ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-13 16:24:17    
ເຮັດເຄ່ິງຫນ່ຶງແລ້ວຢ່າຮຽນບໍ່ເປັນແລ້ວເຊົາ(ສຽງ)

cri

                           

ໃນລາດຊະວົງດົງຮ້ານສະໄຫມບູຮານຂອງຈີນມີຊາຍຜູ່ຫນ່ຶງຊ່ືວ່າເລີ້ຢາງຈື ເມຍຂອງ
ລາວບໍ່ພຽງແຕ່ເປັນຄົນຮູ້ຜູ່ດີທັງດຸຫມັ່ນຂະຫຍັນພຽນ,ຫາກຍັງເຫັນກວ້າງມອງໄກເວົ້າ
ເຫດເວົ້າຜົນນຳອີກ.

ມີນຶ້ຫນ່ຶງ,ທ້າວເລີ້ຢາງຈຶຍ່າງຢູ່ຕາມທາງ,ເກັບຄຳໄດ້ກ້ອນຫນ່ຶງ,ລາວໃຈຫຼາຍ,ເລີຍເອົາ
ເມືອໃຫ້ເມຍ.ແຕ່ເມຍຂອງລາວບໍ່ພຽງແຕ່ບໍ່ສະແດງຄວາມດີໃຈທໍ່ນັ້ນ,ຫາກຍັງເຕືອນ
ລາວວ່າ:ຂ້ອຍໄດ້ຍິນວ່າຄົນທ່ີມີມານະຈິດນັ້ນບໍ່ກິນນ້ຳບໍ່ທ່ີຊ່ືວ່າ:ດາວຊຽນເຊ່ິງມີຄວາມ
ຫມາຍວ່າ ນ້ຳບໍ່ຂີ່ລັກ ຖະຫນອມກຽດ ຄົນທ່ີບໍ່ຫ່ອນເກັບເອົາເຄ່ືອງກິນທ່ີຄົນອ່ືນໂຍນ
ໃຫ້ຢ່າງດູຫມ່ິນ,ແລະຍ່ິງບໍ່ວ່າ ໄປເກັບເອົາຂອງຕົກເຮ່ຍຂອງຜູ່ອ່ືນມາເປັນຂອງຕົນ,ຄົນທ່ີ ມີຈັນຍາທຳແມ່ນບໍ່ຫ່ອນຕະແປດເປື້ອນຄຸນສົມບັດຂອງຕົນເພ່ືອສະແຫວງຫາຜົນປະ
ໂຫຍດສ່ວນຕົວ.ເມ່ືອງຟັງຄວາມເວົ້າຂອງເມຍແລ້ວ,ທ້າວເລີ້ຢາງຈືຮູ້ສຶກລະອາຍໃຈທ່ີສຸດ
ແລ້ວເລີຍເອົາກ້ອນຄຳຄືນໄປຫາບ່ອນທ່ີ,ເກັບໄດ້ສ່ົງຄືນໃຫ້ເຈົ້າຂອງທ່ີກັບຄືນມາຊອກຫາ.

ຫຼັງຈາກນັ້ນບໍ່ດົນ,ທ້າວເລີ້ຢາງຈືໄດ້ຈາກເຮືອນໄປຮຽນວິຊາຄວາມຮູ້ກັບພໍ່ຄູຢູ່ທາງໄກ,ປີ
ຫນ່ຶງໄດ້ຜ່ານໄປຢ່າງບໍ່ຮູ້ຍຶກຕົວ,ມີນຶ້ຫນ່ຶງເທຍໄດ້ເຫັນທ້າວເລີ້ຢາງຈືກັບເມືອບ້ານຢ່າງ
ດີອົກດີໃຈ,ເມບເລີຍຖາມວ່າ,ເຫັນຫຍັງອ້າຍຄືກັບມາໄວແທ້? ທ້າວເລີ້ຢາງຈືຕອບປັບ
ໂລດວ່າ:ດົນປານນີ້,ຄຶດຮອດນ້ອງຫຼາຍ,ເລີຍກັບມາຢາມນ້ອງ,ພໍເມຍໄດ້ຍິນ,ເມຍກໍຈັບ
ເອົາມີດຕັດຕັດເຄືອຫູກທ່ີຕົນກຳລັງຕ່ຳຢູ່ນັ້ນຈົນຂາດ,ແລ້ວເວົ້າຕໍ່ທ້າວເລີ້ຢາງຈືຢ່າງ
ມີຄວາມຫາຍເລິກເຊ່ິງວ່າ: ເຫັນຜ້າໄຫມເຄືອນີ້ບໍ່? ນ້ອງຕ່ຳດ້ວຍໄຫມເທ່ືອລະເສັ້ນຢ່າງ
ບໍ່ຢຸດບໍ່ເຊົາ,ຈ່ຶງໄດ້ກາຍເປັນແພເທ່ືອລະສອງເທ່ືອລະວາຕໍ່ຫຼາຍມື້ຫຼາຍເດືອນຈ່ຶງແລ້ວ,
ແຕ່ດຽວນີ້,ແພທ່ີຍັງຕ່ຳບໍ່ແລ້ວຖືກຕັດຂາດ,ເຮັດຈ່ັງໃດກໍ່ເປັນເຄືອຄືນໄດ້ແລ້ວ,ແຜ່ນແພ
ທ່ີຕ່ຳ ກໍບໍ່ເປັນໄມ້ນຳເພ່ິນ,ອ້າຍໄປຮຽນວິຊາຄວາມຮູ້ກັບພໍ່ຄູກໍຄືກັນ,ຕ້ອງອົດສາຮຽນຫຼາຍ
ຢ້າຫຼາຍປີຈ່ຶງຈຳສຳເລັດໄດ້,ດຽວນີ້ເຈົ້າຮຽນແຕ່ເຄິ່ງຫນ່ຶງກໍຫນີກັບມາບ້ານ,ບໍ່ແມ່ນທ່ໍກັບ
ເຮັດຫຍັງເຮັດເຄ່ິງຫນ່ຶງແລ້ວຢ່າ,ຮຽນບໍ່ເປັນແລ້ວເຊົາບໍ່? ທໍ່ກັບບໍ່ໄປຮຍນເລີຍ, ເມ່ືອຟັງ
ຄວາມເມຍແລ້ວ,ທ້າວເລີ້ຢາງຈຶສະດຸ້ງຕ່ືນ,ແລ້ວເລີຍຈາກເມຍໄປອີກເທ່ືອຫນ່ຶງ,ກັບຄືນ
ໄປຮຽນຈົນວ່າມີປັນຍາຄວາມຮູ້ເຕັມປູມ,ຈ່ຶງຄ່ອຍກັບຄືນເມືອບ້ານຫາເມຍ.

ຄຳພັງເພີຍທ່ີວ່າ, ປ້ານທູເອີເຟ້ ຮຽນແຕ່ເ່ຄ່ິງຫນ່ຶງແລ້ວຢ່າ,ກໍ່ແມ່ນມາຈາກນິທານເລ່ືອງນີ້
ຫມາຍຄວາມວ່າ,ເຮັດຫຍັງຖ້າເຮັດແຕ່ເຄິ່ງຫນ່ຶງແລ້ວເຊົາ,ໃນທ່ີສຸດ,ກໍ່ທໍ່ກັບບໍ່ເຮັດເລີຍ
ມັນໄດ້ເຕືອນພວກເຮົາວ່າ,ບໍ່ວ່າຮ່ຳຮຽນຫຼືເຮັດວຽກຫຍັງ,ຕ້ອງມີມານະຈິດມີຄວາມອົດ
ທົນ,ຈ່ຶງຈຳສຳເລັດຜົນໄດ້.