ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-26 15:32:45    
ກອງທະຫານອາເມລິກາປະຈຳອີຣັກກັບ
ກຳລັງຕໍ່ຕ້ານຂອງຟາລູຈາເລື່ອນເວລາສັນ
ຍາຢຸດຍິງຢ່າງບໍ່ຈຳກັດ

cri
ຕາມຂ່າວCRI:ວັນທີ 25 ເມສາ,ກອງທະຫານອາເມລິກາປະຈຳອີຣັກກັບກຳລັງຕໍ່ຕ້ານ
ອາເມລິກາຂອງຟາລູຈາໄດ້ເຊັນສັນຍາອີກເທື່ອໜຶ່ງ,ຈະເລື່ອນເວລາສັນຍາຢຸດຍິງທີ່ສອງ
ຝ່າຍໄດ້ເຊັນກັນເມື່ອວັນທີ 19 ເມສາຢ່າງບໍ່ຈຳກັດ.

ຕາມສັນຍາທີ່ເຊັນກັນໃໝ່,ແຕ່ວັນທີ 27 ເມສາເປັນຕົ້ນໄປ,ກອງລາດຕະເວັນປະສົມທີ່
ປະກອບດ້ວຍຕຳຫຼວດອີຣັກ ກອງປ້ອງກັນປະຊາຊົນອີຣັກແລະກອງທະຫານປະສົມປະ
ຈຳອີຣັກນັ້ນຈະເລີ່ມຮັບຜິດຊອບຄວາມສະຫງົບຂອງເມືອງຟາລູຈາ.

ໃນມື້ດຽວກັນ,ຢູ່ຖະໜົນຄອງນຳ້ນະຄອນແບກແດດ,ທະຫານອາເມລິກາກອງໜ່ຶງຖືກຜົກ
ຕີ,ເຮັດໃຫ້ທະຫານອາເມລິກາ 1 ຄົນເສຍຊີວິດ,3 ຄົນບາດເຈັບ.ເມື່ອຖືກຫຼອນໂຈມຕີ
ແລ້ວ,ທະຫານອາເມລິກາໄດ້ຍິງປືນໃສ່, ຍິງເດັກນ້ອຍອີຣັກຕາຍ4ຄົນ; ເມືອງໂມຊຸນ
ທາງພາກເໜືອອີຣັກຢ່າງໜ້ອຍໄດ້ຖືກຈະຫຼວດ 3 ລູກຫຼອນໂຈມຕີ, ເຮັດໃຫ້ 4 ຄົນ
ເສຍຊີວິດ.

ໃນມື້ດຽວກັນ,ທ່ານອານ ອູລົມ ລັດຖະມົນຕີກະຊວງນຳ້ມັນເຊື້ອໄຟຂອງລັດຖະບານຊົ່ວ
ຄາວອີລັກເວົ້າວ່າ,ເມື່ອໄດ້ຖືກຫຼອນໂຈມຕີແບບຂ້າໂຕຕາຍໃນວັນທີ24ເມສາແລ້ວ,ທ່າ
ກຳ່ປັ່ນນຳ້ມັນເຊື້ອໄຟບັສລາໄດ້ຈຳເປັນຕ້ອງປິດ3 ມື້,ກະວ່າ,ນີ້ຈະເຮັດໃຫ້ການສ່ົງອອກ
ນຳ້ມັນເຊື້ອໄຟຂອງອີຣັກປະສົບຄວາມເສຍຫາຍ 3 ລ້ານບາເລນ.

ນອກນີ້,ຂ່າວແຈ້ງວ່າ,ວັນທີ 25 ເມສາ,ທ່ານຊັງພາໂຢ ປະທານາທິບໍດີປອກຕຸຍການ
ກ່າວເນັ້ນວ່າ, ການເສີມຂະຫຍາຍບົດບາດໃຈກາງຂອງສະຫະປະຊາຊາດແມ່ນຊ່ອງ
ທາງພຽງດຽວໃນການແກ້ໄຂບັນຫາອີຣັກ.