ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-12 09:21:16    
ທິມ​ບານ​ບ້ວງ​ເພດ​ຊາຍ​ຈີນ​ຕ້ອນ​ຮັບ​ຍຸກ​ຄູ​ເຝິກ​ຕ່າງ​ປະ​ເທດ​ມາ​ເຖິງ

cri

                             

ເດືອນກຸມພາປີ2004,ສະມາຄົມບານບ້ວງຈີນໄດ້ປະກາດຈ້າງທ່ານຮາລິສຄົນອາ
ເມລິກາແລະທ່ານໂຈນັສຄົນລີຕົວນີຕ່າງດຳລົງຕຳແໜ່ງຄູເຝິກໃຫຍ່ແລະຄູເຝິກ
ບໍລິຫານງານຂອງທິມບານບ້ວງເພດຊາຍແຫ່ງຊາດຈີນ.ການຕົກລົງດັ່ງກາວໄດ້
ສ້າງປະຫວັດສາດໃໝ່ທີ່ທິມບານບ້ວງເພດຊາຍຈີນຈ້າງຄູເຝິກໃຫຍ່ຕ່າງປະເທດ.
ວັນທີ17ມີນາ,ທ່ານໂຈນັສຄູເຝິກບໍລິຫານງານໄດ້ມາຮອດປັກກິ່ງກ່ອນ,ດຳລົງຕຳ
ແໜ່ງຄູເຝິກທິມບານບ້ວງເພດຊາຍຈີນຢ່າງເປັນທາງການ.

                  

( ທ່ານຮາລິສ  ຄູເຝິກໃຫຍ່ທິມບານບ້ວງເພດຊາຍແຫ່ງຊາດຈີນ)

ຍ້ອນວ່າປະຈຸບັນ,ທ່ານຮາລິສຄົນອາເມລິກາຄູເຝິກໃຫຍ່ທິມບານບ້ວງເພດຊາຍ
ຈີນຍັງເປັນຄູເຝິກຂອງທິມດານລັສມາເວີລິກສຂອງNBA, ຮອດເດືອນມີຖຸນາປີ
ນີ້ຈິ່ງມາເປັນຄູເຝິກໃຫຍ່ຂອງທິມຈີນຢ່າງເປັນທາງການໄດ້.ສະນັ້ນ,ທ່ານໂຈນັສຄູ
ເຝິກທີ່ມີຊື່ສຽງຂອງລີຕົວນີໄດ້ມາຮອດປັກກິ່ງກ່ອນໃນວັນທີ17ມີນາ.ໃນສອງເດືອນ
ກວ່າຂ້າງໜ້ານີ້,ທ່ານຈະຮັບຜິດຊອບການເຝິກແອບຂອງທິມບານບ້ວງເພດຊາຍ
ຈີນຢ່າງຮອບດ້ານ,ທິມບານບ້ວງເພດຊາຍຈີນກໍໄດ້ຕ້ອນຮັບຍຸກຄູເຝິກຕ່າງປະ
ເທດມາເຖິງ.

                     

(ທ່ານໂຈນັສ ຄູເຝິກບໍລິຫານງານຂອງທິມບານບ້ວງເພດຊາຍແຫ່ງຊາດຈີນ)

ທ່ານໂຈນັສປີນີ້ອາຍຸ50ປີ,ກ່ອນໜ້ານີ້ເຄີຍເປັນຄູເຝິກໃຫຍ່ຂອງທິມບານບ້ວງເພດ
ຊາຍແຫ່ງຊາດລີຕົວນີແລະນຳພາທິມລີຕົວນີຊິງໄດ້ຫຼຽນທອງຂອງລາຍການບານ
ບ້ວງເພດຊາຍໃນງານກິລາໂອລິມປິກຊິດນີປີ2000.ຍ້ອນໄດ້ສ້າງຜົນງານອັນພົ້ນ
ເດ່ັນໃນການສິດສອນ,ທ່ານໂຈນັສເຄີຍຖືກປະກວດເປັນຄູເຝິກບານບ້ວງຜູ່ດີເດັ່ນ
ກວ່າໝູ່ຂອງເອີລົບຫຼາຍເທື່ອ,ແລະໄດ້ຮັບນາມມະຍົດເປັນເຊຊາສ໌ເອີລົບຈາກວົງ
ການບານບ້ວງສາກົນ.

ເຖິງແມ່ນວ່າຫາກໍ່ມາຮອດເມືອງຈີນກໍ່ຕາມ,ແຕ່ທ່ານໂຈນັສກໍໄດ້ເຂົ້າສູ່ໜ້າທີ່ຕຳ
ແໜ່ງຂອງຕົນຢ່າງວ່ອງໄວ.ວັນທີ17ມີນາ,ທ່ານໄດ້ນຳພາທິມຈີນດຳເນີນການເຝິກ
ແອບເປັນຄັ້ງທຳອິດແລະໄດ້ຈັດງານຖະແຫຼງຂ່າວຄັ້ງທຳອິດຫຼັງຈາກທ່ານຂຶ້ນຮັບ
ຕຳແໜ່ງ.ໃນງານຖະແຫຼງຂ່າວ,ທ່ານໂຈນັສກ່າວວ່າ,ກ່ອນໜ້ານີ້,ທ່ານເຄີຍເບິ່ງວີດີ
ໂອການແຂ່ງຂັນຫຼາຍຮອບຂອງທິມຈີນ,ໄດ້ມີຄວາມຮັບຮູ້ພໍສົມຄວນຕໍ່ແບບແຜນ
ແລະສະມາຊິກຂອງທິມບານບ້ວງຈີນ,ທ່ານເຫັນວ່າທິມບານບ້ວງເພດຊາຍຈີນຈະ
ມີອະນາຄົດອັນກວ້າງໄກ.ທ່ານໂຈນັສກ່າວວ່າ:"ໃນທິມຈີນ,ບໍ່ວ່ານັກກິລາຜູ່ໜຸ່ມຫຼື
ແມ່ນນັກກິລາໃຫຍ່,ຫຼາຍໆຄົນລ້ວນແຕ່ມີພອນສະຫວັນທີ່ສຸດ.ພວກເຂົາເຈົ້າເຝິກ
ແອບຢ່າງຂະຫຍັນຫ້າວຫັນໃນແຕ່ລະມື້,ສະນັ້ນຈິ່ງມີອະນາຄົດອັນສົດໃສ.ຂ້າພະ
ເຈົ້າຄິດວ່າ,ເມື່ອຮອດງານກິລາໂອລິມປິກປັກກິ່ງປີ2008, ທິມບານບ້ວງເພດຊາຍ
ຈີນຍ່ອມຈະແມ່ນທິມບານທີ່ເຂັ້ມແຂງທິມໜຶ່ງ."

               

( ທ້າວຢາວມິງ ນັກກິລາກອງກາງຈີນທີ່ມີຊື່ສຽງ
              ຂອງNBA)
                          

ໃນເວລາເປັນຄູເຝິກຂອງທິມເພດຊາຍລີຕົວນີ,ທ່ານໂຈນັສໄດ້ວາງຍຸດທະວິທີອັນ
ບັງເກີດຜົນຊຸດໜຶ່ງໂດຍໝູນອ້ອມທ່ານຊາໂບນິສ ນັກກິລາກອງກາງຜູ່ມີຊື່ສຽງ,
ແລະໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ.ປະຈຸບັນ,ທິມບານບ້ວງເພດຊາຍຈີນມີທ້າວ
ຢາວມິງນັກກິລາກອງກາງທີ່ມີຊື່ສຽງຂອງNBA,ແຕ່ທ່ານໂຈນັສກ່າວວ່າ,ທ່ານ
ຈະອີງຕາມສະພາບຕົວຈິງຂອງທິມຈີນມາວາງຍຸດທະວິທີທີ່ສົມຄູ່ກັນ,ເພາະວ່າ,
ແບບແຜນຂອງທິມຈີນຕ່າງກັບທິມລີຕົວນີ.

ຕາມທ່ານໂຈນັສສະເໜີໃຫ້ຮູ້ວ່າ,ກ່ອນມາຈີນ,ທ່ານຕັ້ງເດີນທາງໄປອາເມລິກາ,
ພົບປະກັບທ່ານຮາລິສທີ່ຈະດຳລົງຕຳແໜ່ງເປັນຄູເຝິກໃຫຍ່ຂອງທິມບານບ້ວງ
ເພດຊາຍຈີນໃນໄວໆນີ້.ສອງທ່ານໄດ້ພ້ອມກັນຮຽບຮຽງປຶ້ມຄູ່ມືສອນເຫຼັ້ມໜຶ່ງ40
ກວ່າໜ້າສຳລັບທິມຈີນໂດຍຈຳເພາະ.ໃນປຶ້ມດັ່ງກ່າວໄດ້ບັນລະຍາຍມະໂນພາບ
ພື້ນຖານຂອງບານບ້ວງຢ່າງເປັນຮູບປະທຳແລະຈຸດສຳຄັນໃນການບຸກແລະການ
ປ້ອງກັນແລະອື່ນໆ.ເມື່ອໄດ້ອ່ານປຶ້ມຄູ່ມືສອນເຫຼັ້ມນີ້ແລ້ວ,ທ້າວຟ້ານປິນນັກກິລາ
ທິມຊາດຈີນເຫັນວ່າທ່ານໄດ້ຜົນປະໂຫຍດຫຼາຍຢ່າງຈາກປຶ້ມຄູ່ມືສອນດັ່ງກ່າວ.

                 

(ທ້າວຟ້ານປິນ  ນັກກິລາທິມບານບ້ວງເພດຊາຍແຫ່ງຊາດຈີນ)

ທ້າວຟ້ານປິນເວົ້າວ່າ:"ເວົ້າສຳລັບນັກກິລາບານບ້ວງແລ້ວ,ປຶ້ມຄູ່ມືສອນດັ່ງກ່າວຈະເຮັດ
ໃຫ້ພວກເຮົາສາມາດຫຼີກເວັ້ນຄວາມຄົດລ້ຽວ,ສວນພວກເຮົາວ່າ,ຫຼິ້ນບານບ້ວງ
ແນວໃດຈິ່ງສະຫຼາດກວ່າ,ເຮັດໃຫ້ນັກກິລາບານບ້ວງເຂົ້າໃຈເຈດຈຳນົງຂອງຄູ
ເຝິກ,ທັດສະນະຄະຕິແລະວິທີຫຼິ້ນທີ່ກ້າວໜ້າໄດ້ດີກວ່າ." 

               

(ທ່ານຄວາງລູປິນ ຫົວໜ້າທິມບານບ້ວງເພດຊາຍແຫ່ງຊາດຈີນ)

ທ່ານຄວາງລູປິນ ຫົວໜ້າທິມບານບ້ວງເພດຊາຍແຫ່ງຊາດຈີນກ່າວວ່າ,ສະມາ
ຄົມບານບ້ວງຈີນຈ້າງຄູເຝິກຕ່າງປະເທດມາສອນທິມຊາດ,ຈຸດປະສົງກໍແມ່ນຫວັງ ໃຫ້ພວກເຂົາເຈົ້ານຳເອົາຍຸດທະວິທີແລະທັດສະນະຄະຕິໃໝ່ອ່ຽມມາໃຫ້ຄູເຝິກ
ແລະນັກກິລາຈີນ.

ທ່ານຄວາງລູປິນກ່າວວ່າ,ແຕ່ກ່ອນ,ຍ້ອນຄວາມຈຳກັດດ້ານຄວາມສູງແລະກຳ
ລັງ,ລະດັບຂອງນັກກິລາຈີນຍາກທີ່ຈະບັນລຸການກ້າວກະໂດດໃຫຍ່.ປະຈຸບັນ,
ເວທີບານບ້ວງຈີນໄດ້ມີນັກກິລາບານບ້ວງທີ່ມີເງື່ອນໄຂດ້ານຮ່າງກາຍດີເດັ່ນງວດ
ໜຶ່ງເຊັ່ນທ້າວຢາວມິງແລະທ້າວປາເທີເປັນຕົ້ນ,ສະພາບການແມ່ນຕ່າງກັບເມື່ອ
ກ່ອນຫຼາຍ.ຄຽງຄູ່ກັບພາຍໃນຈີນຈັດການແຂ່ງຂັນປະສົມອາຊີບ,ລະດັບບານບ້ວງ
ຂອງຈີນກໍໄດ້ມີຄວາມກ້າວໜ້າບໍ່ໜ້ອຍເມື່ອທຽບກັບເມື່ອກ່ອນ.ແຕ່ວ່າ,ເມື່ອທຽບ
ໃສ່ຄວາມກ້າວໜ້າລັກສະນະບຸກທະລຸໃນເງື່ອນໄຂດ້ານຮ່າງກາຍແລ້ວ,ຍຸດທະວິ
ທີຂອງທິມຈີນ,ວິທີເຝິກແອບຂອງທິມຈີນ,ຄວາມເຂົ້າໃຈຂອງຄູ ເຝິກບານບ້ວງ
ຈີນແລະນັກກິລາຈີນຕໍ່ກິລາບານບ້ວງພັດຍັງຢູ່ໃນໄລຍະຫຼ້າຫຼັງໂດຍທຽບຖານ,
ແລະໄດ້ກາຍເປັນຄໍແກ້ວໃໝ່ທີ່ຈຳກັດລະດັບບານບ້ວງຂອງຈີນໃຫ້ຍົກສູງຂຶ້ນຕື່ມ
ອີກ.ທັງນີ້ກໍແມ່ນສາເຫດຕົ້ນຕໍທີ່ທິມຈີນສາມາດເປັນເຈົ້າຂອງເວທີບານບ້ວງອາຊີ
ໃນຫຼາຍປີມານີ້,ແຕ່ພັດບໍ່ມີການສະແດງອອກອັນພົ້ນເດັ່ນໃນການແຂ່ງຂັນສຳຄັນ
ຂອງໂລກ.

                     

         (ທ້າວປາເທີ  ນັກກິລາທິມບານບ້ວງເພດຊາຍແຫ່ງຊາດຈີນ)

ທ່ານກ່າວວ່າ:"ຫົວຂໍ້ທີ່ພວກເຮົາປະເຊີນໃນສະເພາະໜ້ານີ້ແມ່ນເຮັດໃຫ້ລະດັບ
ບານບ້ວງຈີນສາມາດຂຶ້ນສູ່ລະດັບໃໝ່ອີກໂດຍໄວໄດ້ແນວໃດ."

ທ່ານຄວາງລູປິນ,ຫົວໜ້າທິມບານບ້ວງເພດຊາຍແຫ່ງຊາດຈີນກ່າວວ່າ,ຄູເຝິກ
ຕ່າງປະເທດເຊັ່ນທ່ານໂຈນັສເປັນຕົ້ນມີບົດຮຽນອຸດົມສົມບູນໃນການສິດສອນທິມ
ບານບ້ວງລະດັບສູງໃນໂລກ.ພວກເຂົາເຈົ້າຍ່ອມຈະສາມາດນຳເອົາແນວຄິດຍຸດ
ທະວິທີແລະວິທີເຝິກແອບທີ່ກ້າວໜ້າຂອງເວທີບານບ້ວງສາກົນມາສູ່ກິລາບານ
ບ້ວງຈີນ,ນີ້ຈະຊ່ວຍໃຫ້ວົງການບານບ້ວງຈີນບັນລຸການກ້າວກະໂດດທີ່ພວກເຂົາ
ເຈົ້າຄອງຄອຍມາໂດຍຕະຫຼອດ.