ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-27 16:15:01    
ລະຄອນຮ້ອງແລະຟ້ອນໂສມຫນ້າແຂວງຢຸນນານ(ສຽງ)

cri

                             

ຫວ່າງມໍ່ໆນີ້,ລະຄອນຮ້ອງແລະຟ້ອນໂສມຫນ້າແຂວງຢຸນນານທ່ີຫາກໍ່ໄດ້ຮັບລາງວັນ
5ລາຍໃນລາງວັນດອກບົວເຊ່ິງເປັນລາງວັນສູງສຸດແຫ່ງການຟ້ອນຈີນໄດ້ເຫ່ີກັນເຂົ້າຊົມ
7ຮອບຢູ່ປັກກ່ິງ,ຄ່າປີ້ສູງສຸດຮອດເກີດພັນຢວນ.ແຕ່ລະຄອນຮ້ອງແລະຟ້ອນ"ໂສມຫນ້າ
ແຂວງຢຸນນານ"ພໍເລ່ີມສະແດງເຄ່ິງປີ,ກໍເລ່ີມໄດ້ກຳໄລ,ລາຍຮັບຈາກການຂາຍປີ້ກໍລ່ືນ
ກາຍ10 ລ້ານຢວນແລ້ວ.

ລະຄອນຮ້ອງແລະຟ້ອນໂສມຫນ້າແຂວງຢຸນນານແມ່ນສະແດງໂດຍນາງຢາງລີ້ພິງ ນັກ
ຟ້ອນທ່ີມີຊ່ືສຽງຂອງຈີນເປັນຜູ່ຮຽບຮຽງແລະຜູ່ສະແດງຕົ້ນຕໍ,ແມ່ນຊາວຢຸນນານເປັນຜູ່
ລົງທຶນໃຫ້ປະດິດແຕ່ງ.ນັກສະແດງຟ້ອນລຳຫຼາຍສິບຄົນທ່ີມາຈາກບ້ານພູຕ້ຽນໄດ້ສະ
ແດງການຟ້ອນລຳດັ້ງເດີມຫຼາຍສີຫຼາຍສັນຂອງເຜົ່າອີ ເຜົ່າມົ້ງ ເຜົ່າຕິເບດ ເຜົ່າໄທ
ເຜົ່າເປິ ເຜ່ົາວາແລະເຜົ່າກໍ່ເປັນຕົ້ນ,ໃນນັ້ນ ມີນັກສະແດງ75%ລ້ວນແຕ່ມາຈາກຊາວ
ນາແລະເຜົ່າທ້ອງຖ່ິນຢູ່ຕາມບ້ານຕ່າງໆໃນແຂວງຢຸນນານ.

ໂດຍນຳໃຊ້ວັດທະນະທຳແລະການທ່ອງທ່ຽວເຊ່ິງເປັນລູກຝາແຝດຂອງຊັບພະຍາ
ກອນທ່ີເປັນທ່າແຮງດ່ັງກ່າວຂອງແຂວງຢຸນນານ,ລະຄອນຮ້ອງແລະຟ້ອງ"ໂສມ
ຫນ້າແຂວງຢຸນນານ"ໄດ້ອອກໄປສະແດງຢຸ່ຕົວເມືອງທ່ອງທ່ຽວຄືຮາງໂຈວ ຊຽງ
ໄຮ້ແລະປັກກ່ິງເປັນຕົ້ນ,ສ້າງແບບລະຄອນຮ້ອງແລະຟ້ອນ ບະຣົວເວຂອງຈີນ,ໃນ
ໄລຍະສະແດງ,ຜູ່ຊ່ຽວຊານເຫັນວ່າ,ການຫມູນເດີນຢ່າງສຳເລັດຜົນດ່ັງກ່າວອາດຖື
ເປັນການທົດລອງຢ່າງມີປະໂຫຍດຜະລິດຕະພັນວັດທະນະທຳຊັ້ນຍອດຂອງຈີນໃນ
ການກ້າວເຂົ້າສູ່ຕະຫຼາດ.

ປ່ອຍໃຫ້ຕະຫຼາດກວດສອບແລະໃຫ້ຜູ່ຊົມປະເມີນຜົນ.ລະຄອນຮ້ອງແລະຟ້ອນໂສມ
ຫນ້າແຂວງຢຸນນານ"ໄດ້ຢືນຢັນຕ່ືມອີກເທ່ືອຫນ່ຶງວ່າບົດຟ້ອນທ່ີໃຫ້ປວງປະຊາຊົນ
ອັນໄພສານຮັບ ໄດ້ນັ້ນກໍເປັນຕົວແທນໃຫ້ທິດວັດທະນະທຳທ່ີກ້າວຫນ້າຄືກັນ.ຄືດ່ັງ
ທ່ີທ່ານນາງຢາງລີ້ພິງໄດ້ເວົ້າວ່າ:ຂອງທ່ີດີແລ້ວມັນກໍຕ້ອງດີຄືຟ້ອນນົກຍຸງຫັ້ນແລ້ວ
ບົດຟ້ອນອັນດີເລີດແທ້ໆນັ້ນ,ໃນດ້ານການຄ້າກໍໃຫ້ຜູ່ຊົມຮັບຮູ້ຄືກັນ.

ທ່ານສີຕາລີ ຮອງເລຂາຄະນະພັກສະມາຄົມນັກຟ້ອນຂອງຈີນເວົ້າວ່າ,ລະຄອນຮ້ອງ
ແລະຟ້ອນແຂວງຢຸນນານ"ໄດ້ກາຍເປັນນາມບັດໃບຫນ່ຶງຂອງແຂວງຢູນນານແລະ
ກໍກາຍເປັນນາມບັດຂອງຈີນຄືກັນ.ມັນມີສະເຫນແລະຄວາມສາມາດສອດຄ່ອງທາງ
ດ້ານສິລະປະ,ມີບົດບາດດີທ່ີສຸດໃນການແລກປ່ຽນສົນທະນາກັນລະຫວ່າງຈີນກັບໂລກ.

ບາງບຸກຄົນໃນຂະແຫນງດຽວກັນເຫັນວ່າ,ທ່ານນາງຢາງລີ້ພິງໃນລະຄອນຮ້ອງແລະ
ຟ້ອງ"ໂສມຫນ້າແຂວງຢຸນນານ"ກໍແມ່ນຍ່ີຫໍ້ຫນ່ຶງທ່ີຄວາມສາມາດຮຽກຮ້ອງແຮງ
ທ່ີສຸດ,ນອກນີ້, ການຟ້ອນຮ້ອງ ເຄ່ືອງແຕ່ງກາຍແລະການສະແດງນັກສະແດງສະຫມັກ
ຫຼິ້ນເຂົາເຈົ້າໄດ້ສ້າງຕົວຢ່າງຮູບຖານດັ້ງເດີມແນວຫນ່ຶງນັ້ນເປັນການປະດິດສ້າງອັນດີ
ທ່ີສຸດແນວຫນ່ຶງ.

ຕາມເຜີຍໃຫ້ຮູ້ວ່າ,ການຈັດວາງການຄ້າແລະການຫຸ້ມຫໍ່ຢ່າງສຳເລັດຜົນແມ່ນປັດໄຈພື້ນ ຖານສຳຄັນຂອງຜະລິດຕະພັນວັດທະນະທຳທ່ີສ່ົງເຂົ້າຂາຍໃນຕະຫຼາດໄດ້ເປັນຢ່າງດີ
ຈະແມ່ນດົນຕີບູຮານນາຊີ ຫຼືຈະແມ່ນລະຄອນຮ້ອງແລະຟ້ອນ"ໂສມຫນ້າແຂວງຢຸນ
ນານ" ,ຈຸດພິເສດລວມອັນເປັນປະກົດການຂອງແຂວງຢນຸນານທ່ີເຜີຍແຜ່ຢ່າງກວ້າງ
ຂວາງນັ້ນກໍແມ່ນຫນ່ຶງທ່ີໄດ້ປະຕິບັດຕາມກົດເກນການຄ້າ,ແລະຫມູນເດີນໄປຕາມ
ຄວາມຕ້ອງການຂອງຕະຫຼາດນັ້ນເອງ.

ການໂປໂລຂຶ້ນຂອງວັດທະນະທຳແຂວງຢຸນນານຍັງບໍ່ໄດ້ແຍກຕົວອອກຈາກການຫຸ້ມ
ຫໍ່ ການວາງແຜນແລະການໂຄສະນາຂອງອົງການປົກຄອງແຂວງຢຸນນານ.ທ່ານຕັນ
ເຈ່ິງ ຮອງເລຂາຄະນະພັກແຂວງຢຸນນານໄດ້ກ່າວຕໍ່ນັກຂ່າວວ່າ,ຕໍ່ໄປພາຍຫນ້າການ
ຖືອຸດສາຫະກຳວັດທະ ນະທຳເປັນຈຸດເພ່ີມຂອງເສດຖະກິດໃຫມ່ແລະອຸດສາຫະກຳ
ເສົາຄ້ຳໃຫມ່ຂອງແຂວງຢຸນນານມາອົບຮົມບ່ົມສ້າງ,ແລະໃນດ້ານຕ່າງໆເຊັ່ນ:ສ່ວຍສາ
ອາກອນ ທ່ີດິນ ຜູ່ມີຄວາມຮູ້ຄວາມສາມາດແລະການຮັບປະກັນສັງຄົມຈະຕ້ອງໃຫ້ຂໍ້
ສະດວກພິເສດແກ່ວິສາຫະກິດວັດທະນະທຳ.