ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-22 15:35:31    
ຄອບ​ຄົວ​ຕ່າງ​ສັນ​ຊາດ​ທີ່​ມີ​ຄວາມ​ສຸກ

cri

ໃນຫຼາຍປີມໍ່ໆນີ້,ຄຽງຄູ່ກັບບາດກ້າວໄຂປະຕູສູ່ພາຍນອກຂອງຈີນໄດ້້ເລ່ັງລັດໃຫ້ໄວ
ເຂົ້າ,ຊາວຕ່າງປະເທດນັບມື້ນັບຫຼາຍໄດ້ມາທ່ອງທ່ຽວແລະເຮັດວຽກຢູ່ຈີນ,ບາງຄົນຍັງ
ໄດ້ສ້າງຄອບຄົວຢູ່ຈີນ,ໃນຫມູ່ຊາວຕ່າງປະເທດເຫຼ່ົານີ້ມີບໍ່ຫນ້ອຍແມ່ນຢູ່ຕົວເມືອງໃຫຍ່
ຄືປັກກ່ິງແລະຊຽງໄຮ້ເປັນຕົ້ນຍັງມີບາງຄົນໄດ້ເລືອກເອົາຕົວເມືອງຜ່ານກາງແລະເມືອງ
ນ້ອຍທີ່ມີທິວທັດນສວຍງາມແລະມີເອກະລັກພິເສດ,ຫວ່າງກ່ອນນີ້ບໍ່ດົນ,ນັກຂ່າວວິທະ
ຍຸພວກເຮົາໄດ້ໄປສຳພາດຢູ່ເມືອງຕ້າລີເທສະບານກ່ິງແຂວງຕ້າລີເຜ່ົາປາຍປົກຄອງຕົນ
ເອງແຂວງຢຸນນານພາກຕາເວັນຕົກສຽງໃຕ້ຂອງຈີນ,ໄດ້ຮູ້ກັບຄອບຄົວທີ່ປະກອບດ້ວຍ
ຄົນຝ່າຍຕາເວັນຕົກແລະຄົນຝ່າຍຕາເວັນອອກ,ເຈົ້າເຮືອນຜູ້ຊາຍຊື່ວ່າ:ໂລດ.ລາວເລນ
ສ໌,ປີນີ້ອາຍຸ 51 ປີ,ມາຈາກເມືອງວິນເຊສເທີທີ່ພາກຕາເວັນຕົກຂອງລອນດອນອັງກິດ,
ດຽວນີ້ເພ່ີນເປັນຄູສອນຂອງຂະແຫນງວິຊາພາສາຕ່າງປະເທດຂອງວິທະຍາຄານຕ້າລີ,
ເພ່ີນກັບເມຍຄົນຈີນແລະລູກສີຄົນດຳລົງຊີວິດຢ່າງມ່ວນຊື່ນແລະຜາສຸກ.ໃນເວລານັກ
ຂ່າວພົບທ່ານລາວເລັນສ໌ເປັນເທື່ອທຳອິດ,ເພ່ີນພວມພ້ອມກັນກັບເພື່ອນຮ່ວມງານຂອງ
ຂະແຫນງວິຊາພາສາຕ່າງປະເທດຝຶກແອບລາຍການທີ່ຈະສະແດງໃນວັນພາສາຕ່າງ
ປະເທດຂອງວິທະຍາຄານຕ້າລີ,ພວກເຂົາເຈົ້າພວມເຝິກຮ້ອງເພງພາສາອັງກິດ.ຄູສອນ
ແຫ່ງນີ້ບອກນັກຂ່າວວ່າ:ຂະແຫນງວິຊາພາສາຕ່າງປະເທດລວມມີຄູສອນຕ່າງປະເທດ
ສາມຄົນ,ທ່ານລາວເລັນສ໌ແມ່ນມີປະສົບການອຸດົມສົມບູນກວ່າຫມູ່,ນອກຈາກສິດສອນ
ວັນນະຄະດີອັງກິດ,ວັດທະນະທຳສັງຄົມອັງກິດອາເມລິກາ ການແຕ່ງບົດແລະພາສາ
ປາກເວົ້າໃຫ້ນັກສຶກສາແລ້ວ,ເພ່ີນຍັງມັກຈັດການກ່າວປາຖະກະຖາດ້ວຍພາສາອັງກິດ
ໃຫ້ບັນດາຄູສອນອີກ,ເມື່ອເວົ້າເຖິງເປັນຫຍັງຈ່ິງມາສອນຫນັງສືຢູ່ເມືອງຕ້າລີ,ທ່ານລາວ
ເລັສສ໌ເວົ້າວ່າ,ຂ້ອຍມາຈີນເທື່ອທຳອິດແມ່ນປີ 1986 ,ເປັນຕູສອນຢູ່ເມືອງຊາງຊຸນ
ແຂວງຈີລິນທີ່ພາກຕາເວັນອອກສຽງເຫນືອ,ໃນເວລາຂ້ອຍຈາກເມືອງຊາງຊຸນມາທ່ຽວ
ເມືອງຕ້າລີເປັນຄັ້ງທຳອິດກໍເລີຍມັກທິວທັດອັນສວຍງາມລະຄົນທີ່ມີຄວາມນຸບຈ້າວຂອງ
ແຫ່ງນີ້ເລີຍຄິດວ່າຄັນມື້ໃດມີໂອກາດມາສອນຢູ່ແຫ່ງນີ້ຈ່ັງແມ່ນດີແທ້ດີວ່າ.ແຕ່ທີ່ຈິງ
ແລ້ວ,ຂ້ອຍໄດ້ກັບເມືອອັງກິດເປັນເວລາດົນນານແລ້ວໄປເມືອງກາວງໂຈວເປັນຄູສອນ
ຫຼາຍປີ,ເມື່ອຮອດເດືອນກັນຍາປີກາຍຈ່ິງມາຮອດເມືອງຕ້າລີ.

ໃນສາຍຕາຂອງທ່ານລາວເລັນສ໌,ເມືອງຕ້າລີແມ່ນບ່ອນທີ່ສວຍງາມກວ່າຫມູ່ຂອງຈີນ,
ຢູ່ແຫ່ງນີ້ອາກາດອົບອຸ່ນປານລະດູໃບໄມ້ປ່ົງຕະຫຼອດປີ,ມີແສງແດດແຈ້ງສະຫວ່າງ, ພູ
ຊັງຊານທີ່ມີຫິມະປົກຫຸ້ມຕະຫຼອດປີ,ມີຫນອງເອີຮາຍທີ່ສວຍງາມທັງມີເມືອງຕ້າລີເມືອງ
ບູຮານທີ່ມີປະຫວັດດົນນານ,ແລະມີທິວທັດແຫ່ງຕ່າງໆ,ເມື່ອເລາະຫຼິ້ນຢູ່ນອກເຮືອນ,
ກໍ່ຈະໄດ້ເຫັນດອຍງາມນ້ຳໃສແລະດອກໄມ້ນານາສີທີ່ບານເຮືອງເຮື້ອຕະຫຼອດປີ,ມີຫຼາຍ
ຊົນເຜ່ົາສ່ວນຫນ້ອຍເຊ່ິງແມ່ນເຜ່ົາປາຍເປັນຕົ້ນດຳລົງ

ຊີວິດຢູ່ແຫ່ງນີ້ທຸກເຊ່ັນຄົນ,ໄດ້ປະກອບເປັນຮີດຄອງປະເພນີທີ່ມີຫຼາຍສີຫຼາຍສັນ,ຄື:
ເຄື່ອງນຸ່ງເຜ່ົາປາຍທີ່ສວຍງາມ,ເຮືອນຢູ່ເຜ່ົາປາຍແບບບູຮານແລະອາຫານໂອຊາຂອງ
ເຜ່ົາປາຍທີ່ມີລົດແຊບພິເສດເປັນຕົ້ນ,ທັງຫມົດເຫຼ່ົານ້ີບໍ່ພຽງແຕ່ໄດ້ດູດດຶງສາຍຕາຂອງ
ຊາວຕ່າງປະເທດຄືທ່ານລາວເລັນສ໌ເປັນຕົ້ນ,ຫາກຍັງໄດ້ດູດດຶງນາງຈາງຊຸນອຽນພັນ
ລະຍາຂອງທ່ານທີ່ມາຈາກເມືອງກວ້າງໂຈວ

ໃນມື້ທີສອງທີ່ນັກຂ່າວໄປສຳພາດທ່ານລາວເລັນສ໌ຢູ່ວິທະຍາຄານຕ້າລີນັກຂ່າວໄດ້ມາ
ຮອດເຮືອນຂອງທ່ານ,ໄດ້ພໍ້ນາງຈາງຊຸນອຽນແລະລູກຫນ້າຮັກຫຼາຍຄົນຂອງທ່ານ,
ເມື່ອຫວນຄືນວັນເວລາທີ່ຮູ້ຈັກແລະຮັກກັນກັບທ່ານລາວເລັນສ໌,ນາງຈາງຊຸນອຽນໄດ້
ສະແດງໃຫ້ເຫັນຄວາມຜາສຸກແລະຄວາມຮັກອັນເລິກເຊ່ິງຕ່ໍຜົວ.

ພວກເຮົາແມ່ນຮູ້ຈັກກັນຢູ່ເມືອງກວາງໂຈວ,ໃນເວລານັ້ນ,ຂ້ອຍຍັງພວມຮຽນເອົາປະ
ລິນຍາໂທຢູ່ວິທະຍາຄານພາສາຕ່າງປະເທດຂອງກວ້າງໂຈວ,ສາມີຂອງຂ້ອຍຍາມນັ້ນ
ແມ່ນອາຈານຂອງຂ້ອຍ,ໃນເວລານັ້ນ,ຂ້ອຍພວມຮຽນວັນນະຄະດີຕ່າງປະເທດ,ພວກເຮົາ
ສອງຄົນເລ່ີມໄປມາຫາສູ່ກັນນັ້ນຕົ້ນຕໍແມ່ນຍ້ອນວ່າພວກ

ເຮົາມີຄວາມມັກຄືກັນຫຼາຍຢ່າງ,ຂ້ອຍມັກວັນນະຄະດີ,ເພ່ີນກໍ່ມັກຄືກັນ,ເພ່ີນມັກແຕ່ງ
ການກອນ,ຂ້ອຍກໍ່ມັກຄືກັນ,ເຖິງວ່າພວກເຮົາມາຈາກປະເທດຕ່າງກັນ,ອາ ຍຸຂອງເພ່ີນ
ກໍ່ແກ່ກວ່າຂ້ອຍຫຼາຍປີ,ແຕ່ພວກເຮົາໄດ້ແລກປ່ຽນກັນເປັນຢ່າງດີ.

ປີ 1992,ນາງຈາງຊຸນອຽນແລະທ່ານລາວເລັນສ໌ໄດ້ແຕ່ງງານຢູ່ເມືອງກວາງໂຈວ,ພາຍ
ຫລັງມາ,ນາງໄດ້ເກີດລູກຊາຍສ່ີຄົນທີ່ສວຍງາມຢູ່ອັງກິດ,ໂດຍມີຄວາມຮັກແພງເມືອງ
ຈີນຢ່າງເລິກເຊ່ິງ,ພວກເຂົາເຈົ້າໄດ້ກັບຄືນມາຮອດເມືອງຕ້າລີຂອງແຂວງຢຸນນານ.

ໃນຫຼາຍປີມານີ້,ເຖິງແມ່ນວ່າ,ນາງຈາງຊຸນອຽນໄດ້ນຳສາມີໄປໆມາໆຢູ່ລະຫວ່າງຕົວ
ເມືອງຕ່າງກັນຂອງສອງປະເທດຈີນອັງກິດກໍຕາມ.ແຕ່ນາງກໍ່ຮູ້ສຶກມີຄວາມມ່ວນຊື່ນ
ຫຼາຍ,ນອກຈາກເບ່ິງແຍງຄອບຄົວແລ້ວ,ນາງຍັງເປັນອາຈານສອນພາສາອັງກິດຢູ່ຂະ
ແຫນງການວິຊາພາສາຕ່າງປະເທດຂອງວິທະຍາຄານ,ອາຈານຄູ່ນີ້ໄດ້ຮັບຄວາມນິຍົມ
ຊົມຊອບຈາກນັກສຶກສາທັງຫຼາຍ,ໃນບຸນໂນແອນປີກາຍນີ້,ເພ່ືອເຮັດໃຫ້ນັກສຶກສາມີ
ຄວາມເຂົ້າໃຈວັດທະນະທຳບຸນໂນແອນຫຼາຍຍ່ິງຂຶ້ນ,ຜົວເມຍລາວເລັສ໌ໄດ້ເຊີນນັກສຶກ
ສາມາເຮືອນຂອງຕົນໂດຍແບ່ງເປັນງວດ,ໃນເຮືອນຂອງພວກເພ່ີນຈົນຮອດດຽວນີ້ກໍ່
ຍັງຮັກສາໄວ້ແຜ່ນວິຊີດີທີ່ໄດ້ຖ່າຍການເຄື່ອນໄຫວໃນຍາມນັ້ນ,ຈາກແຜ່ນວິຊີດີແຜ່ນນີ້,
ພວກເຮົາໄດ້ເຫັນວ່າ,ທ່ານລາວເລັນສ໌ພ້ອມກັບນັກສຶກສາເຮັດບັດອວຍພອນບຸນໂນ
ແອນແລະເຄື່ອງປະດັບປະດານ້ອຍຊະນິດຕ່າງໆຫາລືຄວາມຫມາຍທີ່ເປັນສັນຍາລັກ
ຂອງສ່ິງປະດັບປະດາຕ່າງໆ,ສ່ວນນາງຈາງຊຸນອຽນ ກໍສອນນັກສຶກສາເຮັດຂະຫນົມ
ບຸນໂນແອນດ້ວຍຄວາມອົບອຸ່ນ.

ລູກຊາຍສີຄົນຂອງຜົວເມຍລາວເລັນສ໌ຕ່າງມີຊື່ວ່າ:ເດວິດ,ເອັນດຼີວ ເອັດເວີດແລະອັນ
ເຟຼັດ,ຍ້ອນພໍ່ແລະແມ່ຕ່າງເປັນຄົນອັງກິດແລະຄົນຈີນ,ສະນັ້ນ,ພວກລູກສາມາດລົມກັນ
ກັບຜູ້ອື່ນດ້ວຍພາສາອັງກິດແລະພາສາຈີນຢ່າງລ່ຽນໄຫລ,ທ້າວເດວິດທີ່ອາຍຸ 9 ຊວບ
ແລະທ້າວເອັນດຼິວທີ່ອາຍຸ 7 ຂວບຕ້ອງໄປເຂົ້າໂຮງຮຽນປະຖົມທີ່ຢູ່ມໍ່ກັບເຮືອນຊູ່ມື້,
ເມື່ອທຽບກັບເດັກຈີນທີ່ເປັນຫມູ່ຮຽນນຳກັນແລ້ວ,ສອງຄົນພວກເຂົາເຈົ້າກໍ່ຮູ້ສຶກຍາກ
ຫນ້ອຍນ່ຶງໃນການຮຽນຂຽນໂຕຫນັງສືຈີນ,ສ່ວນທ້າຍເອັດເວີດ ທີ່ອາຍຸ 4 ຂວບແລະ
ທ້າວອັນເຟຼດທີ່ອາຍຸ 2 ຂວບກໍ່ຫຼິ້ນຢູ່ເຮືອນຊູ່ມື້,ເມື່ອໄດ້ຍິນສຽງເອີ້ນຂອງແມ່ແລ້ວ,
ພວກເຂົາເຈົ້າກໍ່ຈັບເອົາປືນຫຼິ້ນແລ້ວແລ່ນໄປຫາຫ້ອງຮັບແຂກ.

ຢູ່ນອກເຮືອນຂອງທ່ານລາວເລັນສ໌ແມ່ນທ່ົງນາ,ເມື່ອຮອດທ້າຍສັບປະດາ, ຫມົດຄອບ
ຄົວກໍມັກອອກໄປທ່ຽວຫຼິ້ນ,ຍ່າງຕາມທາງນ້ອຍແລ້ວຂຶ້ນສູ່ເປີ້ນພູນ້ອຍໆ,ຫຼຽວເບ່ິງທິວ
ທັດທີ່ຢູ່ໄກ,ລາງເທື່ອພວກເຂົາເຈົ້າກໍ່ໄປເຫລາະເມືອງບູຮານຕ້າລີທີ່ມີປະຫວັດມາ
700 ກວ່າປີ,ໃນເມືອງນີ້,ມີຖະຫນົນສາຍນ່ຶງເອີ້ນວ່າຖະຫນົນຊາວຕ່າງປະເທດ,ມີຮ້ານ
ກິນດື່ມທີ່ຂາຍອາຫານທີ່ມີລົດຕ່າງໆແລະຮ້ານຂາຍເຄື່ອງສິນລະປະທ້ອງຖ່ິນນັ້ນ,ທ່ານ
ລາວເລັນສ໌ເວົ້າວ່າ,ແຫ່ງນັ້ນແມ່ນບ່ອນທີ່ຄອບຄົວເຂົາເຈົ້າມັກໄປທີ່ສຸດ,ທ່ານເວົ້າວ່າ,
ແຫ່ງນັ້ນແມ່ນບ່ອນທີ່ບໍ່ທຳມະດາ,ແມ່ນອນແລ້ວ,ເດັກນ້ອຍມັກອາຫານຝຼ່ັງທີ່ຂາຍຢູ່
ຫັ້ນທີ່ສຸດ,ຍັງສາມາດຊິມອາຫານທີ່ມີສີສັນພິເສດຂອງເມືອງຕ້າລີຢູ່ແຫ່ງນັ້ນກໍ່ອາດ
ຈະໄດ້ພົບຊາວອັງກິດແລະຊາວຕ່າງປະເທດອື່ນໆທີ່ມາທ່ຽວ,ຖະຫນົນຊາວຕ່າງປະ
ເທດແມ່ນບອ່ນທີ່ມີຊີວິດຊີວາແຕ່ຂ້ອຍຄຶດວ່າຄົນສ່ວນຫຼາຍມັກຢູ່ຫັ້ນ,ເພາະວ່າຢູ່ແຫ່ງ
ນັ້ນມີກຳແພງອ້ອມເມືອງອັນເກ່ົາແກ່,ເຮັດໃຫ້ຄົນມີຄວາມຮູ້ສຶກເຫມືອນໄດ້ກັບຄືນສູ່ອະ
ດີດ,ບາງຄອບຄົວໄດ້ຢູ່ແຫ່ງນັ້ນຫຼາຍເຊ່ັນຄົນມາແລ້ວ,ໄດ້ເຮັດໃຫ້ອະດີດແລະປະຈຸບັນ
ຂອງຈີນພົວພັນກັນຢ່າງແຫນ້ນແຟ້ນ.

ເມື່ອກ່າວເຖິງແຜນການໃນພາຍຫນ້າ,ທ່ານລາວເລັນສ໌ເວົ້າວ່າ,ທ່ານກຽມຢູ່ເມືອງຕ້າລ
ີອີກປະມານນ່ຶງປີ,ເພື່ອສອນຄວາມຮູ້ຂອງຕົນໃຫ້ນັກສຶກສາຈີນຫຼາຍຍ່ິງຂຶ້ນ,ແລະເພ່ີມ
ຄວາມເຂົ້າໃຈຕໍ່ຮີດຄອງປະເພນີແຫ່ງນັ້ນຫລັງຈາກນັ້ນນ່ຶງປີຈະໄປໄສ,ທ່ານຍັງບໍ່ທັນ
ຕົກລົງເທື່ອ,ທ່ານຫວັງໃຫ້ລູກຂອງຕົນໄປຮຽນຢູ່ໂຮງຮຽນມັດ ທະຍົມປາຍທີ່ອັງກິດ,
ແຕ່ພວກເຂົາເຈົ້າຍັງຈະກັບມາຈີນເລື້ອຍໆ.