ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-14 21:47:37    
ທ່ານເວ່ີນເຈ່ຍປາວພົບປະນັກຂ່າວຈີນ
ແລະຕ່າງປະເທດ

cri
ຕອນບ່າຍວັນທີ 14 ມີນາ, ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນ ເຊ່ິງເປັນອົງການອຳນາດສູງສຸດຂອງຈີນທ່ີໄຂຂຶ້ນຢູ່ປັກກ່ິງໄດ້ອັດລົງແລ້ວ.ພາຍຫລັງ
ເຂົ້າຮ່ວມພິທີອັດປະຊຸມແລ້ວ, ທ່ານເວ່ີນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ພົບປະ
ນັກຂ່າວຈີນແລະຕ່າງປະເທດ, ແລະໄດ້ຕອບບັນຫາຕ່າງໆທ່ີນັກຂ່າວສົນໃຈນຳກັນ.

ໃນງານໃຫ້ສຳພາດຂ່າວ, ທ່ານເວ່ີນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ຕອບບັນຫາ
ພາຍໃນປະເທດຈີນຄືການດັດແກ້ລັດຖະທຳມະນູນ, ບັນຫາໄຕ້ຫວັນ ການຕ້ານການ
ເສຍທາດຂາດຄຸນ, ການພັດທະນາເສດຖະກິດຈີນ ແລະການປະຕິຮູບໂຄງປະກອບ
ການເມືອງເປັນຕົ້ນ. ທ່ານເວ່ີນເຈ່ຍປາວໄດ້ຕີລາຄາສູງຕໍ່ຍັດຕິດັດແກ້ລັດຖະທຳ ມະນູນເຊ່ິງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນລົງຄະແນນສຽງຜ່ານນັ້ນມີ
ຄວາມໝາຍສຳຄັນຕໍ່ການພັດທະນາຂອງຈີນ, ທ່ານໃຫ້ຄຳໝັ້ນສັນຍາວ່າ, ພັກຄອງ ອຳນາດຂອງຈີນຈະປະຕິບັດລັດຖະທຳມະນູນທ່ີໄດ້ດັດແກ້ແລ້ວນັ້ນຢ່າງແທ້ຈີງ.

ໃນເວລາກ່າວເຖິງບັນຫາໄຕ້ຫວັນ, ທ່ານເວ່ີນເຈ່ຍປາວໄດ້ກ່າວລື້ມເຈດຈຳນົງຢ່າງສະ
ເໝີຕົ້ນສະເໝີປາຍຂອງຈີນທ່ີມີຕໍ່ໄຕ້ຫວັນ, ແລະຍ້ອງຍໍຫລັກໝັ້ນຂອງອາເມລິກາແລະ
ບັນດາປະເທດໃນໂລກໃນບັນຫາໄຕ້ຫວັນ.ທ່ານເວົ້າວ່າ:

"ນະທ່ີນີ້, ຂ້າພະເຈົ້າຍ້ອງຍໍທ່ີສຸດຕໍ່ຫລັກໝັ້ນຂອງທ່ານບຸສທ່ີຄັດຄ້ານໄຕ້ຫວັນສວຍ ໂອກາດປ່ອນບັດເອົາປະຊາມະຕິມາປ່ຽນແປງສະພາບປະຈຸບັນຂອງສອງຝ່ັງຮ່ອມທະ
ເລແຕ່ຝ່າຍດຽວເຊ່ິງທ່ານບຸສກ່າວຢ່າງເປີດເຜີຍໃນວັນທີ 9 ທັນວາປີກາຍນີ້, ຂ້າພະ ເຈົ້າກໍ່ຍ້ອງຍໍທ່າທີອັນເຄ່ັງຄືມທ່ີບັນດາປະເທດໃນໂລກກ່າວຢ່າງເປີດເຜີຍ. ອາເມລິກາ ແລະບັນດາປະເທດໃນໂລກສະແດງຫລັກໝັ້ນປະເທດຈີນດຽວຢ່າງເປີດເຜີຍນັ້ນມັນ
ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງເຂດໄຕ້ຫວັນ. ສະນັ້ນ, ຂ້າພະເຈົ້າຫວັງ
ໃຫ້ອາເມລິກາແລະປະເທດອ່ືນໆລ້ວນແຕ່ສາມາດເຄົາລົບຄຳໝັ້ນສັນຍາປະເທດຈີນ
ດຽວຂອງພວກເຂົາເຈົ້າ, ປະກອບສ່ວນເທ່ົາທ່ີຄວນເຂົ້າໃນການຮັກສາສະຖຽນລະພາບ
ຂອງເຂດໄຕ້ຫວັນ ແລະຊຸກຍູ້ຈີນໂຮມເຂົ້າເປັນເອກະພາບກັນໂດຍສັນຕິ."

 ໃນເວລາຕອບຄຳຖາມຂອງນັກຂ່າວ ກ່ຽວກັບ ສະພາບການເສດຖະກິດຈີນ    ທ່ານ 
  ເວີ່ນເຈ່ຍປາວ ເວົ້າວ່າ, ປັດຈຸບັນເສດຖະກິດຂອງຈີນພວມຢູ່ບ່ອນສຳຄັນ, ດ້ານໜຶ່ງ,
ເສດຖະກິດປີກາຍໄດ້ພັດທະນາຢ່າງວ່ອງໄວ, ປະສິດທິຜົນໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ,
ພະລັງຊີວິກໄດ້ເພີ່ມຂຶ້ນ ,ແຕ່ວ່າອີກດ້ານໜຶ່ງຄວາມຂັດແຍ່ງເລິກເຊີງຢ່າງຫຼວງຫຼາຍ
 ທາງເສດຖະກິດຈີນຍັງບໍ່ໄດ້ແກ້ໄຂໃຫ້ຕົກດ້ານໃນກົກຮາກ,ໃນຂະບວນການພັດທະ
ນາຢ່າງວ່ອງໄວນັ້ນໄດ້ພົບຄວາມຂັດແຍ່ງແລະບັນຫາໃໝ່ຈຳນວນໜຶ່ງ,  ຕົ້ນຕໍແມ່ນຂະ
ໜາດລົງທຶນໃຫຍ່ເກີນໄປ,      ການພົວພັນການສະໜອງແລະຄວາມຕ້ອງການຂອງ
 ພະລັງ ງານການຂົນສົ່ງແລະວັດຖດິບສຳຄັນເຄັ່ງຕືງ,     ຜົນຜະລິດທັນຍາຫານໄດ້
ຫຼຸດລົງຕິດໆການຫຼາຍປີ. ທ່າອ່ຽງທີ່ລາຄາສິນຄ້າສູງຂຶ້ນນັ້ນຂ້ອນຂ້າງຈະແຈ້ງ. ທ່ານ
ເວົ້າວ່າ:

ໃນເວລາກ່າວເຖິງບັນຫາການປະຕິຮູບໂຄງປະກອບການເມືອງຂອງຈີນ, ທ່ານເວ່ີນ
ເຈ່ຍປາວກ່າວວ່າຖ້າບໍ່ມີຜົນສຳເລັດໃນການປະຕິຮູບໂຄງປະກອບການເມືອງການ
ປະຕິຮູບໂຄງປະກອບເສດຖະກິດຂອງຈີນກໍ່ຈະບໍ່ສຳເລັດຜົນໃນທ່ີສຸດ.ໃນຂະບວນ
ການຊຸກຍູ້ການປະຕິຮູບໂຄງປະກອບການເມືອງ,ລັດຖະບານຕ້ອງສ້າງກົນໄກຕົກລົງ
ຕາມຫລັກວິທະຍາສາດປະຊາທິປະໄຕ,ດຳເນີນການປົກຄອງຕາມກົດໝາຍ,ສ້າງສາ
ລັດຖະບານທ່ີປົກຄອງຕາມກົດໝາຍ,ແລະຕ້ອງຮັບເອົາ ການຕິດຕາມກວດກາຂອງ
ທຸກຝ່າຍ.

ໃນເວລາສະເໜີມາດຕະການຕ້ານການເສຍທາດຂາຍຄຸນຂອງລັດຖະບານ, ທ່ານ
ເວ່ິນເຈ່ຍປາວເວົ້າວ່າ,ລັດຖະບານຈີນຈະສ້າງລະບົບກົດບັນຍັດປ້ອງກັນການເສຍ
ທາດຂາດຄຸນ,ເດັດດ່ຽວຊຳລະເຈົ້າໜ້າທ່ີທ່ີສໍ້ລາດບັງຫລວງເສຍທາດຂາດຄຸນ.

ໃນງານຊຸມນຸມນັກຂ່າວ,ທ່ານນາຍົກລັດຖະມົນຕີເວ່ີນເຈ່ຍປາວຍັງໄດ້ຕອບບັນຫາ
ຂອງນັກຂ່າວກ່ຽວກັບການພົວພັນລະຫວ່າງຈີນກັບປະເທດອາຊຽນ ລັດເຊຍ ຍ່ີ່ປຸ່ນ
ເປັນຕົ້ນ.

ໃນງານຊຸມນຸມນັກຂ່າວ,ທ່ານເວ່ີນເຈ່ຍປາວໄດ້ບັນລະຍາຍພັດທະນະທັດໂດຍສັນຕິ
ທ່ີຈີນປະຕິບັດຕະຫລອດມາ.ທ່ານກ່າວເນັ້ນວ່າ,ການອຸບັດຂຶ້ນຂອງຈີນຕົ້ນຕໍອາໄສຕະ
ຫລາດພາຍໃນປະເທດອັນກ້ວາງຂວາງ ຊັບພະຍາກອນແຮງງານອັນພຽງພໍແລະ
ການສຳຣອງເງິນທຶນອັນໜາແໜັ້ນ,ພ້ອມດ້ວຍການປະດິດສ້າງກົນໄກຈາກການປະ
ຕິຮູບ,ການອຸບັດຂຶ້ນໂດຍສັນຕິຂອງຈີນຈະບໍ່ເປັນການຂ່ົມຂູ່ຕໍ່ປະເທດອາຊຽນທ່ີຢູ່
ອ້ອມຂ້າງຫລືປະເທດອ່ືນໆ.ຈີນຍິນດີຂະຫຍາຍການໄປມາຫາສູ່ກັນດ້ານເສດຖະກິດ ການຄ້າກັບປະເທດເພ່ືອນມິດທັງໝົດໃນໂລກໃຕ້ຫລັກການສະເໝີພາບຕ່າງຝ່າຍ
ຕ່າງມີຜົນປະໂຫຍດ,ແລະປົກປັກຮັກສາສັນຕິພາບດ້ວຍການພັດທະນາຂອງຕົນ.