ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-15 10:31:41    
ສອງຂ່າວສານໃຫຍ່ຄືອາເມລິກາແລະ
ອັງກິດເຫັນວ່າການຂຽນຄຳທ່ີວ່າລັດໂຄ
ລົບແລະປົກປ້ອງສິດທິມະນຸດເຂົ້າໃນລັດ
ຖະທຳມະນູນຈີນມີຄວາມໝາຍທ່ີເປັນຫຼັກ
ໝາຍທາງ

cri

ຕາມຂ່າວCRI, ຕອນບ່າຍວັນທີ14ມີນາ, ກອງປະຊຸມປະຈຳປີຂອງສະພາຜູ່ແທນປະຊາ
ຊົນແຫ່ງຊາດຈີນໄດ້ເຫັນດີຜ່ານຮ່າງຍັດຕິດັດແກ້ລັດຖະທຳມະນູນດ້ວຍຄະແນນສຽງ
ຖ້ວມທົ້ນແລ້ວໄດ້ອັດລົງຢ່າງໄດ້ຮັບຜົນເຕັມເມັດເຕັມໜ່ວຍ. ສອງຂ່າວສານໃຫຍ່ ຄື ອາເມລິກາແລະອັງກິດໄດ້ໃຫ້ຄວາມສົນໃຈຫຼາຍທ່ີສຸດຕ່ໍກອງປະຊຸມສະພາປະຊາຊົນ
ແຫ່ງຊາດຈີນໄດ້ຂຽນຄຳທ່ີວ່າລັດໂຄລົບແລະປົກປ້ອງສິດທິມະນຸດເຂົ້າໃນລັດຖະທຳ
ມະນູນ.

ຂ່າວສານລອຍເຕີໄດປະກາດບົດວິຈານໂດຍຊ້ີອອກວ່າ, ເວົ້າສຳລັບຈີນແລ້ວ, ການຂຽນ ຄຳທ່ີວ່າລັດໂຄລົບແລະປົກປ້ອງສິດທິມະນຸດເຂົ້າໃນລັດຖະທຳມະນູນແມ່ນມີຄວາມ
ໝາຍທ່ີເປັນຫຼັກໝາຍທາງ, ທັງນ້ີ້ສະແດງໃຫ້ເຫັນວ່າ, ພັກກອມມູນິດຈີນທີ່ຄອງອຳ
ນາດໄດ້ເປັນຕົວແທນໃຫ້ແກ່ຜົນປະໂຫຍດຂອງມວນຊົນອັນກວ້າງໃຫຍ່ໄພສານທ່ີສຸດ
ຂອງຈີນຢ່າງແທ້ຈິງ.

ບົດຄວາມຂອງຂ່າວສານອາເປເຫັນວ່າ, ຈີນຂຽນຄຳທ່ີວ່າລັດໂຄລົບແລະປົກປ້ອງສິດທີ
ມະນຸດເຂົ້າໃນລັດຖະທຳມະນູນແມ່ນການປ່ຽນແປງຢ່າງໃຫຍ່ຫຼວງເທ່ືອໜ່ຶງຂອງສັງຄົມ
ຈີນ. ບົດຄວາມຍັງວ່າ, ໃນບົດລາຍງານວຽກງານລັດຖະບານ, ທ່ານເວ່ິນເຈ່ຍປາວໄດ້ ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ຄວາມເອົາໃຈໃສ່ຍ່ິງຫຼາຍກວ່າເກົ່າແກ່ຊາວກະສິກອນແລະ
ກຳມະກອນຜູ່ຕົກການໃນນ້ີໄດ້ສະແດງໃຫ້ເຫັນຈຸດປະສົງເດີມຂອງການດັດແກ້ລັດຖະ
ທຳມະນູນຂອງຈີນ, ນັ້ນກໍຄື, ຜົນປະໂຫຍດຂອງປະຊາຊົນເໜືອກວ່າທຸກສ່ິງທຸກຢ່າງ.