ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-27 15:44:54    
ໂຈສົງຊ່ັງຊ້າງດ້ວຍສະຕິປັນຍາ(ສຽງ)

cri

                           

ສອງສະຕະວັດກ່ອນຄສ,ຈີນຍັງຢູ່ໃນສະໄຫມສາມກົກຫຼືສາມລັດຕັ້ງຢັນກັນແບບຄຽງ
ສາມຂາ.ສາມລັດດ່ັງກ່າວ,ລັດຫນ່ຶງແມ່ນລັດເວ້ທ່ີຕັ້ງຢູ່ພາກເຫນືອ,ລັດຫນ່ຶງແມ່ນລັດສູ
ທ່ີຕັ້ງຢູຸ່ພາກຕາເວັນຕົກສຽງໃຕ້ອີກລັດຫນ່ຶງແມ່ນລັດອູທ່ີຕັ້ງຢູ່ພາກໃຕ້,ໃນນັ້ນອິດທິກຳລັງ
ຂອງລັດວເວ້ແມ່ນເຂັ້ມແຂງກວ່າຫມູ່.

ເຈົ້າຊີວະດລັດເວັຊ່ືວ່າໂຈໂສ.ມີມື້ຫນ່ຶງ,ສົມເດັດຊວນສວນ ເຈົ້າຊີວິດລັດອູໄດ້ແຕ່ງ
ຄົນໄປມອບຊ້າງສານໂຕຫນ່ຶງໃຫ້ສົມເດັດໂຈໂສ ເຈົ້າຊີວິດລັດເວ້,ສົມເດັດໂຈໂສ
ຊົງປຶ້ມພະໄທເປັນຢ່າງຍ່ິງ,ແລະຢາກຮູ້ວ່າຊ້າງສານທ່ີໃຫຍ່ພິລຶກໂຕນີ້,ມີນ້ຳຫນັກ
ຫຼາຍປານໃດ.ບັດນັ້ນພະອົງຈ່ຶງຊົງທາບທາມນຳບັນດາເສນາບໍດີຂອງພະອົງວ່າ
ຈະຊ່ັງຊ້າງໂຕນີ້ແນວໃດ.ເພາະວ່າໃນຄາວນັ້ນຍັງບໍ່ທັນປະດິດເຄ່ືອງຊ່ັງສ່ິງຂອງອັນ
ໃຫຍ່ໂຕມະໂຫຖານແນວນີ້ເທ່ືອ,ສະນັ້ນ,ພວກເສນາບໍດີທັງຫຼາຍຈ່ຶງມີແຕ່ຫຼຽວເບ່ິງ
ຫນ້າກັນມ້ານໆ,ໃຜບໍ່ຮູ້ວ່າຈະເຮັດແນວໃດ.

ສົມເດັດໂຈໂສມີລາຊະບຸດອົງຫນ່ຶງຊ່ືວ່າໂຈສົງ,ເວລານັ້ນອາຍຸເພ່ິນຍັງບໍ່ຮອດ10
ຂວບ,ແຕ່ໂຈສົງເປັນຄົນສະຫຼາດສະຫຼຽວມາແຕ່ນ້ອຍ,ພໍຮູ້ເລ່ືອງນີ້ແລ້ວເພ່ິນຄຶດຫງຳ
ຫຼົບໄປຫຼົບມາ,ໃນທ່ີສຸດກໍເລີຍຄຶດເຫັນວິທີອັນສະຫຼາດຫຼັກແຫຼມແນວຫນ່ຶງ.

ມີມື້ຫນ່ຶງ,ໂຈສົງໄດ້ສັ່ງໃຫ້ຄົນຈູງຊ້າງໂຕນີ້ໄປຮອດແຄມນ້ຳ,ແລ້ວໄປເອົາເຮືອລຳ
ຫນ່ຶງມາ,ຄົນທັງຫຼາຍກໍຍັງບໍ່ຮູ້ວ່າຈະເຮັດແນວໃດເທ່ືອ,ໂຈສົງກໍ່ບໍ່ຢາກອະທິບາຍ
ໃຫ້ຮູ້.

ໂຈສົງອອກຄຳສ່ັງໃຫ້ຄົນຈູງຊ້າງໄປຂຶ້ນເຮືອລຳນີ້,ບັດນັ້ນ,ນ້ຳຫນັກຂອງຊ້າງກໍເຮັດ
ໃຫ້ເຮືອລຳນີ້ແຊມລົງໃນທັນທີ.ພໍເຮືອລຳນີ້ແຊມລົງຄັກແນ່ແລ້ວ,ໂຈສົງກໍສ່ັງໃຫ້ຄົນ
ເອົາສໍໄປຂີດເສັ້ນແຊມຂອງເຮືອທັງສອງເບື້ອງ,ແລ້ວຈ່ຶງສ່ັງໃຫ້ຄົນຈູງຊ້າງອອກ
ຈາກເຮືອ,ຊ້າງໂຕນີ້ຫນັກປານໃດ,ຄົນທ່ີຢືນເບ່ິງຢູ່ຫັ້ນ,ໃຜໆກໍຢາກຮູ້ຄຳຖາມ,ແຕ່
ໂຈສົງກໍ່ບໍ່ເວົ້າຫຍັງຫມົດ.

ຕໍ່ຈາກນັ້ນ,ໂຈສົງກໍສ່ັງໃຫ້ຄົນຂົນກ້ອນຫີນເຂົ້າໄປໃສ່ເຮືອລຳນີ້,ຄົນທັງຫຼາຍກໍ່ຍ່ິງ
ບໍ່ເຂົ້າໃຈ,ເມ່ືອກ່ອນຫີນຖືກຂົນໄປໃສ່ເຮືອລຳນີ້ຢ່າງຕໍ່ເນ່ືອງແລ້ວ,ເຮືອລຳນີ້ກໍຄ່ອຍໆ
ແຊມລົງ,ເມ່ືອແຊມລົງຮອດເສັ້ນທ່ີຂີດໄວ້ນັ້ນ,ໂຈສົງໄປຊ່ັງເບ່ິງ,ເວລານັ້ນຄົນທັງຫຼາຍ
ຈ່ຶງຊວາດຮູ້ເມ່ືອວ່າ,ນ້ຳຫນັກຂອງກ້ອນຫີນໃນເຮືອທັງຫມົດກໍ່ແມ່ນນ້ຳຫນັກຂອງ
ຊ້າງສານໂຕນີ້.

ບັດນັ້ນ ວີທີອັນສະຫຼາດຫຼັກແຫຼມຂອງໂສສົງຈ່ຶງໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກ
ຄົນທັງຫຼາຍ,ນິທານກ່ຽວກັບໂຈສົງຊ່ັງຊ້າງກໍ່ເລົ່າລືຕ່ໍປາກກັນມາສອງພັນກວ່າປີແລ້ວ.