ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-04-27 19:52:46    
ອະດີດນັກການທູດຂອງອັງກິດຕິຕຽນ
ນະໂຍບາຍຕາເວັນອອກກາງຂອງທ່ານ
ແບຼນ

cri
CRIລາຍງານວ່າ:ວັນທີ26ເມສາ,ອະດີດນັກການທູດ52ຄົນຂອງອັງກິດໄດ້ຍື່ນຈົດ
ໝາຍລົງນາມຮວມໝູ່ກ້ານໜ່ຶງໃຫ້ທ່ານແບຼນ ນາຍົກລັດຖະມົນຕີອັງກິດ,ຕິຕຽນທ່ານ
ທີ່ໄດ້ສະໜັບສະໜູນນະໂຍບາຍຕາເວັນອອກກາງແລະນະໂຍບາຍອີລັກຂອງອາເມ
ລິກາໂດຍບໍ່ຈຳແນກສະພາບການ.

ໃນຈົດໝາຍ,ນັກການທູດຫຼາຍທ່ານ ເຊ່ິງລວມທັງອະດີດເອກອັກຄະລັດຖະທູດອັງ
ກິດປະຈຳອິດສະລະແອນແລະປະຈຳອີລັກໄດ້ຕິຕຽນທະຫານປະສົມທີ່ນຳໂດຍອາເມ
ລິກາບໍ່ໄດ້ວາງແຜນການສ້າງສາອີລັກຄືນໃໝ່ຫຼັງສົງຄາມອັນບັງເກີດຜົນ,ພ້ອມທັງ
ກ່າວປະນາມອາເມລິກາສະໜັບສະໜູນແຜນການກ່ຽວກັບການສະຫງວນໄວ້ຈຸດຕັ້ງ
ຖ່ິນຖານຊາວຢິວສ່ວນໜ່ຶງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນທີ່ອິດສະລະແອນວາງອອກ
ຢ່າງຜິດກົດໝາຍ.

ບັນດານັກການທູດເຕືອນໃຫ້ທ່ານແບຼນໃຊ້ຜົນສະທ້ອນຕໍ່ນະໂຍບາຍຕາເວັນອອກກາງ
ແລະນະໂຍບາຍອີລັກຂອງອາເມລິກາທີ່ຍ່ອມຈະເສຍໄຊ,ຫຼືວ່າຢຸດຕິການສະໜັບສະ
ໜູນນະໂຍບາຍທີ່ກ່ຽວຂ້ອງຂອງອາເມລິກາ.ພວກທ່ານຍັງໄດ້ຮຽກຮ້ອງສະພາອັງກິດ
ດຳເນີນການອະພິປາຍຢ່າງເປີດເຜີຍກ່ຽວກັບະນໂຍບາຍຕາເວັນອອກກາງແລະນະ
ໂຍບາຍອີລັກຂອງອັງກິດ.

ມື້ດຽວກັນ,ໂຄສົກຂອງສຳນັກງານນາຍົກອັງກິດກ່າວວ່າ,ທ່ານແບຼນຈະໃຫ້ການຕອບ
ຄືນຕໍ່ຈົດໝາຍລົງນາມຮວມໝູ່ກ້ານນີ້ໂດຍຜ່ານລະບຽບການປົກກະຕິ.