ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-27 19:42:48    
ປະທານຄະນະກຳມະການຄຸ້ມຄອງອີ
ລັກຊົ່ວຄາວຕິຕຽນການກະທຳອັນຜິດ
ພາດຂອງກອງທະຫານອາເມລິກາພາໃຫ້
ເກີດສະພາບຄາກັນໃນປະຈຸບັນ​

cri
CRIລາຍງານວ່າ:ວັນທີ26ເມສາ,ທ່ານບາຈານີ ປະທານຝຽນເດືອນນີ້ຂອງຄະນະກຳ
ມະການຄຸ້ມຄອງອີລັກຊົ່ວຄາວຕິຕຽນວ່າ,ກໍ່ແມ່ນຍ້ອນການກະທຳອັນຜິດພາດຂອງ
ກອງທະຫານອາເມລິກາຈຶ່ງພາໃຫ້ເກີດສະພາບຄາກັນທີ່ກຳລັງປະກອບອາວຸດຕ້ານ
ອາເມລິກາກັບທະຫານປະສົມຕັ້ງປະເຊີນໜ້າຢູ່ຟາລູຈາແລະນາແຈັຟໃນປະຈຸບັນນີ້.

ທ່ານບາຈານີຊີ້ອອກວ່າ,ຄວາມຜິດພາດໃຫຍ່ກວ່າໝູ່ຂອງກອງທະຫານອາເມລິກາ
ແມ່ນຫັນຕົນຈາກທະຫານປົດປ່ອຍເປັນກອງທະຫານຍຶດຄອງ.ທ່ານເວົ້າວ່າ,ກອງທະ
ຫານອາເມລິກາຄວນສ້າງຕັ້ງລັດຖະບານຊົ່ວຄາວຢູ່ອີລັກໃນທັນທີພາຍຫຼັງສົງຄາມສິ້ນ
ສຸດລົງແລ້ວ;ກອງທະຫານອາເມລິກາກໍບໍ່ຄວນຍຸບເລີກອະດີດກອງທະຫານອີລັກ,
ຄວນໃຫ້ກອງທະຫານອີລັກລາດຕະເວນຢູ່ຕາມຖະໜົນຫົນທາງໃນຕົວເມືອງ.

ທ່ານບາຈານີຍັງກ່າວເຕືອນວ່າ,ຖ້າວ່າກອງທະຫານອາເມລິກາບຸກໂຈມຕີຕົວເມືອງ
ຟາລູຈາແລະນາແຈັຟແລ້ວ,ຕ້ອງແຍກສາມັນຊົນກັບຜູ່ປະກອບອາວຸດອອກຈາກກັນ,
ຈະທຳຮ້າຍສາມັນຊົນບໍ່ໄດ້ຢ່າງເດັດຂາດ.