ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-20 17:36:08    
ແກະຫນີແລ້ວຈ່ິງມາແປງຄອກ(ສຽງ)

cri

                            

ສຸພາສິດຄຳນີ້ມີຄວາມຫມາຍວ່າ:ເມ່ືອແກະໂຕນຫນີແລ້ວ ຄັນເຈົ້າບໍ່ຟ້າວແປງຄອກ
ໃຫ້ດີຕ່ືມ ແກະໂຕອ່ືນໆຈະຫນີໄປອີກ

ກ່ອນນີ້,ສອງພັນກວ່າປີ,ປະເທດຈີນເຄີຍຢູ່ໃນສະໄຫມຍຸດທະຈັກ,ໃນຄາວນັ້ນ,ປະເທດ
ຈີນບໍ່ໄດ້ເປັນເອກະພາບກັນ,ຫາກມີເມືອງບໍລິວານຫຼາຍໆເມືອງ,ໃນນັ້ນ,ມີເມືອງເຈົ້າກົກ
ເມືອງຫນ່ຶງຊ່ືວ່າ:ເມືອງສູ,ເມືອງສູູເຄີຍເປັນເມືອງທ່ີເຂັ້ມແຂງ,ແຕ່ວ່າໃນສະໄຫມເຈົ້າ
ຟ້ານຊ່ຽງວາງຄອງອຳນາດນັ້ນພະອົງອາໄສແຕ່ກຸ່ມເຈົ້າຂຸນມູນນາຍທ່ີຊຸດໂຊມພະອົງ
ເອງພັດບໍ່ເອົາຫົວຊານຳວຽກບານການເມືອງ ເລີຍເຮັດໃຫ້ກຳລັງຂອງເມືອງສູອ່ອນ
ເພຍລົງເລື້ອຍໆ, ທ່ານຈວາງຊິນ ຜູ່ເປັນເສນາບໍດີໄດ້ຕັດເຕືອນເຈົ້າຟ້ານຊ່ຽງວາງວ່າ:
ພະອົງຮູ້ແຕ່ຫຼິ້ນກິນບໍ່ເອົາໃຈໃສ່ນຳວຽກບ້ານການເມືອງ ຄັນເປັນແນວນີ້ຕ່ໍໄປເມືອງ
ສູທ່ີເຂັ້ມແຂງກໍ່ຈະຍຸບຍອບເສຍບ້ານເສຍເມືອງ,ເຈົ້າຟ້ານຊ່ຽງວາງບໍ່ຟັງຄຳຕຳຫນີ
ຂອງທ່ານຈວາງຊິນແລ້ວ,ຍັງຫຼິ້ນກິນຟູມເຟືອຍຕໍ່ໄປຄືເກ່ົາ.

ຂ່າວກ່ຽວກັບເມືອງສູ ຊຸດໂຊມລົງນັ້ນໄດ້ຊ່າລືໄຮອດເມືອງຊິນເຊ່ິງແມ່ນເມືອງຫນ່ຶງ
ອີກເມືອງຊິນກໍ່ຍົກທັບໄປບຸກໂຈມຕີເມືອງສູ.ກອງທະຫານຂອງເມືອງສູລະເຫຼີງລະ
ບຽບວິໄນ,ກຳລັງສູ້ລົບກຊອ່ອນແອ ແລ້ວເລີຍຖືກໂຈມຕີໃຫ້ປະລາໄຊໄວທ່ີສຸດ,ທະ
ຫານຂອງເມືອງຊິນກໍຕີບຸກເຂົ້າໄປຮອດເຂດໃນຂອງເມືອງສູແລະຍຶດເອົາລາຊະທາ
ນີຂອງເມືອງສູໃນທັນທີໂລກ,ເຈົ້າຟ້ານຊ່ຽງວາງຈ່ິງຈຳເປັນຕ້ອງໂຕນຫນີໄປຢູ່ຖ່ິນອ່ືນ.

ໃນເວລານັ້ນ,ເຈົ້າຟ້ານຊ່ຽວວາງຈ່ິງຕ່ືນຕົວຄືນມາ,ຮູ້ສຶກວ່າຄຳເວົ້າຂອງທ່ານຈວາງຊິນ
ແມ່ນມີເຫດເມີຜົນ, ພະອົງເວົ້ານຳທ່ານຈວາງຊິນດ້ວຍຄວາມກິນແຫນງວ່າ: ດຽວນີ້,
ເມືອງສູໄດ້ຕົກຢູ່ໃນສະພາບແນວນີ້ແລ້ວ,ທ່ານວ່າຈະເຮັດແນວໃດ? ທ່ານຈວາງຊິນ
ເຫັນເຈົ້າຟ້ານຊ່ຽງວາງຮູ້ຈັກຄວາມຜິດຂອງຕົນແລະເຈັບຊ້ຳຫນຳໃຈທ່ີ່ີສຸດ,ຈ່ິງລະ
ດົມນ້ຳໃຈພະອົງວ່າ: ຢູ່ຕາມພື້ນເມືອງນີ້,ສຸພາສິດຄຳຫນ່ຶງວ່າ:ເຫັນກະຕ່າຍແລ້ວ,ຈ່ິງ
ຟ້າວຊອກຫມາພານ,ແກະໂຕນຫນີແລ້ວຈ່ິງຟ້າວແປງຄອກ,ກໍ່ຍັງບໍ່ຊ້າເທ່ືອ,ເຖິງວ່າ
ເມືອງສູໄດ້ເສຍໄຊແລ້ວກໍຕາມ,ແຕ່ຖ້າຊອກຫາວິທີຢ່າງທັນການ,ກໍ່ຍັງກອບກູ້ເອົາ
ໄດ້ຢູ່.

ຄຳເວົ້າຂອງທ່ານຈວາງຊິນໄດ້ເຮັດໃຫ້ເຈົ້າຟ້ານຊ່ຽງວາງຕັ້ງສະຕິຂຶ້ນໃນທັນທີ.

ພາຍຫຼັງມາ,ຄົນທັງຫຼາຍຈິ່ງເອົາຄຳສຸພາສິດກົງກັບຄຳພັງເພີຍຂອງລາວທ່ີວ່າ:ເສຍງົວ
ແລ້ວຈ່ິງລ້ອມຄອກມາປຽບທຽບກັບຫຼັງຈາກເກີດເລ່ືອງບໍ່ດີແລ້ວຫຼືປະສົບຄວາມປະລາ
ໄຊແລ້ວ,ຕ້ອງຊອກຫາວິທີແກ້ໄຂຢ່າງທັນການ,ຈ່ິງຈະບໍ່ເສຍຫາຍຕ່ືມອີກ,ຄຳສຸພາສິດ
ຄຳນີ້ເປັນການເຊີດຊູກຳລັງໃຈຄົນ.