ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-03-18 18:42:52    
ຍັດຕິຂອງກອງປະຊຸມຄັ້ງທີ2ຂອງສະ
ພາປຶກສາການເມືອງປະຊາຊົນແຫ່ງຊາດ
ຈີນສະໄໝທີ10ເລີ່ມສົ່ງໃຫ້ພາກສ່ວນ
ຕ່າງໆຊຳລະ

cri
CRIລາຍງານວ່າ:ວັນທີ18ມີນາ,ນັກຂ່າວໄດ້ຊາບຈາກຫ້ອງວ່າການສະພາປຶກສາການ
ເມືອງປະຊາຊົນແຫ່ງຊາດຈີນວ່າ,ຍັດຕິ4100ກວ່າສະບັບທີ່ຮັບໃນກອງປະຊຸມຄັ້ງທີ2
ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ10ໃນຫວ່າງແລ້ວນີ້,ໄດ້ເລີ່ມ
ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຊຳລະແກ້ໄຂ.

ທ່ານວາງຈົງຢູ ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຫວັງ
ໃຫ້ບັນດາຫົວໜ່ວຍທີ່ຊຳລະຍັດຕິຈົ່ງເພີ່ມທະວີການປະສານງານ,ຊຳລະແກ້ໄຂຍັດຕິ
ຢ່າງດີ,ຕັ້ງໜ້າຮັບເອົາແລະດູດດຶງຄວາມເຫັນແລະຂໍ້ສະເໜີທີ່ດີໃນຍັດຕິ,ປົວແປງວຽກ
ງານໃຫ້ດີ,ຊຸກຍູ້ທົ່ວສັງຄົມມີການຂະຫຍາຍຕົວ.

ຍັດຕິແມ່ນດ້ານສຳຄັນຂອງວຽກງານສະພາປຶກສາການເມືອງປະຊາຊົນຈີນ,ແມ່ນວິທີ
ອັນສຳຄັນທີ່ກຳມະການສະພາປຶກສາການເມືອງແລະບັນດາຫົວໜ່ວຍທີ່ເຂົ້າຮ່ວມສະ
ພາປຶກສາການເມືອງປະຕິບັດພາລະບົດບາດທີ່ປຶກສາຫາລືການເມືອງ ຕິດຕາມກວດ
ກາປະຊາທິປະໄຕ ເຂົ້າຮ່ວມແລະຫາລືວຽກບ້ານການເມືອງ.ເນື້ອໃນຂອງຍັດຕິສ່ວນ
ຫຼາຍໄດ້ພົວພັນເຖິງການພັດທະນາເສດຖະກິດແລະສັງຄົມ,ກໍ່ມີບັນຫາຈຸດຮ້ອນທີ່ປະ
ຊາຊົນສົນໃຈນຳ.ຕາມການກຳນົດ,ບັນດາຫົວໜ່ວຍທີ່ຊຳລະແກ້ໄຂຍັດຕິຕ້ອງໃຫ້ສຳ
ເລັດວຽກງານຊຳລະແລະຕອບຄືນຍັດຕິກ່ອນທ້າຍເດືອນສິງຫາປີ2004.