ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-14 20:54:36    
ທ່ານນາຍົກລັດຖະມົນຕີເວ່ີນເຈ່ຍປາວຕອບ
ບັນຫາຂອງນັກຂ່າວຈີນແລະຕ່າງປະເທດ

cri
ຕາມຂ່າວCRI: ວັນທີ 14 ມີນາ, ພາຍຫລັງກອງປະຊຸມປະຈຳປີຂອງສະພາຜູ້ແທນປະ
ຊາຊົນແຫ່ງຊາດຈີນທ່ີຈັດຂ້ຶນຢູ່ປັກກ່ິງໄດ້ອັດລົງແລ້ວ, ກອງປະຊຸມໄດ້ເຊີນທ່ານເວ່ີນ
ເຈ່ຍປາວ ນາຍົກລັດຖະມົນຕີຈີນພົບປະນັກຂ່າວຈີນແລະຕ່າງປະເທດ, ຕອບຄຳຖາມ
ຂອງນັກຂ່າວ.

ໃນການເລ່ີມຕົ້ນ, ທ່ານເວ່ີນເຈ່ຍປາວເວົ້າວ່າ, ໜ່ຶງປີທ່ີຜ່ານມາແມ່ນໜ່ຶງປີບໍ່ເປັນທຳມະ
ດາ, ໂດຍຜ່ານຄວາມພະຍາຍາມຂອງປະຊາຊົນທ່ົວປະເທດຈີນ, ການຕ້ານພະຍາດ
ຊາສໄດ້ຮັບໄຊຊະນະອັນໃຫຍ່ຫລວງ, ການພັດທະນາເສດຖະກິດສັງຄົມໄດ້ຮັບຜົນສຳ
ເລັດອັນເດັ່ນຊັດ.

ທ່ານເວົ້າວ່າ, ຫວ່າງມໍ່ໆນີ້, ທ່ານໄດ້ຮັບຈົດໝາຍຈາກນັກຮຽນມັດທະຍົມ 30 ກວ່າຄົນ
ຢູ່ລັດຂັນຊາສອາເມລິກາ, ພວກເຂົາເຈົ້າໄດ້ວາງ 54 ບັນຫາຕໍ່ທ່ານ, ໃນນັ້ນລວມທັງ
ການເມືອງ ເສດຖະກິດ ວັດທະນະທຳ ສັງຄົມຂອງຈີນ, ກໍ່ມີທັງຊີວິດການເປັນຢູ່ແລະ
ຄວາມນິຍົມສ່ວນຕົວຂອງທ່ານເອງ, ພວກເຂົາເຈົ້າໄດ້ຫັນ ສາຍຕາມາສູ່ຈີນຢ່າງແທ້ຈີງ
ແລ້ວ. ບັນຫາເຫຼ່ົານີ້ແມ່ນຜູ່ຟັງCRIຂອງອາເມລິກາຖາມນາຍົກລັດຖະມົນຕີເວ່ີນເຈຍ
ປາວ. ທ່ານເວ່ີນເຈຍປາວສະແດງຄວາມຂອບອົກຂອບໃຈນຳຊາວຕ່າງປະເທດທ່ີມີໄມ
ຕີຈິດຕໍ່ຈີນເຊ່ິງສົນໃຈນຳການພັດທະນາຂອງຈີນ.

ທ່ານເວ່ີນເຈຍປາວເວົ້າວ່າ, ວຽກງານສຳຄັນກວ່າໝູ່ຂອງລັດຖະບານຈີນໃນປີນີ້ແມ່ນຮັກ ສາໃຫ້ເສດຖະກິດພັດທະນາຢ່າງໝັ້ນທ່ຽງແລະຂ້ອນຂ້າງໄວ. ພ້ອມກັນນັ້ນ, ກໍ່ມີຄວາມ
ໝັ້ນໃຈແກ້ໄຂບັນຫາໃນວຽກງານ. ທ່ານເວົ້າວ່າ, ພໍເລ່ີມຕົ້ນ, ການປະຕິຮູບຂອງຈີນກໍ
ແມ່ນການປະຕິຮູບຮອບດ້ານທ່ີລວມທັງການປະຕິຮູບໂຄງປະກອບການເມືອງແລະໂຄງ
ປະກອບເສດຖະກິດ. ຖ້າບ່ໍມີຜົນສຳເລັດແຫ່ງການປະຕິຮູບໂຄງປະກອບການເມືອງ, ກໍບ່ໍມີຜົນສຳເລັດແຫ່ງການປະຕິຮູບຢ່າງຮອບດ້ານ. ທ່ານກ່າວເນັ້ນວ່າ, ການຕ້ານ ການເສຍທາດຂາດຄຸນແມ່ນວຽກງານສຳຄັນທ່ີພົວພັນເຖິງຄວາມເປັນຄວາມຕາຍຂອງ
ພັກຄອງອຳນາດແລະປະເທດຊາດ, ລັດຖະບານຈີນຈະສືບຕ່ໍຖືເອົາການຕ້ານການ ເສຍທາດຂາດຄຸນແລະການສົ່ງເສີມໃຫ້ການປົກຄອງຢ່າງປອດໄສໄຮ້ມົນທິນເປັນໜ້າ
ທ່ີສຳຄັນລາຍໜ່ຶງ.

ທ່ານເວ່ິນເຈ່ຍປາວເຊ່ິງເປັນໜ່ຶງໃນກຳມະການປະຈຳກົມການເມືອງສູນກາງພັກກອມມ
ູນິດຈີນກ່າວວ່າ, ລັດຖະທຳມະນູນແລະກົດໝາຍລ້ວນແຕ່ມີລັກສະນະກົກຮາກແລະລັກ
ສະນະຍາວນານ, ບ່ໍຄວນປ່ຽນແປງຍ້ອນການປ່ຽນແທນຂອງຜູ່ນຳ, ກໍບ່ໍຄວນປ່ຽນແປງ
ຍ້ອນການປ່ຽນແປງຂອງຄວາມເອົາໃຈໃສ່ຂອງຜູ່ນຳ.

ທ່ານຍັງກ່າວວ່າ, ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຄັ້ງນ້ີໄດ້ຜ່ານ
ຮ່າງຍັດຕິດັດແກ້ລັດຖະທຳມະນູນ, ມີຄວາມໝາຍສຳຄັນຕ່ໍການພັດທະນາຂອງຈີນ. ໃນກອງປະຊຸມມ້ືນ້ີໄດ້ຜ່ານຮ່າງຍັດຕິດັດແກ້ລັດຖະທຳມະນູນດ້ວຍຄະແນນສຽງສູງ, ນ້ີກໍສະແດງໃຫ້ເຫັນວ່າການດັດແກ້ລັດຖະທຳມະນູນເທ່ືອນ້ີໄດ້ສ່ອງແສງໃຫ້ເຫັນຜົນປະ
ໂຫຍດຂອງປະຊາຊົນທົ່ວປະເທດ.

ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານເວ່ິນເຈ່ຍປາວກ່າວວ່າ, ຂະບວນການໂຮມ ສອງຝ່ັງຮ່ອມທະເລໃຕ້ຫວັນເປັນເອກະພາບກັນໂດຍສັນຕິກໍແມ່ນຂະບວນການທ່ີໃຫ້
ສອງຝ່ັງຮ່ອມທະເລພ້ອມກັນພັດທະນາແລະຈະເລີນຮຸ່ງເຮືອງຂ້ຶນ. ທ່ານເວ່ິນເຈ່ຍປາວ
ໄດ້ກ່າວເນັ້ນອີກເທ່ືອໜ່ຶງວ່າ, ແຜ່ນດິນໃຫຍ່ຈີນເດັດດ່ຽວຄັດຄ້ານໃຕ້ຫວັນເປັນເອກະ
ລາດ, ຄັດຄ້ານບຸກຄົນໃດໆຕັດແຍກໃຕ້ຫວັນອອກຈາກປະເທດຈີນດ້ວຍຮູບການໃດໆ.
ທ່ານກ່າວວ່າ, ອະທິປະໄຕຕໍ່ໄຕ້ຫວັນຂອງຈີນໄດ້

ຖືກປະຊາຄົມໂລກຮັບຮອງແລ້ວ, ຫວັງໃຫ້ອາເມລິກາແລະປະເທດອ່ືນໆຈົ່ງເຄົາລົບຄຳ
ໝັ້ນສັນຍາປະເທດຈີນດຽວຂອງພວກເຂົາເຈົ້າ, ປະກອບສ່ວນເທ່ົາທ່ີຄວນເຂົ້າໃນການ ຮັກສາສະຖຽນລະພາບຂອງເຂດໄຕ້ຫວັນແລະຊຸກຍູ້ຈີນໂຮມເຂົ້າເປັນເອກະພາບກັນ
ໂດຍສັນຕິ. ພ້ອມກັນນັ້ນ, ທ່ານຍັງເວົ້າວ່າ, ລັດຖະບານກາງຈະຍຶດໝັ້ນທິດທາງປະເທດ
ດຽວສອງລະບອບ, ຊາວຮົງກົງປົກຄອງຮົງກົງ, ການປົກຄອງຕົນເອງໃນລະດັບສູງຢ່າງ
ບ່ໍຫວັ່ນໄຫວຄອນແຄນ, ຍຶດໝັ້ນກົດໝາຍພ້ືນຖານຂອງຮົງກົງ.

ທ່ານເວ່ີນເຈຍປາວຍັງກ່າວວ່າ, ການພົ້ນເດ່ັນຂຶ້ນໂດຍສັນຕິຂອງຈີນບໍ່ຫ່ອນເປັນການ
ຂ່ົມຂູ່ໂລກ. ດຽວນີ້, ຈີນບໍ່ເປັນເຈົ້າອຳນາດ, ໃນອະນາຄົດ, ຖ້າຈີນເຂ້ັມແຂງແລ້ວກໍ່ບໍ່
ເປັນເຈົ້າອຳນາດຈົນເທົ້າໃດໆ.