ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-27 16:09:09    
ວັງບຸດຕະລາ(ສຽງ)

cri
                          

ວັງບຸດຕະລາແມ່ນພະລາຊະວັງລະດູຫນາວຂອງພະດາໄລທຸກໆສະໄຫມ,ແລະກໍ
ແມ່ນໃຈກາງປົກຄອງໂດຍໂຮມການເມືອງກັບສາດສະຫນາເປັນອັນດຽວກັນຂອງຜູ່ປົກ
ຄອງທ້ອງຖ່ິນໃນເມ່ືອກ່ອນ.ເລ່ີມແຕ່ພະດາໄລອົງທີ5ເປັນຕົ້ນມາ,ພິທີສາດສະຫນາແລະ
ການເມືອງທ່ີສຳຄັນລ້ວນແຕ່ຈັດຂຶ້ນຢູ່ແຫ່ງນີ້,ພ້ອມກັນນັ້ນຍັງແມ່ນບ່ອນດອຍໂລງສົບ
ທ່ີພະດາໄລແລະພະລາມາທຸກໆອົງເພ່ືອໃຫ້ຄົນນົບໄຫວ້.ວັງບຸດຕະລາແມ່ນຈຸ່ມສ່ິງກໍ່
ສ້າງໃຫຍ່ກວ່າຫມູ່ຂອງເຂດຊົນເຜົ່າຕິເບດ,ເປັນຂີດຫມາຍທ່ີມີລັກສະນະເປັນຕົວແທນ
ຂອງຕິເບດແລະເປັນສັນຍາລັກໃຫ້ແກ່ຜົນສຳເລັດດ້ານສິນລະປະຂອງສ່ິງກໍ່ສ້າງກັບ
ຄວາມຈະເລີນຮຸ່ງເຮືອງດ້ານສິນລະປະວັດທະນະທຳຂອງເຜົ່າຕິເບດ,ແລະກໍແມ່ນສ່ິງກໍ່ສ້າງອັນເປັນຫົວກະທິແຫ່ງສ່ິງກໍ່ສ້າງສະໄຫມບູຮານຂອງປະຊາຊາດຈີນ.   

 

ວັງບຸດຕະລາຕັ້ງຢູ່ທິດຕາເວັນຕົກຂອງເມືອງລາຊາບູຮານ,ຢູ່ເທິງພູບຸດຕະລາ.ວັງບຸດຕະ
ລາທ່ີພວກເຮົາເຫັນຢູ່ດຽວນີ້ໂດຍພື້ນຖານແລ້ວແມ່ນສ້າງໃຫ້ກວ້າງອອກຢ່າງຕໍ່ເນ່ືອງ
ກັນແຕ່ສະຕະວັດທີ17ເປັນຕົ້ນມາ,ວັງບຸດຕະລາແມ່ນພາສາສັນສະກິດ,ລາງເທ່ືອກໍແປ
ເປັນພຸດໂທຕາມພື້ນເມືອງເຂົາເຈົ້າຍັງເອີ້ນວ່າພູພຸດໂທທີສອງ.

ວັງບຸດຕະລາສູງກວ່າຫນ້ານ້ຳທະເລ3700ກວ່າແມັດ,ມີເນື້ອທ່ີທັງຫມົດ3ແສນ6ຫມ່ືນ
ແມັດຕາ.ເນື້ອທ່ີກໍ່ສ້າງ1ແສນ3ຫມ່ືນກວ່າແມັດຕາ.ຫໍສຳຄັນສູງ117ແມັດ,ລວມມີ13ຊັ້ນ
ໃນນັ້ນມີສິມ ມີສິມເຈດີ ມີສິມພະພຸດທະຮູບມີຫໍສູດ ມີກຸຕິແລະເດ່ີນຄົບຫມົດທຸກສ່ິງ
ທຸກຢ່າງ,ແມ່ນຈຸ້ມສ່ິງກໍ່ສ້າງແບບພະລາຊະວັງໃຫຍ່ກວ່າຫມູ່ແລະຢູ່ບ່ອນສູງກວ່າຫມູ່
ໃນໂລກປະຈຸບັນ.ວັງບຸດຕະລາສ້າງຂຶ້ນຢູ່ຕາມເນີນພູ,ຕັ້ງຢູ່ຢ່າງສະຫງ່າຜ່າເຜີຍ,ມີ
ຍອດຄຳເຫຼືອງເຫຼື້ອມງາມຕາ,ສະແດງໃຫ້ເຫັນຈຸດພິເສດທ່ີເຮັດໃຫ້ຄົນທັງຫຼາຍຕິດ
ອົກຕິດໃຈນຳກໍ່ສ້າງສະໄຫມບູຮານຕິເບດ.

ວັງບຸດຕະລາຕົ້ນຕໍແມ່ນປະກອບດ້ວຍວັງຂາວແລະວັງແດງ,ວັງຂາວແມ່ນວັງລະດູ
ຫນາວຂອງພະດາໄລລາມາ,ແລະເຄີຍເປັນທ່ີຕັ້ງຫ້ອງວ່າການ ການຂອງອະດີດອົງ
ການປົກຄອງທ້ອງຖ່ິນຕິເບດ,ສູງ7ຊັ້ນ.ຫໍໃຫຍ່ທ່ີ4ຊັ້ນທ່ີຕັ້ງຢູ່ກາງ ແມ່ນຫໍໃຫຍ່ກວ່າ
ຫມູ່ຂອງໍວັງຂາວວັງບຸດຕະລາ,ມີເນື້ອທ່ີ717ແມັດຕາ.ແຫ່ງນີ້ແມ່ນບ່ອນເຄ່ືອນໄຫວ
ທຳມະການແລະເຄ່ືອນໄຫວການເມືອງສຳຄັນເຊັ່ນ:ຫ້ອງບັນທົມຂອງພະດາໄລແລະ
ພິທີສຳຄັນທາງລາຊະການໂດຍພະອົງເອງ.ຊັ້ນທີ5ແລະຊັ້ນທີ6ແມ່ນຫ້ອງການແລະ
ຫ້ອງພັກຜ່ອນ,ບ່ອນສູງສຸດຊັ້ນທີ7ແມ່ນຫ້ອງບັນທົມຂອງພະດາໄລລະມາໃນລະດູ
ຫນາວ.

ວັງແດງຕົ້ນຕໍແມ່ນວັງດອຍໂລງສົບພະດາໄລລາມາແລະສິມພະພຸດທະຮູບປະເພດ
ຕ່າງໆ,ລວມມີທາດບັນຈຸໂລງສົບພະວໍລະກາຍຂອງພະດາໄລແລະພະລາມາ,ມີເນື້ອ
ທ່ີ725ແມັດຕາ,ຢູ່ໃນນັ້ນມີຮູບປັ້ນບຸກຄົນອັນລ້ຳຄ່າທ່ີສຸດ.ໃນສິມສູງສຸດຂອງວັງແດງ
ປະຈຸບັນແມ່ນຮູບແຕ້ມເຈົ້າຊີວິດຄັງຊີ ລາຊະວົງເຊັງແລະຮູບພະໂພທິສັດທ່ີພະລາ
ມາອົງທີ 13 ໄດ້ຈ່າຍເງິນຕັ້ງຫມ່ືນກວ່າຕຳລຶງເພ່ືອຫຼ່ໍ

ສິມບັນຈຸໂລງສົບພະດາໄລລາມາອົງທີ13ແມ່ນສ່ິງກໍໍ່ສ້າງທ່ີສ້າງສຳເລັດສຸດທ້າຍ
ຂອງວັງບຸດຕະລາ,ເລ່ີມສ້າງເມ່ືອປີ1933,ໃຊ້ເວລາ3ປີຈ່ຶງສ້າງສຳເລັດ.ວັງບຸດຕະລາ
ຍັງມີສ່ິງກໍ່ສ້າງທ່ີຂຶ້ນກັບຈຳນວນຫນ່ຶງເຊ່ິງລວມມີໂຮງ ຮຽນສົງ ກຸຕິແລະສວນຢູ່ເທິງ
ພູເປັນຕົ້ນ.

ໃນ300 ກວ່າປີມານີ້,,ວັງບຸດຕະລາໄດ້ເກັບກຳແລະຮັກສາວັດຖຸບູຮານທ່ີມີເນື້ອໃນປະ
ຫວັດສາດເປັນຈຳນວນຫຼວງຫຼາຍ,ໃນນັ້ນມີຮູບແຕ້ມຝາຜະຫນັງຍາວ2500ກວ່າແມັດ
ຕາ,ມີທາດເກືອບພັນລູກມີຮູບຄວັດຫຼາຍຫມ່ືນ ຮູບ,ມີຫນັງສືຈານໃບລານເປັນຈຳນວນ
ຫຼວງຫຼາຍ.

ຫຼັງປິ1959,ສູນກາງພັກກອມມູນິດແລະຄະນະລັດຖະບານຈີນໄດ້ເອົາໃຈໃສ່ທ່ີສຸດ
ນຳການສ້ອມແປງແລະຮັກສາວັງບຸດຕະລາ,ນອກຈາກເບິກເງິນຄ່າສ້ອມແປງໂດຍຈຳ
ເພາະຄູ່ປີແລ້ວ,ປີ 1988,ຄະນະລັດຖະບານຍັງຕົກລົງເບິກເງິນເປັນຈຳນວນຫຼວງຫຼາຍ
ເພ່ືອສ້ອມແປງວັງບຸດຕະລາຢ່າງຂະຫນາດໃຫຍ່,ວັງບຸດຕະລາມ່ິງຂວັນວັດທະນະທຳ
ຊົນຊາດໄດ້ດູດດຶງເອົານັກທ່ອງທ່ຽວຈີນແລະຕ່າງປະເທດ10ລ້ານກວ່າຄົນດ້ວຍສະເຫນ
ໃຫມ່.