືອອັດຕະພາບຕະຫລາດ,ບໍລິການເພ່ືອສັງຄົມ,ໃນທ່ີສຸດແມ່ນບໍລິການເພ່ືອ
ປະຊາຊົນ."ຈາກ"ການຄຸ້ມຄອງ"ເຖິງການບໍລິການ"ໄດ້ສະແດງໃຫ້ເຫັນວ່າລັດຖະບານ
ຊຸດນີ້ໄດ້ກຳນົດຖານະຄືນໃໝ່ຕໍ່ພາລະບົດບາດຂອງຕົນ, ສ່ວນສ່ິງທ່ີຊຸກຍູ້ໃຫ້ມີການຫັນ
ປ່ຽນແນວນີ້ກໍ່ແມ່ນທັດສະນະຄະຕິການເມືອງຖືຄົນເປັນກົກ.
ຈາກຫົວຂ້ໍຖືຄົນເປັນກົກໃນກອງປະຊຸມສອງສະພາໃນປີນີ້ສາມາດເຫັນໄດ້ວ່າ,ການພັດ
ທະນາຂອງຈີນໃນຕໍ່ໄປພາຍໜ້າຈະເດີນໄປຕາມເສັ້ນທາງຍ່ິງມີວິທະຍາສາດແລະສົມ
ເຫດສົມຜົນກວ່າເກ່ົາ.ປະເທດພວມພັດທະນາທ່ີມີປະຊາກອນ 1 ຕື້ 300 ລ້ານຄົນຄື
ຈີນແນວນີ້,ສາມາດເດີນຕາມເສັ້ນທາງພັດທະນາແບບຍຶນຍົງໃນຂະບວນການຫັນເປັນ
ອຸດສາຫະກຳນັ້ນກໍ່ເປັນການປະກອບສ່ວນຕໍ່ໂລກ.